ຫົວຜັກກາດ ເປັນຢາເຢັນ

ຫົວຜັກກາດ ຕາມຕຳລາຈີນນັ້ນ ຖືວ່າ ມີລິດເປັນຢາເຢັນ ແຕ່ມີຣົດເຜັດຮ້ອນ ຊຶ່ງມີປະໂຫຍດຕໍ່ການເຮັດວຽກຂອງປອດ, ກະເພາະອາຫານ, ລຳໄສ້ໃຫຍ່, ຊ່ວຍດັບກະຫາຍຮ້ອນ, ແກ້ອາການໄອຊຳເຮື້ອ ແລະການມີຂີ້ກະເທີ່ຫຼາຍ, ອາຫານບໍ່ຍ່ອຍ, ທ້ອງອືດ, ແໜ້ນທ້ອງ. ສຳລັບຄົນໄວກາງຄົນຫາຜູ້ສູງອາຍຸ ເຊື່ອວ່າ ຫົວຜັກກາດມີສ່ວນຊ່ວຍເຮັດໃຫ້ຜິວພັນສົດໃສ, ຊຸ່ມຊື່ນມີນຳ້ມີນວນຄືກັນກັບຄົນໜຸ່ມສາວ. ສັບພະຄຸນຕ່າງໆຂອງຫົວຜັກກາດ: ອີກວິທີນຶ່ງ ກໍຄື ໃຫ້ນຳເອົາຫົວຜັກກາດຂາວມາລ້າງໃຫ້ສະອາດ ແຕ່ບໍ່ຕ້ອງປອກເປືອກແລ້ວຊອຍເປັນທ່ອນນ້ອຍໆ ໃຫ້ໄດ້ປະມານ

ອ່ານເພີ່ມ...

ຜັກ ແລະໝາກໄມ້ ອັນໃດໃຫ້ໃຍອາຫານສູງ

ປັດຈຸບັນ ຄວາມເຈັບປ່ວຍຈາກໂຣກຕ່າງໆ ເກີດຂຶ້ນກັບຄົນລາວເປັນຈຳນວນຫຼາຍ ຊຶ່ງອັດຕາການປ່ວຍດ້ວຍໂຣກຄວາມດັນເລືອດສູງນັ້ນ ຖືວ່າສູງກວ່າໝູ່ ຊຶ່ງກໍເປັນຍ້ອນການກິນອາຫານຂອງຄົນເຮົານີ້ແຫຼະ ໂດຍສະເພາະການກິນຜັກ ແລະໝາກໄມ້ທີ່ໜ້ອຍລົງ, ແຕ່ພາກັນກິນອາຫານຫວານ, ມັນ, ເຄັມ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ຮ່າງກາຍມີພູມຕ້ານທານທີ່ຫຼຸດລົງ.ຜັກ ແລະໝາກໄມ້ ຄືຄຳຕອບຂອງການມີສຸຂະພາບທີ່ດີ. ສະນັ້ນ ເຮົາຄວນກິນຜັກ ແລະໝາກໄມ້ສົດ, ທັນຍາພືດທີ່ບໍ່ຜ່ານການຂັດສີ ຊຶ່ງຜ່ານການແປຮູບ ແລະດັດແປງໜ້ອຍທີ່ສຸດ, ອຸດົມໄປດ້ວຍໄຟໂຕນິວທຽນ, ເອນໄຊ, ກາກໃຍ,

ອ່ານເພີ່ມ...

7 ວິທີປ້ອງກັນຫວັດ ແບບບໍ່ງໍ້ຢາ

ເຖິງແມ່ນວ່າ ປັດຈຸບັນຍັງບໍ່ມີວັກຊິນປ້ອງກັນຫວັດ ຫຼື ໄຂ້ຫວັດ (Common cold) ແຕ່ເຮົາສາມາດປ້ອງກັນໂຣກນີ້ໄດ້ ເຊິ່ງໃນໄລຍະທີ່ອາກາດປ່ຽນແປງ ອາດສົ່ງຜົນໃຫ້ເຮົາເກີດອາການເຈັບປ່ວຍໄດ້ງ່າຍ ແລະ ນີ້ຄື 7 ວິທີປ້ອງກັນຫວັດ. 1. ໝັ່ນລ້າງມືໃຫ້ສະອາດ: ລ້າງມືດ້ວຍສະບູ ແລະ ນຳ້ສະອາດ ຫຼື ໃຊ້ ແອລກໍຮໍ ຫຼື ເຈວ ລ້າງມືທຸກຄັ້ງ

ອ່ານເພີ່ມ...

