ລ້າງຫອຍແຄງໃຫ້ຂາວ, ດ້ານໃນສະອາດ

ຫຼາຍຄອບຄົວ ມັກຈະມີບັນຫາໃນການຈະກິນຫອຍແຄງ ເພາະລ້າງບໍ່ສະອາດ, ເມື່ອແກະເປືອກອອກ ກໍຈະພົບຕົມ ແລະ ຊາຍ. ມື້ນີ້ ພວກເຮົາມີເຄັດລັບດີໆ ໃນການລ້າງຫອຍແຄງໃຫ້ເປືອກຫອຍຂາວ ແລະ ດ້ານໃນກໍສະອາດ.

  1. ເລີ່ມຈາກເທນຳ້ສະອາດໃສ່ຊາມ ໃຫ້ມີປະລິມານຖ້ວມຫອຍແຄງທີ່ຈະນຳມາລ້າງ.
  2. ຫຼັງຈາກນັ້ນ ໃສ່ເກືອ 1 ບ່ວງແກງ ແລ້ວໃຊ້ມືຄົນໃຫ້ເກືອລະລາຍຈົນເໝິດ.
  3. ເທຫອຍແຄງລົງໄປ ແຊ່ປະໄວ້ປະມານເຄິ່ງຊົ່ວໂມງ ຫອຍຈະເລີ່ມຄາຍ ຊາຍ ແລະ ຕົມອອກມາ.
  4. ຕາມດ້ວຍການສີກໃບຂີ້ຫູດ 2-3 ໃບ ແລະ ທຸບຫົວສີໄຄ 2-3 ຕົ້ນ ໃສ່ໃນຊາມ ແລ້ວລ້າງຫອຍດ້ວຍການແກວ່ງຊາມ ຫຼື ຈະໃຊ້ສາກຄົນໆ ກໍໄດ້. ການເຮັດແບບນີ້ ຈະເຮັດໃຫ້ຊາຍ ແລະ ຕົມ ທີ່ຕິດຢູ່ຕາມຝາຫອຍ ຫຼຸດອອກມາ, ຈາກນັ້ນ ໃຫ້ເທນຳ້ຖິ້ມ. ສຳລັບໃບຂີ້ຫູດ ແລະ ຫົວສີໄຄ ທີ່ໃສ່ລົງໄປ ກໍເພື່ອດັບກິ່ນຄາວນັ້ນເອງ.
  5. ຕໍ່ມາ ໃຫ້ຕັກເຂົ້າຈ້າວ 2 ຈອງ ໃສ່ລົງໄປໃນຊາມ (ໃຊ້ເຂົ້າເຢັນ) ບໍ່ຕ້ອງເຕີມນຳ້ລົງໄປ, ແລ້ວໃຊ້ມືຄົນເບົາໆໄປທາງດຽວກັນ, ປະໄວ້ເຄິ່ງຊົ່ວໂມງ ຈົນເຂົ້າຕິດຢູ່ທົ່ວເປືອກຫອຍແຄງ.
  6. ນຳຫອຍແຄງໄປລ້າງນຳ້ໃຫ້ສະອາດ, ບໍ່ຕ້ອງແຊ່ປະໄວ້ ແລ້ວນຳໄປປຸງເປັນອາຫານໄດ້ເລີຍ.

ການລ້າງຫອຍແຄງດ້ວຍວິທີນີ້ ຈະຊ່ວຍໃຫ້ທ່ານໄດ້ລ້າງຫອຍໄດ້ຢ່າງສະອາດ, ບໍ່ມີກິ່ນຄາວມາລົບກວນ.

error: Content is protected !!