ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ; ມີບັນດາທ່ານ ຮອງນາຍົກລັດຖະມົນຕີ, ສະມາຊິກລັດຖະບານ ແລະ ຜູ້ຕາງໜ້າ ຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງ ແລະ ປະກອບຄຳເຫັນ ຕໍ່ການລາຍງານສະພາບພົ້ນເດັ່ນ ປະຈຳເດືອນຕຸລາ ແລະ ທິດທາງແຜນວຽກຈຸດສຸມ ປະຈຳເດືອນພະຈິກ 2026.

ກອງປະຊຸມ ໄດ້ໄຂຂຶ້ນໃນທ່າມກາງບັນຍາກາດທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວບັນດາເຜົ່າ ກຳລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ X, ການກະກຽມວຽກງານຮອບດ້ານ ເພື່ອຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ, ການດຳເນີນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ຫາກໍ່ສຳເລັດ ເຊິ່ງໄດ້ຮັບຮອງເອົາບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ, ແຜນເງິນຕາ ປະຈຳປີ 2026 ແລະ ທິດທາງແຜນການປະຈຳປີ 2027; ຮ່າງກົດໝາຍ ຈຳນວນ 8 ສະບັບ (ສະບັບປັບປຸງ 7 ສະບັບ ແລະ ສ້າງໃໝ່ 1 ສະບັບ) ແລະ ບັນຫາສໍາຄັນຕ່າງໆຂອງຊາດ.

(2) ກອງປະຊຸມຈະໄດ້ດຳເນີນເປັນເວລາ 02 ວັນ ເພື່ອຄົ້ນຄວ້າ, ປຶກສາຫາລື, ປະກອບຄຳເຫັນ ແລະ ພິຈາລະນາ ຕໍ່ 6 ວາລະ ແລະ 7 ຫົວຂໍ້ທີ່ສໍາຄັນ ຄື:

– ວາລະທີ 1: ລາຍງານສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນຈໍານວນໜຶ່ງ ຄື:

(1) ການປະຕິບັດວຽກຈຸດສຸມພົ້ນເດັ່ນ ປະຈໍາເດືອນຕຸລາ ແລະ ທິດທາງແຜນການ ປະຈຳເດືອນພະຈິກ 2026 ຂອງລັດຖະບານ;

(2) ການຈັດຕັ້ງປະຕິ ບັດກອງທຶນທາງ ໃນປີ 2026 ແລະ ທິດທາງແຜນປີ 2027;

– ວາລະທີ 2: ຮ່າງມະຕິ ວ່າດ້ວຍການແບ່ງຂັ້ນຄຸ້ມຄອງ ລະຫວ່າງ ສູນກາງ ກັບ ທ້ອງຖິ່ນ ໃນຂົງເຂດການເງິນ, ການລົງທຶນ, ທີ່ດິນ ແລະ ຂົງເຂດອື່ນໆ;

– ວາລະທີ 3: ຮ່າງມະຕິ ວ່າດ້ວຍການບຸກທະລຸການພັດທະນາວິທະຍາສາດ, ເຕັກໂນໂລຊີ, ນະວັດຕະກຳ ແລະ ຫັນເປັນດີຈິຕອນ;

– ວາລະທີ 4: ຮ່າງຍຸດທະສາດການສົ່ງເສີມ ແລະ ຄຸ້ມຄອງການນໍາໃຊ້ລົດໄຟຟ້າ ແລະ ລົດພະລັງງານທາງເລືອກ;

– ວາລະທີ 5: ຮ່າງດຳລັດ ວ່າດ້ວຍນະໂຍບາຍນຳເຂົ້າເຄື່ອງຂອງ ແລະ ຍານພາຫະນະ ຂອງສະມາຊິກສຳນັກງານຜູ້ຕາງໜ້າ ແຫ່ງ ສປປ ລາວ ປະຈຳຢູ່ຕ່າງປະເທດ;

– ວາລະທີ 6: ຮ່າງດໍາລັດ ວ່າດ້ວຍກອງທຶນປົກປັກຮັກສາສິ່ງແວດລ້ອມ ແລະ ປ່າໄມ້.

——

©️ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ

error: Content is protected !!