ຜິວງາມກັບລົມໜາວ

ລົມໜາວ ມັກເປັນສິ່ງລົບກວນໃຈສາວໆ ເພາະວ່າ ຈະພາໃຫ້ຜິວແຫ້ງຫຼາຍຂຶ້ນ ຈາກຫຼາຍສາເຫດ ດັ່ງຕໍ່ໄປນີ້: ການເບິ່ງແຍງບັນຫາຜິວແຫ້ງ:

ອ່ານເພີ່ມ...

4 ຂໍ້ ເພື່ອຊີວິດຄູ່ມີຄວາມສຸກ ໃນຍາມເຖົ້າ

1. ແບ່ງປັນຊັບສິນ: ຖ້າທ່ານບໍ່ໄດ້ແຕ່ງດອງ ຊັບສິນຂອງທ່ານທັງຄູ່ຈະລວມກັນບໍ່ໄດ້ ແຕ່ທ່ານທັງຄູ່ອາດຈະຊ່ວຍແບ່ງປັນຄ່າໃຊ້ຈ່າຍພາຍໃນເຮືອນໄດ້ ແລະເພື່ອຫຼຸດຄວາມຊັບຊ້ອນຂອງລາຍຈ່າຍໃນຊີວິດປະຈຳວັນ, ທ່ານທັງສອງອາດຈະມີການເປີດບັນຊີຮ່ວມກັນເພື່ອເອົາໄວ້ເກັບຄ່າໃຊ້ຈ່າຍທີ່ໃຊ້ຮ່ວມກັນໂດຍສະເພາະ. ຢ່າງໃດກໍຕາມ ຖ້າຫາກໃຜຄົນໃດຄົນນຶ່ງມີຖານະບໍ່ດີເທົ່າກັບອີກຝ່າຍ ທ່ານທັງສອງອາດໃຊ້ວິທີຕົກລົງເລື່ອງຄ່າໃຊ້ຈ່າຍກັນແບບເທົ່າທຽມ ແຕ່ຍັງຄົງອີງຕາມຫຼັກລາຍໄດ້ຂອງແຕ່ລະຝ່າຍ ເຊັ່ນ ຄົນທີ່ມີຖານະດີກວ່າອາດຈະອອກຄ່າໃຊ້ຈ່າຍ 60% ສ່ວນຄົນທີ່ມີດ້ອຍກວ່າອາດອອກຄ່າໃຊ້ຈ່າຍ 40%. 2. ເຮັດເອກະສານທາງກົດໝາຍ: ການຍ້າຍເຂົ້າໄປຢູ່ນຳກັນ ເພາະຄວາມຮັກຄັ້ງໃໝ່ ອາດເປັນໄປໄດ້ດີ ຈົນກວ່າຝ່າຍໃດຝ່າຍໜຶ່ງເສຍຊີວິດ ແລະ ລູກອີກຝ່າຍໃດໜຶ່ງ

ອ່ານເພີ່ມ...

ລ້າງຫອຍແຄງໃຫ້ຂາວ, ດ້ານໃນສະອາດ

ຫຼາຍຄອບຄົວ ມັກຈະມີບັນຫາໃນການຈະກິນຫອຍແຄງ ເພາະລ້າງບໍ່ສະອາດ, ເມື່ອແກະເປືອກອອກ ກໍຈະພົບຕົມ ແລະ ຊາຍ. ມື້ນີ້ ພວກເຮົາມີເຄັດລັບດີໆ ໃນການລ້າງຫອຍແຄງໃຫ້ເປືອກຫອຍຂາວ ແລະ ດ້ານໃນກໍສະອາດ. ການລ້າງຫອຍແຄງດ້ວຍວິທີນີ້ ຈະຊ່ວຍໃຫ້ທ່ານໄດ້ລ້າງຫອຍໄດ້ຢ່າງສະອາດ, ບໍ່ມີກິ່ນຄາວມາລົບກວນ.

