ຜິວງາມກັບລົມໜາວ

ລົມໜາວ ມັກເປັນສິ່ງລົບກວນໃຈສາວໆ ເພາະວ່າ ຈະພາໃຫ້ຜິວແຫ້ງຫຼາຍຂຶ້ນ ຈາກຫຼາຍສາເຫດ ດັ່ງຕໍ່ໄປນີ້:

  1. ຜິວຂອງແຕ່ລະຄົນແຕກຕ່າງກັນ ຈຶ່ງສາມາດດູດຊັບນຳ້ໄວ້ໄດ້ຕ່າງກັນ. ດັ່ງນັ້ນ ບາງຄົນຈຶ່ງມີອາການຜິວແຫ້ງໄດ້ງ່າຍ ຫຼືມີໂຣກທາງກຳມະພັນ ທີ່ພາໃຫ້ຜິວແຫ້ງ ແລະ ແຕກ ເບິ່ງຄ້າຍຄືເກັດປາ.
  2. ນຳ້ມັນຫຼໍ່ລ້ຽງຜິວໜັງ ຜະລິດໂດຍຕ່ອມໄຂມັນ ເຊິ່ງມີໜ້າທີ່ເຄືອບຜິວໜັງ ເພື່ອຄົງຄວາມຊຸ່ມຊື່ນໄວ້ ຈະມີປະລິມານ ແລະສ່ວນປະກອບແຕກຕ່າງກັນອອກໄປ.
  3. ລະດັບຄວາມຊຸ່ມຊື່ນ ສຳພັນໃນບັນຍາກາດ: ເມື່ອຄວາມຊຸ່ມຊື່ນ ສູງເກີນ 60% ຈຸລັງຜິວໜັງຊັ້ນນອກສຸດ ຈະຊຸ່ມຊື່ນ, ຖ້າລະດັບຄວາມຊຸ່ມຊື່ນ ຕຳ່ກວ່າ 60% ນຳ້ຈະເລີ່ມເຫີຍອອກຈາກຈຸລັງຜິວໜັງ ພາໃຫ້ຜິວເລີ່ມແຫ້ງ.
  4. ການອາບນຳ້ຮຸກສະບູ ຫຼາຍເທື່ອເກີນໄປ: ການອາບນຳ້ອຸ່ນໆ ຫຼື ນອນແຊ່ໃນອ່າງອາບນຳ້ ກໍເຮັດໃຫ້ຜິວແຫ້ງ ເພາະໄຂມັນທີ່ເຄືອບຜິວໜັງ ລະລາຍອອກໄປ ຜິວຈຶ່ງຍິ່ງແຫ້ງ ຍິ່ງຄັນຂຶ້ນ. ຫຼາຍຄົນເຂົ້າໃຈຜິດວ່າ ຜິວຄັນເພາະເປິເປື້ອນ ຈຶ່ງໃຊ້ສະບູຂັດຖູຜິວຫຼາຍໆ ຈົນຜິວໜັງອັກເສບແດງ ແລະ ແຕກເປັນຮ່ອງ.

ການເບິ່ງແຍງບັນຫາຜິວແຫ້ງ:

  1. ຫຼຸດການອາບນຳ້ ແລະ ຮຸກສະບູ: ອາດເລືອກຮຸກສະບູ ສະເພາະບໍລິເວນຊຸ່ມຊື່ນ ເຊັ່ນ ກ້ອງວົງແຂນ, ສ່ວນບໍລິເວນແຂນແລະຂາ ທີ່ຜິວແຫ້ງງ່າຍ ໃຫ້ງົດຮຸກສະບູ.
  2. ຖ້າຫາກຜິວຍັງແຫ້ງ ຕ້ອງໃຊ້ຄີມໃຫ້ຄວາມຊຸ່ມຊື່ນ ເຊິ່ງມີສ່ວນປະກອບຫຼັກ ຄື: ນຳ້ ແລະ ນຳ້ມັນ, ຄວນເລືອກຊື້ຄີມທີ່ມີລາຄາຍຸຕິທຳ. ທ່ານຕ້ອງເຂົ້າໃຈວ່າ ຄີມໃຫ້ຄວາມຊຸ່ມຊື່ນ ຊ່ວຍແກ້ໄຂບັນຫາຜິວແຫ້ງ, ແຕ່ບໍ່ອາດແກ້ໄຂຮ່ອງຮອຍຫ່ຽວຍານ ທີ່ເກີດຈາກຄວາມແກ້ໄດ້ ເພາະວ່າ ຮອຍທີ່ຫ່ຽວແຫ້ງເຫຼົ່ານີ້ ຢູ່ເລິກໃນຊັ້ນໜັງແທ້ ເຊິ່ງຄີມໃຫ້ຄວາມຊຸ່ມຊື່ນບໍ່ອາດຊຶມລົງໄປອອກລິດໄດ້.
  3. ຜູ້ທີ່ມີບັນຫາຜິວແຫ້ງ ຄວນງົດທາຢາແກ້ຄັນ ທີ່ມີລັກສະນະເປັນແປ້ງນຳ້ ເພາະຈະຍິ່ງເຮັດໃຫ້ຜິວແຫ້ງ ແລະ ຕ້ອງບໍ່ໃຊ້ຢາປິ່ນປົວໂຣກເຊື້ອລາ ມາທາເອງ ເພາະນອກຈາກຈະບໍ່ແກ້ໄຂບັນຫາຜິວແຫ້ງແລ້ວ ອາດເຮັດໃຫ້ໂຣກຜິວແຫ້ງເກີດຂຶ້ນອີກ.  
  4. ຍາມໜາວອາກາດແຫ້ງ ຕ້ອງລະວັງການໃຊ້ຄີມບາງຊະນິດ: ຄີມບຳລຸງສາຜິວ, ໂລຊັນທາສິວ ເພາະເຮັດໃຫ້ຜິວແຫ້ງ, ຄັນຄາຍໄດ້ງ່າຍ ອາດຈຳເປັນຕ້ອງທາຢາໃຫ້ໜ້ອຍລົງ ຫຼຸດການຟອກສະບູໃບໜ້າ ແລະ ຄວນງົດການໃຊ້ສະບູທີ່ມີເມັດຂັດຖູໃບໜ້ານຳ.
  5. ນຸ່ງເຄື່ອງປົກຫຸ້ມຢ່າງມິດຊິດ: ນອກຈາກຈະຫຼຸດບັນຫາຜິວແຫ້ງໄດ້ແລ້ວ ຍັງປ້ອງກັນໂຣກຫວັດອີກດ້ວຍ ຍາມໜາວຫຼາຍຄົນຈະມີຜື່ນແດງທີ່ດັງ, ແກ້ມ, ໜ້າຝາກ. ຖ້າລ້າງໜ້າຟອກສະບູເລື້ອຍໆ ໂຣກນີ້ ຈະເລີ່ມກໍ່ໂຕຂຶ້ນ, ບາງຄົນມີລັງແຄ ຫຼາຍ ຄວນໃຊ້ຢາສະຜົມກຳຈັດລັງແຄ ແລະຄີມນວດຜົມ. ການໃສ່ໝວກຈະຊ່ວຍປ້ອງກັນໜັງຫົວແຫ້ງ ແລະ ຫຼຸດລັງແຄ ໄດ້.
error: Content is protected !!