ຢາກເຊົານອນກົນ ເຮັດແບບນີ້

  1. ປ່ຽນທ່ານ​ອນ: ຈາກ​ທີ່​ເຄີ​ຍນອນ​ຫງາຍ ຊຶ່ງ​ເປັນ​ທ່າ​ທີ່​ສະດວກ​ກັບ​ການ​ນອນ​ກົນຫຼາຍທີ່​ສຸດ ໃຫ້ມາ​ເປັນ​ທ່ານ​ອນສະ​ແຄງ ​ໂດຍ​ອາດ​ຈະ​ນອນ​ກອດໝອນຂ້າງ​ໄປ​ນຳ​ກໍໄດ້ ຊຶ່ງ​ຈະ​ຊ່ວຍ​ໃຫ້​ທ່ານ​ນອນ​ສະ​ແຄງ​ໄດ້​ດົນ​ຂຶ້ນ. ​ພຽງ​ເທົ່າ​ນີ້ກໍ​ເຮັດ​ໃຫ້​ກົນໜ້ອຍລົງ​ ຫຼື ​ເຊົາ​ກົນ​ໄປ​ເລີຍ.
  2. ນອນ​ຫງາຍ​ກໍ​ໄດ້ ​ແຕ່​ຕ້ອງ​ມີ​ເງື່ອນ​ໄຂ: ຖ້າ​ທ່ານ​ນອນ​ຫງາຍ​ເປັນ​ທ່າ​ທີ່​ທ່ານ​ນອນຫຼັບສະບາຍ​ທີ່​ສຸດ ລອງ​ນອນ​ໂດຍ​ບໍ່​ຕ້ອງ​ມີໝອນຮອງ​ຫົວ ຫຼື ຈະ​ນອນໝຸນໜອນ​ແຕ່​ໃຊ້​ຜ້າ​ຂົນໜູໝຸນ​ໃຕ້​ຄາງເພື່ອ​ໃຫ້​ປາກ​ປິດ​ຢູ່​ຕະຫຼອດ​ກໍ​ໄດ້. ວິທີ​ນີ້ ​ກໍຈະ​ຊ່ວຍ​ແກ້​ການ​ນອນ​ກົນ​ໄດ້​​ເຊັ່ນ​ກັນ.
  3. ຫຼຸດຄວາມ​ອ້ວນ: ຖ້າ​ທ່ານ​​ມີ​ນຳ້ໜັກ​ເກີນ​ມາດຕະຖານ​ ​ແລ້ວ​ພົບ​ວ່າ​ໂຕ​ເອງ​ນອນ​ກົນ, ຄວາມ​ອ້ວນ​ອາດ​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ທ່ານ​ນອນ​ກົນ​ກໍ​ໄດ້ ​ເພາະ​ເມື່ອ​ຮ່າງກາຍ​ມີ​ຊີ້ນໜັງຮອບ​ຄໍ ທີ່​ແໜ້ນຈົນ​ເກີນ​ໄປ ອາດ​ເຮັດ​ໃຫ້​ກົດຫຼອດລົມ​ຫາຍ​ໃຈ​ຈົນ​ຫາຍ​ໃຈ​ບໍ່​ສະດວກ ​ແລ້ວ​ກໍ​ເຮັດ​ໃຫ້​ກົນ​ສຽງດັງ​ເກີດ​ຂຶ້ນ. ສະ​ນັ້ນ ​ຄວນຫຼຸດຄວາມ​ອ້ວນ​ລົງ ຈະ​ດີກ​ວ່າ.
  4. ງົດ​ດື່ມ​ນຳ້ເມົາ: ນຳ້ເມົາທັງຫຼາຍ ​ມີ​ລິດ​ກົດ​ປະສາດ​ສ່ວນ​ກາງ ​ແລະ​ສາມາດ​ສົ່ງ​ຜົນ​ໃຫ້​ກ້າມຊີ້ນສ່ວນ​ດ້ານຫຼັງລຳ​ຄໍ​ຕຶງ​ຄຽດ​ໄດ້ ຈົນ​ເຮັດ​ໃຫ້​ເກີດ​ການ​ນອນ​ກົນ ​ໂດຍ​ສະ​ເພາະ​ຖ້າ​ທ່ານ​ດື່ມນຳ້ເມົາ​ກ່ອນ​ນອນ ປະມານ 4-5 ຊົ່ວ​ໂມງ, ອາການ​ນອນ​ກົນ​ຈະ​ຍິ່ງ​ເພີ່ມ​ທະວີ​ຄວາມ​ຮຸນ​ແຮງ.
  5. ບໍ່ສູດ​ຢາ: ຢາສູບ​ເປັນສາ​ເຫດ​ສຳຄັນ​ທີ່​ເຮັດ​ໃຫ້​ລະບົບ​ການ​ຫາຍ​ໃຈ​ຂອງ​ເຮົາ​ຜິດ​ປົກກະຕິ​ໄປ ແລະມັນຍັງ​ບໍ່​ດີ​ຕໍ່​ສຸຂະພາບ​ຂອງ​ເຮົາ​ອີກ​ດ້ວຍ.