ອ່ານເພີ່ມ...

6 ອາຫານ ເພີ່ມພູມຄຸ້ມກັນໃນລະດູໜາວ

1. ອາຫານຣົດເຜັດຮ້ອນຈາກໝາກເຜັດ ແລະ ເຄື່ອງເທດ ເຊັ່ນ ໝາກເຜັດ, ຜັກຫອມ, ກະທຽມ, ພິກໄທ, ຂີງ, ຂ່າ, ຂີ້ໝິ້ນ, ໃບກະເພົາ ຫຼື ສະໝຸນໄພຕ່າງໆ ທີ່ຊ່ວຍຫຼຸດອາການຕັນດັງ ເຊັ່ນ ຜັກບົວລະພາ, ຫົວຜັກບົ່ວ ແລະ ຫົວຜັກທຽມ ນຳມາປະກອບອາຫານຈຳພວກແກງຮ້ອນໆ ເຊັ່ນ ແກງໄກ່ ຈະຊ່ວຍໃຫ້ຫາຍໃຈໂລ່ງຂຶ້ນ

ອ່ານເພີ່ມ...

ສານອາຫານ ທີ່ຊ່ວຍຫຼຸດຄວາມຕຶງຄຽດ

ເມື່ອມີຄວາມຕຶງຄຽດ ຮ່າງກາຍຈະມີການນຳສານອາຫານ ຫຼາຍຊະນິດໄປໃຊ້ ໃນການສ້າງຮໍໂມນ ເພື່ອຊ່ວຍໃນການຕອບສະໜອງ ຕໍ່ສະຖານະການຕ່າງໆ ແລະ ຍັງມີການຂັບສານອາຫານບາງຊະນິດ ອອກທາງປັດສາວະຫຼາຍຂຶ້ນ. ສະນັ້ນ ຮ່າງກາຍຈຶ່ງມີຄວາມຕ້ອງການ ສານອາຫານບາງຊະນິດເພີ່ມຂຶ້ນ, ແຕ່ຖ້າເຮົາມີຄວາມຕຶງຄຽດສະສົມ ເປັນເວລາດົນ ລະບົບພູມຄຸ້ມກັນຂອງຮ່າງກາຍ ກໍຈະອ່ອນແອ ແລະ ເຈັບປ່ວຍໄດ້ງ່າຍ. ດັ່ງນັ້ນ ຖ້າເຮົາຮູ້ວ່າ ຮ່າງກາຍຕ້ອງການສານອາຫານຫຍັງແດ່ ໃນໄລຍະທີ່ມີຄວາມຕຶງຄຽດ ກໍຄົງຈະດີ ຄືດັ່ງຕໍ່ໄປນີ້:

ອ່ານເພີ່ມ...

ລາວ ມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6,800 ຄົນຕໍ່ປີ

ອົງການອະນາໄມໂລກ ໄດ້ລາຍງານໃຫ້ຮູ້ໃນກອງປະຊຸມຮ່ວມລະຫວ່າງທີມຊ່ຽວຊານທາງດ້ານສຸຂະພາບຈາກພາກພື້ນ ແລະ ສາກົນ ແລະ ສື່ມວນຊົນລາວ ໃນວັນທີ 18 ພະຈິກ ຜ່ານມາ ຢູ່ນະຄອນຫລວງວຽງຈັນ ວ່າ: ການຊົມໃຊ້ຢາສູບເຮັດໃຫ້ສູນເສຍມູນຄ່າເຖິງ 3,6 ຕື້ກີບ ແລະ ແຕ່ລະປີມີຜູ້ເສຍຊີວິດຍ້ອນພະຍາດທີ່ເກີດຈາກຢາສູບປະມານ 6,800 ຄົນ ໃນ ສປປ ລາວ. ກອງປະຊຸມດັ່ງກ່າວ, ຈັດຂຶ້ນ

ອ່ານເພີ່ມ...
error: Content is protected !!