ຫົວຜັກກາດ ເປັນຢາເຢັນ

ຫົວຜັກກາດ ຕາມຕຳລາຈີນນັ້ນ ຖືວ່າ ມີລິດເປັນຢາເຢັນ ແຕ່ມີຣົດເຜັດຮ້ອນ ຊຶ່ງມີປະໂຫຍດຕໍ່ການເຮັດວຽກຂອງປອດ, ກະເພາະອາຫານ, ລຳໄສ້ໃຫຍ່, ຊ່ວຍດັບກະຫາຍຮ້ອນ, ແກ້ອາການໄອຊຳເຮື້ອ ແລະການມີຂີ້ກະເທີ່ຫຼາຍ, ອາຫານບໍ່ຍ່ອຍ, ທ້ອງອືດ, ແໜ້ນທ້ອງ. ສຳລັບຄົນໄວກາງຄົນຫາຜູ້ສູງອາຍຸ ເຊື່ອວ່າ ຫົວຜັກກາດມີສ່ວນຊ່ວຍເຮັດໃຫ້ຜິວພັນສົດໃສ, ຊຸ່ມຊື່ນມີນຳ້ມີນວນຄືກັນກັບຄົນໜຸ່ມສາວ.

ສັບພະຄຸນຕ່າງໆຂອງຫົວຜັກກາດ:

  • ເປັນຜັກສະໝຸນໄພທີ່ມີປະໂຫຍດຫຼາຍສຳລັບຜູ້ທີ່ເປັນຫວັດ, ມີອາການໄອ, ຄໍອັກເສບຊຳເຮື້ອ ແລະມີສຽງແຫ້ງ. ສ່ວນວິທີກິນ ໃຫ້ນຳເອົາຫົວຜັກກາດຂາວສົດມາລ້າງໃຫ້ສະອາດ ແລ້ວຊອຍເປັນທ່ອນນ້ອຍໆໃສ່ໄວ້ໃນຂວດແກ້ວ ຫຼັງຈາກນັ້ນໃສ່ນຳ້ຕານ 2-3 ບ່ວງ ແລ້ວປິດຝາໄວ້ 1 ຄືນແລ້ວນຳເອົານຳ້ມາດື່ມເປັນປະຈຳ.
  • ຄັ້ນເປັນນຳ້ດື່ມດັບກະຫາຍ ໂດຍການນຳເອົາຫົວຜັກກາດຂາວສົດມາຄັ້ນເອົານຳ້ແລ້ວເຕີມນຳ້ຂີງ, ນຳ້ຕານພໍຫວານໆ ແລ້ວນຳມາຕົ້ມໃຫ້ຟົດແລ້ວຈິບເລື້ອຍໆ.
  • ມີສ່ວນຊ່ວຍໃນການນອນຫຼັບ, ແກ້ໂຣກປະສາດ, ຫຼຸດຄວາມດັນເລືອດ.
  • ມີສານລິກນິນ (Lignin) ຊຶ່ງຈະຊ່ວຍຕໍ່ຕ້ານອະນຸມູນອິດສະຫຼະໃນຮ່າງກາຍ, ຊ່ວຍປົກປ້ອງຈຸລັງໃນຮ່າງກາຍຈາກຄວາມເສື່ອມຂອງຈຸລັງ ແລະມີສ່ວນຊ່ວຍປ້ອງກັນໂຣກມະເຮັງໄດ້.
  • ຫົວຜັກກາດມີສານເຄເຊທິນ (Quercetin) ຊຶ່ງເປັນສານຕໍ່ຕ້ານອະນຸມູນອິດສະຫຼະ, ເສີມສ້າງພູມຕ້ານທານໂຣກ ແລະຊ່ວຍຕໍ່ຕ້ານມະເຮັງ.
  • ແກ່ນ: ມີສ່ວນຊ່ວຍລະງັບອາການຫອບຫືດ, ແກ້ອາການໄອຫອບມີຂີ້ກະເທີ່ຫຼາຍ, ໃຊ້ເປັນຢາລະບາຍ
  • ໃບ ແລະລຳຕົ້ນ: ຊ່ວຍໃນການຈະເລີນອາຫານ, ຊ່ວຍປົວອາການຕ່ອມນຳ້ນົມບວມ, ຊ່ວຍແກ້ອາການທ້ອງອືດ, ແໜ້ນທ້ອງ, ອາຫານບໍ່ຍ່ອຍ.
  • ມີສັບພະຄຸນຊ່ວຍຫຼຸດອຸນຫະພູມຄວາມຮ້ອນໃນຮ່າງກາຍ.
  • ຊ່ວຍຂະຫຍາຍຫຼອດລົມ ແລະຫຼອດເລືອດ.
  • ຮາກ: ຊ່ວຍບຳລຸງເລືອດ, ແກ້ອາການເຈັບຫົວເບື້ອງດຽວ, ຊ່ວຍເຮັດໃຫ້ມີນຳ້ລາຍຫຼາຍຂຶ້ນ, ຊ່ວຍປິ່ນປົວລຳໄສ້ອັກເສບ, ຊ່ວຍສົ່ງເສີມການເຮັດວຽກຂອງຕັບ ຈຶ່ງຊ່ວຍກຳຈັດພິດ ແລະສິ່ງເສດເຫຼືອໃນຮ່າງກາຍ, ກຳຈັດອາການຝົດຝື່ນຄັນມີນຳ້ເຫຼືອງ ດ້ວຍການໃຊ້ໃບສົດນຳມາຄັ້ນເອົານຳ້ແລ້ວທາໃສ່ບໍລິເວນທີ່ເກີດຝົດຝື່ນຄັນ.
  • ຊ່ວຍໃນການຂັບ ແລະລະລາຍຂີ້ກະເທີ່.
  • ແກ້ອາການຮາກອອກເປັນເລືອດ.
  • ຊ່ວຍໃນການກະຕຸ້ນນຳ້ຍ່ອຍ ແລະຊ່ວຍໃນການຍ່ອຍອາຫານ.
  • ຊ່ວຍປົວອາການຖອກທ້ອງ ແລະທ້ອງບິດ.
  • ຊ່ວຍບັນເທົາອາການຍື່ງທ້ອງ.
  • ຊ່ວຍຊຳລະລ້າງເປືອກກະເພາະອາຫານ ແລະລຳໄສ້.
  • ຊ່ວຍໃຫ້ປັດສາວະໃສ (ບໍ່ຂຸ້ນ).
  • ຊ່ວຍປົວຝ້າ, ຈຸດດ່າງດຳ ເທິງໃບໜ້າ ໂດຍການໃຊ້ຄີມຫົວຜັກກາດຂາວ. ວິທີເຮັດຄີມຫົວຜັກກາດ ກໍຄື ນຳເອົາຫົວຜັກກາດ ລ້າງໃຫ້ສະອາດ, ປອກເປືອກອອກ ແລ້ວຊອຍເປັນປ່ຽງບາງໆ. ຈາກນັ້ນ ປັ່ນໃຫ້ລະອຽດ ແລ້ວໃສ່ນຳ້ໝາກນາວ 1 ບ່ວງແກງ, ປັ່ນອີກຄັ້ງ. ສ່ວນວິທີພອກໜ້າ ແມ່ນໃຫ້ທາທົ່ວຜິວໜ້າ ປະໄວ້ປະມານ 15 ນາທີ ແລ້ວລ້າງອອກ. ຖ້າເຮັດເປັນປະຈຳຈະຊ່ວຍຫຼຸດດຝ້າ ແລະຈຸດດ່າງດຳໃຫ້ຈາງລົງໄດ້.

