ວັນທີ 19 ມີນາ 2026 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ອອກໜັງສືແຈ້ງການ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລໍາພັງໃຈ ໃນໄລຍະນີ້ຈົນຮອດບຸນປີໃໝ່ລາວ ພສ 2569. ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງ ແລະ
ບ້ານເມືອງ
ພາກລັດ ແລະ ທຸລະກິດ ຫາລື ປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຢູ່ລະຫວ່າງ 2,831,000 ຫາ 4,100,000 ກີບ/ເດືອນ
ວັນທີ 19 ມີນາ 2026 ຄະນະກຳມະການແຮງງານແຫ່ງຊາດ (ຄກຊ) ຈັດກອງປະຊຸມ ຄັ້ງທີ III ປະຈຳປີ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍ ທ່ານ ວິໄລ ວົງຂະເສີມ, ຮອງປະທານສູນກາງສະຫະພັນກຳມະບານລາວ
ເມືອງສະອາດດ້ວຍມືເຮົາ ຮັກສານາມມະຍົດ ນະຄອນປາກເຊ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2: ພັນທະຫົວໃຈ ເພື່ອຍົກລະດັບນະຄອນປາກເຊສູ່ສາກົນ
ເມື່ອເວົ້າເຖິງ “ນະຄອນປາກເຊ”, ພາບທີ່ປະກົດຂຶ້ນໃນສາຍຕາຂອງຊາວໂລກບໍ່ແມ່ນພຽງແຕ່ເມືອງປາກແມ່ນ້ຳສອງສີທີ່ສວຍງາມ ຫຼື ປະຕູສູ່ແຫຼ່ງທ່ອງທ່ຽວວັດທະນະທຳ-ທຳມະຊາດຂອງພາກໃຕ້ເທົ່ານັ້ນ, ແຕ່ໃນປີ 2026 ນີ້, ປາກເຊໄດ້ຢືນຢັນຖານະຄວາມເປັນເລີດອີກຄັ້ງດ້ວຍການຄວ້າລາງວັນ “ເມືອງທ່ອງທ່ຽວສະອາດອາຊຽນ” ສະໄໝທີ 2. ລາງວັນນີ້ບໍ່ແມ່ນພຽງແຕ່ແຜ່ນຄຳກຽດຕິຍົດທີ່ປະດັບໄວ້ໃນຫ້ອງການ, ແຕ່ມັນຄື “ສັນຍາໃຈ” ຂອງພວກເຮົາທຸກຄົນທີ່ຈະຮັກສາຄວາມງາມອັນຊົງຄຸນຄ່ານີ້ໃຫ້ຍືນຍົງ ເພື່ອຕ້ອນຮັບແຂກບ້ານແຂກເມືອງດ້ວຍຮອຍຍິ້ມ ແລະ ສິ່ງແວດລ້ອມທີ່ສົດໃສ. ການຈະຮັກສາແຊ້ມ ແລະ ຍົກລະດັບການທ່ອງທ່ຽວແຂວງຈຳປາສັກໃຫ້ໂດດເດັ່ນໃນເວທີສາກົນນັ້ນ ບໍ່ສາມາດສຳເລັດໄດ້ດ້ວຍຄົນພຽງກຸ່ມດຽວ, ແຕ່ຕ້ອງອາໄສ
ຈະມອບຮັບໂຄງການ BRT ໄວໆນີ້ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພົບປະອົງການປົກຄອງ ນວ ກຽມຄວາມພ້ອມ ໃນການທົດລອງແລ່ນລົດເມ BRT ວັນທີ 10 ມີນາ 2026
ໃນຕອນບ່າຍວັນທີ 2 ມີນາ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການແລະ ຂົນສົ່ງ ພ້ອມດ້ວຍຄະນະ ພົບປະ ປຶກສາຫາລືແລກປ່ຽນເຮັດວຽກຮ່ວມກັນ, ໂດຍການຕ້ອນຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີບັນດາທ່ານຮອງເຈົ້າຄອງ, ຫົວໜ້າກົມ, ຮອງກົມ, ພະແນກການ, ປະທານຄະນະກຳມະການປົກຄອງເມືອງ, ລັດວິສາຫະກິດນ້ຳປະປາ,
“ບິນກັບ Vietjet, ລຸ້ນຮັບໂຊກຄຳ”ແລະ ສ່ວນຫຼຸດຄ່າປີ້ຍົນສູງສຸດເຖິງ 83% ເພື່ອສະເຫຼີມສະຫຼອງວັນແມ່ຍິງສາກົນ.
