7 ວິທີປ້ອງກັນຫວັດ ແບບບໍ່ງໍ້ຢາ

ເຖິງແມ່ນວ່າ ປັດຈຸບັນຍັງບໍ່ມີວັກຊິນປ້ອງກັນຫວັດ ຫຼື ໄຂ້ຫວັດ (Common cold) ແຕ່ເຮົາສາມາດປ້ອງກັນໂຣກນີ້ໄດ້ ເຊິ່ງໃນໄລຍະທີ່ອາກາດປ່ຽນແປງ ອາດສົ່ງຜົນໃຫ້ເຮົາເກີດອາການເຈັບປ່ວຍໄດ້ງ່າຍ ແລະ ນີ້ຄື 7 ວິທີປ້ອງກັນຫວັດ.

1. ໝັ່ນລ້າງມືໃຫ້ສະອາດ: ລ້າງມືດ້ວຍສະບູ ແລະ ນຳ້ສະອາດ ຫຼື ໃຊ້ ແອລກໍຮໍ ຫຼື ເຈວ ລ້າງມືທຸກຄັ້ງ ເພາະອາດຮັບເຊື້ອໂຣກຈາກສະຖານທີ່ຕ່າງໆ ເຊັ່ນ ຮາວຂັ້ນໄດ, ເບາະລົດ… ດັ່ງນັ້ນ ຄວນລ້າງມືກ່ອນກິນອາຫານ.

2. ດື່ມນຳ້ໃຫ້ພຽງພໍ: ການດື່ມນຳ້ ເປັນສິ່ງສຳຄັນຫຼາຍ, ຖ້າດື່ມນຳ້ໜ້ອຍເກີນໄປ ຈະເຮັດໃຫ້ເກີດໂຣກຕ່າງໆຕາມມາ. ທ່ານຄວນດື່ມນຳ້ມື້ລະ 8 ຈອກ ຫຼື 2 ລິດ.

3. ຮັກສາຮ່າງກາຍໃຫ້ອົບອຸ່ນ: ໄລຍະທີ່ອາກາດປ່ຽນແປງ ແລະ ລະດູຝົນ ຈະເຮັດໃຫ້ອາກາດເຢັນຂຶ້ນ, ຄົນຈຶ່ງປ່ວຍໄດ້ງ່າຍ. ດັ່ງນັ້ນ ຄວນນຸ່ງເຄື່ອງໃຫ້ອົບອຸ່ນ ເພື່ອເປັນການເສີມສ້າງພູມຄຸ້ມຕ້ານທານຂອງຮ່າງກາຍ.

4. ກິນອາຫານທີ່ມີປະໂຫຍດ ເຊັ່ນ: ນົມ, ໄຂ່, ຜັກ, ໝາກໄມ້, ຊີ້ນສັດ, ແປ້ງ. ໃນແຕ່ລະມື້ ຮ່າງກາຍຄວນໄດ້ຮັບສານອາຫານຈຳພວກນີ້ ເພາະມັນຈະຊ່ວຍໃຫ້ຮ່າງກາຍແຂງແຮງ, ບໍ່ເຈັບປ່ວຍໄດ້ງ່າຍ. 

5. ນອນຫຼັບພັກຜ່ອນໃຫ້ພຽງພໍ: ຄວນນອນຫຼັບໃຫ້ໄດ້ 7-8 ຊົ່ວໂມງຕໍ່ຄືນ, ຖ້າຫາກນອນຫຼັບບໍ່ພຽງພໍ ຫຼື ນອນເດິກ ຈະພາໃຫ້ຮ່າງກາຍອ່ອນເພຍ ແລະ ປ່ວຍໄດ້ງ່າຍ.

6. ອອກກຳລັງກາຍສະໝຳ່ສະເໝີ: ຄວນອອກກຳລັງກາຍ ຢ່າງໜ້ອຍມື້ລະ 30 ນາທີ ເພື່ອເພີ່ມຄວາມແຂງແຮງໃຫ້ແກ່ຮ່າງກາຍ, ຈະອອກກຳລັງກາຍແບບໃດກໍໄດ້ ຕາມທີ່ທ່ານມັກ ແລະ ສະດວກ.

7. ບໍ່ໃຊ້ສິ່ງຂອງຮ່ວມກັນ: ບໍ່ຄວນໃຊ້ສິ່ງຂອງຮ່ວມກັບຄົນອື່ນ ເຊັ່ນ ຈອກ, ຫຼອດດູດ, ບ່ວງ ແລະ ບໍ່ໃຊ້ຜ້າເຊັດມື-ຜ້າເຊັດໜ້າ-ຜ້າເຊັດໂຕ ຮ່ວມກັບຄົນອື່ນ.

error: Content is protected !!