ອີກວິທີນຶ່ງ ກໍຄື ໃຫ້ນຳເອົາຫົວຜັກກາດຂາວມາລ້າງໃຫ້ສະອາດ ແຕ່ບໍ່ຕ້ອງປອກເປືອກແລ້ວຊອຍເປັນທ່ອນນ້ອຍໆ ໃຫ້ໄດ້ປະມານ 2 ບ່ວງ ແລ້ວໃສ່ລົງໄປໃນເຄື່ອງປັ່ນ ແລ້ວໃສ່ນຳ້ນົມເຂົ້າສາລີຕາມລົງໄປ 1 ບ່ວງ ຕື່ມນຳ້ເຜິ້ງ 1 ບ່ວງ ແລ້ວປັ່ນໃຫ້ລະອຽດ ແລ້ວນຳມາພອກໃສ່ບໍລິເວນໜ້າ ຫຼື ພອກຕາມໂຕເປັນເວລາປະມານ 15 ນາທີ ແລ້ວຈຶ່ງລ້າງອອກ, ຄວນເຮັດຢ່າງໜ້ອຍອາທິດລະ 2 ຄັ້ງ (ສຳລັບບາງຄົນ ໃຊ້ຕອນທຳອິດອາດຈະມີອາການແສບແດງແດ່ ແຕ່ກໍບໍ່ເປັນຫຍັງ ເພາະເປັນເລື່ອງປົກກະຕິ ຖ້າເຮັດໄປໄດ້ໄລຍະນຶ່ງກໍຈະເຫັນຜົນຊັດເຈນຂຶ້ນ).

ຫົວຜັກກາດ ໃນພາສາອັງກິດຄື Radish, ມັນມີຖິ່ນກຳເນດທີ່ປະເທດຈີນ ຊຶ່ງໂດຍທົ່ວໄປແລ້ວ ມັນຈະມີຫຼາຍສີ ເຊັ່ນ ສີຂາວ, ສີມ່ວງ, ບົວ, ແດງ… ສ່ວນຂະໜາດກໍຕ່າງກັນອອກໄປຕາມສາຍພັນ.

error: Content is protected !!