ເຕັກນິກຝຶກສະໝອງ ໃຫ້ຄິດເກັ່ງ

ວິທີງ່າຍໆ ໃນການບໍລິຫານສະໝອງຊີກຂວາ (ການໃຊ້ຈິນຕະນາການ, ຄວາມຮູ້ສຶກ) ແລະ ຊີກຊ້າຍ (ການໃຊ້ເຫດຜົນ) ກໍຄື ໃຫ້ຝຶກຂີດຂຽນອັນໃດກໍໄດ້ ໂດຍໃຊ້ທັງມືຂ້າງທີ່ຖະໜັດ ແລະບໍ່ຖະໜັດ ແລ້ວສະໝອງຈະປະສານງານກັນໄດ້ດີ. ຕໍ່ໄປຄືເຕັກນິກເລັກໆນ້ອຍໃນການຝຶກສະໝອງໃຫ້ຄິດເກັ່ງ.

  1. ຄິດແລ້ວເຮັດ: ການລົງມືເຮັດເປັນຜົນໄດ້ຮັບຂອງການຄິດ, ຖ້າຄິດແລ້ວເຮັດຢ່າງຕໍ່ເນື່ອງ ຈະເຮັດໃຫ້ສະໝອງໄດ້ຈື່ຈຳວິທີການ ທີ່ເປັນຮູບປະທຳ ຈາກລົງມືເຮັດ ແລະສາມາດຫາແນວທາງພັດທະນາ ຂະບວນການຄິດ ແລະການເຮັດຂອງຕົວເອງໃຫ້ດີຂຶ້ນຕໍ່ໄປໄດ້.
  2. ລອງເຮັດໃນສິ່ງທີ່ບໍ່ເຄີຍເຮັດ: ຫຼັງຈາກເຮັດສິ່ງໃດນຶ່ງ ຈົນຊຳນານແລ້ວ ລອງອອກໄປເຮັດໃນສິ່ງທີ່ບໍ່ເຄີຍເຮັດແດ່ ເພື່ອເປີດມູມມອງ ແລະຝຶກສະໝອງ ໃຫ້ໄດ້ຮຽນຮູ້ທັກສະໃໝ່ໆ.
  3. ບໍລິຫານສະໝອງ 2 ຊີກ: ຕາມປົກກະຕິແລ້ວ ສະໝອງຊີຊ້າຍ ແລະ ຊີກຂວາ ຊຶ່ງມີໜ້າທີ່ຕ່າງກັນ ຈະເຮັດວຽກປະສານເຊື່ອມໂຍງກັນ ໂດຍອັດຕະໂນມັດ. ສະນັ້ນ ການຝຶກບໍລິຫານສະໝອງທັງຂ້າງເລື້ອຍໆ ຈະຊ່ວຍໃຫ້ສະໝອງເຮັດວຽກຮ່ວມກັນໄດ້ຢ່າງມີປະສິດທິພາບຫຼາຍຂຶ້ນ, ຜົນທີ່ໄດ້ຮັບຈາກການຄິດຈຶ່ງມີຄຸນນະພາບຫຼາຍຂຶ້ນອີກ.
error: Content is protected !!