ຫ້າມເດັດຂາດບໍ່ໃຫ້ນໍາເອົາໃບເງິນກີບໄປປະດິດເປັນຂອງທີ່ລະນຶກ , ພວງມະໄລ, ຊໍ່ດອກໄມ້ ເພື່ອວາງຂາຍ ຫລື ລົງໂຄສະນາຕາມສື່ອອນລາຍ

ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຂໍຖືເປັນກຽດແຈ້ງມາຍັງທ່ານຊາບວ່າ: ໃນໄລຍະຜ່ານມາ ເຫັນວ່າມີ ປະກົດການ ນໍາເອົາໃບເງິນກີບ (ທະນະບັດ) ໄປປະດິດເປັນຜະລິດຕະພັນຕ່າງໆ ເຊັ່ນ: ຕົ້ນກະລະພຶກ, ພວງມະໄລ, ຂັນ ໝາກເບັງ, ຊໍ່ດອກໄມ້ ແລະ ສິ່ງປະດິດອື່ນໆ ຫຼື ເອົາໃບເງິນກີບໃໝ່ໄປວາງຂາຍເກີນມູນຄ່າ ເພື່ອເກງກຳໄລຕາມຫ້າງຮ້ານ ແລະ ລົງໂຄສະນາຕາມສື່ອອນລາຍຕ່າງໆ ຊຶ່ງການກະທໍາດັ່ງກ່າວ ເຮັດໃຫ້ເກີດພາບພົດທີ່ບໍ່ເໝາະສົມ, ເຮັດໃຫ້ທະນະ ບັດເສື່ອມຄຸນນະພາບ ແລະ ແຕະຕ້ອງເຖິງຄຸນຄ່າ, ກຽດສັກສີຂອງເງິນກີບ ທີ່ເປັນຫົວໜ່ວຍເງິນຕາຂອງຊາດ.

ເພື່ອຮັບປະກັນການຈັດຕັ້ງປະຕິບັດລະບຽບກົດໝາຍໃຫ້ເປັນເອກະພາບກັນໃນຂອບເຂດທົ່ວປະເທດ, ຫ້ອງການ ກະຊວງອຸດສາຫະກຳ ແລະ ການຄ້າ ຈຶ່ງອອກແຈ້ງການ ດັ່ງນີ້:

1. ຫ້າມເດັດຂາດ ບໍ່ໃຫ້ບັນດາຫົວໜ່ວຍທຸລະກິດ, ຫ້າງຮ້ານ, ຜູ້ປະກອບການ ແລະ ບຸກຄົນ ປະດິດ, ນໍາເອົາ ຜະລິດຕະພັນ, ຂອງທີ່ລະນຶກ, ພວງມະໄລ, ຊໍ່ດອກໄມ້ ຫຼື ສິ່ງປະດິດຕ່າງໆ ທີ່ເຮັດດ້ວຍໃບເງິນກີບ ໄປວາງ ຂາຍ ຫຼື ລົງໂຄສະນາຕາມສື່ອອນລາຍຕ່າງໆ;

2. ຫ້າມ ນໍາເອົາໃບເງິນກີບ (ໂດຍສະເພາະໃບເງິນໃໝ່) ໄປວາງຂາຍ ຫຼື ແລກປ່ຽນ ເພື່ອເກງກຳໄລເກີນມູນຄ່າ ທະນະບັດໃນທຸກຮູບແບບ;

3. ມອບໃຫ້ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ນະຄອນຫຼວງ ແລະ ຫ້ອງການອຸດສາຫະກຳ ແລະ ການ ຄ້າ ເມືອງ, ນະຄອນ ເພີ່ມທະວີການແນະນໍາ, ສຶກສາອົບຮົມ, ຕິດຕາມ ແລະ ກວດກາ ບັນດາຫ້າງຮ້ານ, ຜູ້ ປະກອບການ ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ຮັບຮູ້ ແລະ ເຂົ້າໃຈລະບຽບການຢ່າງເຂັ້ມງວດ;

4. ໃນກໍລະນີພົບເຫັນຜູ້ລະເມີດ ໃຫ້ດໍາເນີນການສຶກສາອົບຮົມ, ກ່າວເຕືອນ ຫຼື ປະສານສົມທົບກັບເຈົ້າໜ້າທີ່ ທີ່ ກ່ຽວຂ້ອງ ເພື່ອນໍາໃຊ້ມາດຕະການປັບໃໝ ແລະ ມາດຕະການອື່ນ ຕາມທີ່ໄດ້ກຳນົດໄວ້ໃນດໍາລັດ ວ່າດ້ວຍການ ຄຸ້ມຄອງທະນະບັດ ສະບັບເລກທີ 854/ລບ, ລົງວັນທີ 31 ທັນວາ 2025 ແລະ ນິຕິກຳອື່ນທີ່ກ່ຽວຂ້ອງ ຢ່າງ ເຂັ້ມງວດ.

error: Content is protected !!