  6. ຊັກ​ເຄື່ອງ​ນອນ​ໃຫ້​ສະອາດ: ​ຄວາມເປິເປື້ອນ ​ແລະ​ເຊື້ອ​ໂຣກທີ່​ເກາະ​ຢູ່​ຕາມໝອນ, ຜ້າ​ຫົ່ມ ​ແລະ​ຜ້າ​ປູ​ບ່ອນ​ນອນ​ຂອງ​ທ່ານ​ ລ້ວນ​ແຕ່​ເປັນສາ​ເຫດ​ໃຫ້ການ​ຫາຍ​ໃຈ​ຕະຫຼອດການນອນຫຼັບຕິດ​ຂັດ​ໄດ້.
  7. ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ໃຫ້​ຫ້ອງ: ​ຖ້າຫ້ອງ​ນອນ​ທີ່​ເປີດ​ແອ​ເຢັນເລື້ອຍໆ ຄວນ​ນ​ເອົາ​ອ່າງ​ນຳ້​ມາ​ວາງ​ໄວ້​ຂ້າງໆຕຽງ​ເພື່ອ​ເພີ່ມ​ຄວາມ​ຊຸ່ມ​ຊື່ນ​ຫ້ອງ​ນອນ​ໃຫ້​ສົມ​ດຸນ ​ເນື່ອງ​ຈາກ​ວ່າ ຖ້າ​ນອນຫຼັບ​ໃນ​ຫ້ອງ​ທີ່​ມີ​ຄວາມ​ຊຸ່ມ​ຊື່ນ​ບໍ່​ສົມ​ດຸນ ອາກາດ​ໃນ​ຫ້ອງ​ນອນ​ອາດ​ລົບ​ກວນ​ລະບົບ​ຫາຍ​ໃຈ​ຈົນ​ເຮັດ​ໃຫ້​ນອນ​ກົນ​ໄດ້​ນັ້ນ​ເອງ.
  8. ນອນຫຼັບ​ໃຫ້​ພຽງພໍ: ການ​ຫັກ​ໂຫມກັບ​ວຽກງານຫຼາຍ​ເກີນ​ໄປ ຫຼື ການ​ນອນ​ເດິກ​ເປັນ​ປະ​ຈຳ ອາດ​ເຮັດ​ໃຫ້​ກ້າມຊີ້ນສ່ວນ​ຕ່າງໆ​ ໃນ​ຮ່າງກາຍ​ອິດ​ເມື່ອຍໄດ້ ​ແລະ​ເມື່ອ​ກ້າມຊີ້ນສ່ວນ​ດ້ານຫຼັງລຳຄໍ​ບໍ່​ຢູ່​ໃນ​ລັກສະນະ​ທີ່​ເຮັດ​ໃຫ້ຫາ​ຍ​ໃຈ​ໄດ້​ສະດວກ​ແລ້ວ ອາການ​ນອນ​ກົນ​ກໍ​ຈະ​ເກີດ​ຂຶ້ນ.
  9. ອະນາ​ໄມ​ດັງ​ໃຫ້​ສະອາດ: ສາ​ເຫດຫຼັກໆຂອງ​ການ​ນອນ​ກົນ ຢູ່​ທີ່​ຄວາມ​ຜິດ​ປົກກະຕິ​ຂອງ​ລະບົບ​ທາງ​ເດີນ​ຫາຍ​ໃຈ. ດັ່ງ​ນັ້ນ​ຖ້າ​ເຮັດ​ແນວ​ໃດ​ກໍ​ບໍ່​ເຊົາ​ນອນ​ກົນ ລອງ​ໃຊ້​ວິທີ​ລ້າງ​ດັງ ກໍ​ຈະ​ຊ່ວຍ​ໄດ້ ເພາະ​ພາຍ​ໃນ​ດັງ​ຂອງ​ເຮົາ​ອາດ​ມີ​ຂີ້ມູກ ຫຼື ສິ່ງ​ຕົກ​ຄ້າງ​ເຂົ້າ​ໄປ​ຕີບ​ຕັນ​ຈົນ​ເຮັດ​ໃຫ້ຫາ​ຍ​ໃຈ​ບໍ່​ຄ່ອຍ​ສະດວກ​ໃນ​ເວລາ​ທີ່​ນອນຫຼັບກໍ​ໄດ້.
  10. ​ໃຊ້​ຢາ​ປິ່ນ​ປົວ​ໂຣກພາຍ​ໃຕ້​ການ​​​ເບິ່ງ​ແຍງ​ຂອງ​ແພດ: ຢາ​ບາງ​ປະ​ເພດ​ມີ​ລິດ​ກົດ​ລະບົບ​ປະສາດ​ສ່ວນ​ກາງ ​ແລະ​ມີ​ຜົນ​ຕໍ່​ສະໝອງບໍ່​ຕ່າງ​ຈາກ​ແອວ​ກໍ​ຮໍ ​ເຊັ່ນ ຢາ​ແກ້​ຫວັດ​ບາງ​ຊະນິດ ຊຶ່ງ​ອາດ​ເປັນສາ​ເຫດ​ຂອງ​ການ​ນອນ​ກົນ​ໄດ້. ​ດັ່ງ​ນັ້ນ ຖ້າ​​ທ່ານ​ຈຳ​ເປັນ​ຕ້ອງ​ໃຊ້​ຢາ​ຊະນິດ​ໃດ​ກໍ​ຕາມ ຄວນ​ປຶກສາ​ແພດສາ​ກ່ອນ ​ທຸກ​ຄັ້ງທີ່​ໃຊ້.
error: Content is protected !!