ແກງຜັກຫວານໃສ່ໄຂ່ມົດແດງ

–      ຜັກຫວານປ່າ ປະມານ   1     ຖ້ວຍ.

–      ໄຂ່ມົດແດງ              1     ຖ້ວຍ.

–      ຜັກອີ່ຕູ່                    1     ຖ້ວຍ.

–      ນ້ຳປາແດກ              2     ບ່ວງແກງ.

–      ນ້ຳປາ                           1     ບ່ວງແກງ.

–      ເກືອ                      ½    ບ່ວງກາເຟ.

–      ນ້ຳລ້າ                           1     ຖ້ວຍ.

–      ໝາເຜັດຕຳພໍແຫຼກ       2     ບ່ວງແກງ.

–      ຫົວສີໄຄຊອຍ             5     ທ່ອນ.

–      ຫົວຜັກບົ່ວແດງຕຳ 3     ບ່ວງແກງ.

–      ໃບຂີ້ຫູດ                   3-4  ໃບ.

ວິທີເຮັດແກງຜັກຫວານໃສ່ໄຂ່ມົດແດງ

1.  ຕົ້ມນ້ຳໃຫ້ຝົດ ຈາກນັ້ນໃສ່ໝາກເຜັດ, ຫົວສີໄຄຊອຍ, ໃບຂີ້ຫູດ, ຫົວຜັກບົ່ວແດງ ແລະ ເກືອ ລົງໄປ, ຈາກນັ້ນປຸງຣົດດ້ວຍນ້ຳປາ ແລະ ນ້ຳປາແດກ.

2.  ໃສ່ຜັກຫວານ ແລະ ຜັກອີ່ຕູ່ ແລະ ໄຂ່ມົດແດງລົງໄປ ຕົ້ມຕື່ມອີກໜ້ອຍ ໜຶ່ງພ້ອມເສີບໄດ້ເລີຍ.

error: Content is protected !!