ດື່ມນຳ້ແນວໃດ ໃຫ້ຮ່າງກາຍສົດຊື່ນ?

ດື່ມນຳ້ຢ່າງໜ້ອຍມື້ລະ 6-8 ຈອກ ເປັນສິ່ງທີ່ເຮົາໄດ້ຍິນມາດົນແລ້ວ ວ່າ ເປັນສິ່ງທີ່ຄວນເຮັດ. ແຕ່ດື່ມນຳ້ 6-8 ຈອກ ຕ້ອງດື່ມແນວໃດ ຈຶ່ງຈະມີປະສິດທິພາບສູງສຸດ.

  1. ດື່ມນຳ້ສະອາດດີທີ່ສຸດ, ສ່ວນນຳ້ຫວານ ແລະ ນຳ້ອັດລົມ ມີນຳ້ຕານຫຼາຍໂພດ.
  2. ຫຼີກເວັ້ນນຳ້ດື່ມທີ່ເຢັນໆ ເພາະຮ່າງກາຍຕ້ອງປັບອຸນຫະພູມຂອງນຳ້ ໃຫ້ເທົ່າກັບອຸນຫະພູມຂອງຮ່າງກາຍ.
  3. ບໍ່ຄວນດື່ມນຳ້ຫຼາຍ ຫຼັງຈາກກິນອີ່ມ ເພາະນຳ້ຈະໄປກວນລະບົບຍ່ອຍອາຫານ ໃຫ້ເຮັດວຽກຊ້າລົງ.
  4. ນຳ້ແຊ່ເຢັນດີກວ່າ ນຳ້ໃສ່ນຳ້ກ້ອນ ເພາະນຳ້ກ້ອນສ່ຽງປົນເປື້ອນເຊື້ອໂຣກ, ເຮັດໃຫ້ຖ່າຍທ້ອງ.

ເຖິງແມ່ນວ່າ ເລື່ອງການດື່ມນຳ້ ຈະເບິ່ງເປັນເລື່ອງເລັກນ້ອຍ ແຕ່ການດື່ມນຳ້ ກໍສົ່ງຜົນຕໍ່ຮ່າງກາຍຢ່າງມະຫາສານ.

error: Content is protected !!