(ນະຄອນຫຼວງວຽງຈັນ, ວັນທີ 2 ມີນາ 2026) – Vietjet ເຊີນຊວນນັກທ່ອງທ່ຽວສາກົນຈາກປະເທດລາວ ມາສຳຜັດກັບວັດທະນະທຳທີ່ສົດໃສ, ອາຫານທີ່ມີຊື່ສຽງລະດັບໂລກ ແລະ ທິວທັດທຳມະຊາດທີ່ສວຍງາມຂອງຫວຽດນາມ ດ້ວຍໂປຣໂມຊັນພິເສດ “ບິນກັບ Vietjet, ລຸ້ນຮັບໂຊກຄຳ” (Fly Vietjet, Strike Gold) ເຊິ່ງເລີ່ມຕັ້ງແຕ່ວັນທີ 3 ມີນາ ຫາ
Vietjet ໄດ້ຮັບການຍົກຍ້ອງໃຫ້ເປັນ ‘ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນລະດັບສາກົນ’, ພ້ອມທັງຍົກລະດັບບົດບາດດ້ານການບິນຂ້າມຊາດຂອງຕົນ
ນະຄອນຫຼວງວຽງຈັນ, ວັນທີ 26 ກຸມພາ 2026 – Vietjet ໄດ້ຮັບກຽດດ້ວຍ 3 ລາງວັນອັນຊົງກຽດລະດັບສາກົນ, ລວມມີ “ສະຖານທີ່ເຮັດວຽກທີ່ດີທີ່ສຸດໃນລະດັບສາກົນ ປະຈໍາປີ 2026,” “ລາງວັນຜົນກະທົບດ້ານຄວາມຫຼາກຫຼາຍ,” ແລະ “ແບຣນນາຍຈ້າງດີເດັ່ນລະດັບສາກົນ,” ໃນງານ World HRD Congress & Awards 2026.
ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເດີນທາງເຖິງນະຄອນຫລວງວຽງຈັນ.
ໃນຕອນເຊົ້າວັນທີ 5 ມັງກອນ 2026 ນີ້ ສະຫາຍ ໂຕ ເລິມ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະຜູ້ແທນຂັ້ນສູງຂອງພັກ, ລັດ ແຫ່ງ ສສ ຫວຽດນາມ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫລວງວຽງຈັນ. ການຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ເພື່ອຕອບສະໜອງຕາມຄຳເຊື້ອເຊີນຂອງ ສະຫາຍ ທອງລຸນ ສີສຸລິດ
ລາວ-ຮົງກາຣີ ເພີ່ມທະວີ ແລະ ຮັດແໜ້ນການພົວພັນຮ່ວມມືສອງຝ່າຍ
ໃນຕອນເຊົ້າຂອງວັນທີ 4 ກຸມພາ 2026, ທີ່ ກະຊວງການຕ່າງປະເທດ, ທ່ານ ທອງສະຫວັນ ພົມວິຫານ, ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ຕ້ອນຮັບ ແລະ ພົບປະສອງຝ່າຍຢ່າງເປັນທາງການກັບ ທ່ານ ປີເຕີ ຊີຢາໂຕ, ລັດຖະມົນຕີກະຊວງການຕ່າງປະເທດ ແລະ ການຄ້າ ຮົງກາຣີ
ເຈົ້າໜ້າທີ່ ປກສ ແຂວງຊຽງຂວາງລົງທຳລາຍສວນຝິ່ນທີ່ປະຊາຊົນລັກລອບປູກ 4 ພັນກວ່າຕາແມັດ ຢູ່ພູແຄ ແຂວງຊຽງຂວາງ.
ໃນວັນທີ 30 ມັງກອນ 2026 ຜ່ານມາ, ຫ້ອງການກົວດກາ ຄວບຄຸມຢາເສບຕິດ ກົມໃຫຍ່ຕຳຫຼວດ ສົມທົບກັບ ພະແນກກວດກາ ແລະ ຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ແລະ ກຳລັງ ປກຊ-ປກສ ເມືອງຄູນແຂວງຊຽງຂວາງ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ລົງທຳລາຍຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ພູແຄ ເມືອງຄູນ ແຂວງຊຽງຂວາງ. ຕາມການລາຍງານລະບຸວ່າ: ສວນຝິ່ນທີ່ປະຊາຊົນລັກລອບປູກມີຈຳນວນ
ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກເຂົ້າອວຍພອນທູດຫວຽດນາມ ປະຈໍາ ສປປ ລາວ
ສະຫາຍ ບຸນເຫລືອ ພັນດານຸວົງ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ພ້ອມດ້ວຍຄະນະ ເຂົ້າອວຍພອນ ສະຫາຍ ຫງວຽນ ມິງ ເຕີມ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ ພ້ອມດ້ວຍພະນັກການສະຖານທູດ ໃນວັນທີ 3 ກຸມພາ 2026 ເນື່ອງໃນໂອກາດ










