ຫ້າມເດັດຂາດບໍ່ໃຫ້ນໍາເອົາໃບເງິນກີບໄປປະດິດເປັນຂອງທີ່ລະນຶກ , ພວງມະໄລ, ຊໍ່ດອກໄມ້ ເພື່ອວາງຂາຍ ຫລື ລົງໂຄສະນາຕາມສື່ອອນລາຍ

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ ເຫັນວ່າມີ ປະກົດການ ນໍາເອົາໃບເງິນກີບ (ທະນະບັດ) ໄປປະດິດເປັນຜະລິດຕະພັນຕ່າງໆ ເຊັ່ນ: ຕົ້ນກະລະພຶກ, ພວງມະໄລ, ຂັນ ໝາກເບັງ, ຊໍ່ດອກໄມ້ ແລະ ສິ່ງປະດິດອື່ນໆ ຫຼື ເອົາໃບເງິນກີບໃໝ່ໄປວາງຂາຍເກີນມູນຄ່າ ເພື່ອເກງກຳໄລຕາມຫ້າງຮ້ານ ແລະ ລົງໂຄສະນາຕາມສື່ອອນລາຍຕ່າງໆ

ອ່ານເພີ່ມ...

ເຊີນຊວນປະຊາຊົນເຮັດບັດປະຈຳຕົວດິຈິຕ໋ອນ ແລະ ລົງທະບຽນ LAeID ທີ່ງານ Lao Digital Week 2026

ກົມຄຸ້ມຄອງສຳມະໂນຄົວ ແລະ ກໍ່ສ້າງຮາກຖານ (ກົມ 509) ສັງກັດກະຊວງປ້ອງກັນຄວາມສະຫງົບ ຂໍເຊີນຊວນພໍ່ແມ່ປະຊາຊົນ, ພະນັກງານ, ທະຫານ, ຕຳຫຼວດ, ນັກຮຽນ ແລະ ນັກສຶກສາ ມາຢ້ຽມຊົມຫ້ອງວາງສະແດງຂອງກົມ ໃນງານສັບປະດາດິຈິຕ໋ອນລາວ Lao Digital Week 2026 ທີ່ສູນການຄ້າລາວ-ໄອເຕັກ (ຕຶກເກົ່າ) ໃນລະຫວ່າງວັນທີ 21–25 ຕຸລາ

ອ່ານເພີ່ມ...

ລາວຢູ່ອັນດັບ 75 ຂອງໂລກ ດ້ານການພັດທະນາການທ່ອງທ່ຽວ ແຕ່ຄະແນນເພີ່ມຂຶ້ນໄວເປັນອັນດັບ 3

ສປປ ລາວ ຖືກຈັດຢູ່ໃນອັນດັບ 75 ຈາກທັງໝົດ 110 ປະເທດ ແລະ ເຂດເສດຖະກິດ ໃນດັດຊະນີການພັດທະນາການທ່ອງທ່ຽວ (Travel & Tourism Development Index 2026: TTDI) ຂອງສະພາເສດຖະກິດໂລກ (World Economic Forum: WEF) ຕາມລາຍງານປີ 2026

ອ່ານເພີ່ມ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ

ອ່ານເພີ່ມ...

ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອລ້າເປັນມູນຄ່າປະມານ 109,000 ໂດລາສະຫະລັດ ເພື່ອປະຕິບັດ “ໂຄງການກໍ່ສ້າງໂຮງໝໍນ້ອຍຫ້ວຍຂົວຫຼວງ ໃນແຂວງໄຊຍະບູລີ” ພາຍໃຕ້ໂຄງການຊ່ວຍເຫຼືອລ້າຂັ້ນຮາກຖານ (GGP).

ໂຄງການມີຈຸດປະສົງໃນການຍົກລະດັບການເຂົ້າເຖິງການປິ່ນປົວເບື້ອງຕົ້ນໂດຍການກໍ່ສ້າງຕຶກປິ່ນປົວໃໝ່, ພ້ອມທັງສະໜອງສິ່ງອຳນວຍຄວາມສະດວກ ແລະ ຕິດຕັ້ງຖັງເກັບນ້ຳ ໃຫ້ແກ່ບ້ານຫ້ວຍຂົວຫຼວງ ເມືອງໄຊຍະບູລີ ແຂວງໄຊຍະບູລີ. ພິທີເຊັນສັນຍາເປັນການລົງນາມ ລະຫວ່າງ ພະນະທ່ານ ໂຄອິຊຶມິ ຊິໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ທ່ານ ຈັນທະວົງ ອ່ອນສົມລີ, ຫົວໜ້າຫ້ອງການສາທາລະນະສຸກ ເມືອງໄຊຍະບູລີ ໂດຍມີ ທ່ານ

ອ່ານເພີ່ມ...

ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດກົນໄກການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ ຄັ້ງທີ 7

ນະຄອນຫຼວງບາກູ, ອາແຊັກໄບຊານ – ໃນວັນທີ 15 ຕຸລາ 2026, ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນ ລາວ ໄດ້ນໍາພາຄະນະຜູ້ແທນຂັ້ນສູງຂອງ ສປປ ລາວ ເຂົ້າຮ່ວມກອງປະຊຸມສຸດຍອດ ກົນໄກການຮ່ວມມື ແລະ ການສ້າງຄວາມໄວ້ເນື້ອເຊື່ອໃຈຂົງເຂດອາຊີ ຫຼື

ອ່ານເພີ່ມ...

ສະເໜີປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ ເພາະມັນໄດ້ສ້າງຄວາມເສຍຫາຍຢ່າງມະຫາສານ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 20 ຕຸລານີ້, ທີ່ສະພາແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ

ອ່ານເພີ່ມ...

ນາຍົກລາວ ຕ້ອນຮັບຄະນະຜູ້ແທນເກົາຫຼີໃຕ້ ເນັ້ນຮັດແໜ້ນການຮ່ວມມືດ້ານເສດຖະກິດ, ການລົງທຶນ ແລະ ສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ (SMEs)

ໃນວັນທີ 19 ຕຸລາ 2026 ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງຄະນະຜູ້ແທນຈາກສາທາລະນະລັດເກົາຫຼີ ຫຼື ເກົາຫຼີໃຕ້ ທີ່ນຳໂດຍທ່ານ ຊອຍ ຊຶງແຈ (CHOI SEUNGJAE). ການເຂົ້າຢ້ຽມຂ່ຳນັບຄັ້ງນີ້ ຈັດຂຶ້ນໃນໂອກາດທີ່ຄະນະຜູ້ແທນເກົາຫຼີໃຕ້ເດີນທາງມາຢ້ຽມຢາມ ສປປ ລາວ

ອ່ານເພີ່ມ...

ກົມອາຫານ ແລະ ຢາ ກວດພົບຜະລິດຕະພັນເສີມສຸຂະພາບ “ປອມ”​ ທີ່ນໍາຂົ້າຈາກຕ່າງປະເທດແບບບໍ່ຖືກຕ້ອງ​

​ໃນວັນທີ 5 ຕຸລາ 2026 ກົມອາຫານ ແລະ ຢາ ກະຊວງສາທາລະນະສຸກ, ອອກໜັງສືແຈ້ງການ​ສະບັບເລກທີ​ 4594/ກອຢ ກ່ຽວກັບການລົງຕິດຕາມກວດກາຜະລິດຕະພັນເສີມສຸຂະພາບ ຊື່ການຄ້າ BERROCA PERFORMANCE ORANGE FLAVOR ທີ່ນໍາເຂົ້າຈາກຕ່າງປະເທດແບບບໍ່ຖືກຕ້ອງ ທີ່ພົບເຫັນໃນນະຄອນຫລວງວຽງຈັນ. ​ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ແຈ້ງໃຫ້ຊາບວ່າ ໃນປັດຈຸບັນໄດ້ມີຜະລິດຕະພັນເສີມສຸຂະພາບ

ອ່ານເພີ່ມ...

ຄືບໜ້າ 80% ສຳລັບໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂອງເມືອງທຸລະຄົມ

ໃນຕອນບ່າຍວັນທີ 19 ຕຸລາ 2026 ນີ້, ທ່ານ ຄໍາເລ້ ໄຊຍະວົງສີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ, ພ້ອມດ້ວຍການນໍາຂັ້ນເມືອງ ໄດ້ລົງຕິດຕາມຄວາມຄືບໜ້າໂຄງການປັບປຸງກໍ່ສ້າງເສັ້ນທາງຫຼວງແຫ່ງຊາດເລກທີ 10 ຂອງເມືອງທຸລະຄົມ ໃນໄລຍະທາງແຕ່ບ້ານດົງ ຫາ ບ້ານເກິນເໜືອ ມີໄລຍະທາງ 24 ກິໂລແມັດ, ເຊິ່ງເປັນໂຄງການປັບປຸງທາງຢາງ 2 ຊັ້ນ. ຜູ້ຮັບເໝົາກໍ່ສ້າງໂດຍ

ອ່ານເພີ່ມ...
error: Content is protected !!