ຜັກ ແລະໝາກໄມ້ ອັນໃດໃຫ້ໃຍອາຫານສູງ

ປັດຈຸບັນ ຄວາມເຈັບປ່ວຍຈາກໂຣກຕ່າງໆ ເກີດຂຶ້ນກັບຄົນລາວເປັນຈຳນວນຫຼາຍ ຊຶ່ງອັດຕາການປ່ວຍດ້ວຍໂຣກຄວາມດັນເລືອດສູງນັ້ນ ຖືວ່າສູງກວ່າໝູ່ ຊຶ່ງກໍເປັນຍ້ອນການກິນອາຫານຂອງຄົນເຮົານີ້ແຫຼະ ໂດຍສະເພາະການກິນຜັກ ແລະໝາກໄມ້ທີ່ໜ້ອຍລົງ, ແຕ່ພາກັນກິນອາຫານຫວານ, ມັນ, ເຄັມ ຫຼາຍຂຶ້ນ ຈຶ່ງເຮັດໃຫ້ຮ່າງກາຍມີພູມຕ້ານທານທີ່ຫຼຸດລົງ.
ຜັກ ແລະໝາກໄມ້ ຄືຄຳຕອບຂອງການມີສຸຂະພາບທີ່ດີ. ສະນັ້ນ ເຮົາຄວນກິນຜັກ ແລະໝາກໄມ້ສົດ, ທັນຍາພືດທີ່ບໍ່ຜ່ານການຂັດສີ ຊຶ່ງຜ່ານການແປຮູບ ແລະດັດແປງໜ້ອຍທີ່ສຸດ, ອຸດົມໄປດ້ວຍໄຟໂຕນິວທຽນ, ເອນໄຊ, ກາກໃຍ, ພຣີໄບໂອຕິກ ຊຶ່ງສິ່ງເຫຼົ່ານີ້ໄດ້ຈາກຜັກ, ໝາກໄມ້ ແລະທັນຍາພືດເທົ່ານັ້ນ ທີ່ຈະຊ່ວຍຕ້ານການອັກເສບ, ມີຜິວພັນສົດໃສ, ສົດຊື່ນ, ຖ່ວງໄວ, ປ້ອງກັນການເກີດໂຣກມະເຮັງ ແລະຮັກສາປັບສົມດຸນໃນລະບົບພູມຄຸ້ມກັນ.
ໃຍອາຫານ ຫຼື ໄຟເບີ (Fiber) ໝາຍເຖິງຫຍັງ?
ໃຍອາຫານ ເປັນສ່ວນປະກອບຂອງພືດ ຊຶ່ງພົບໃນທັນຍາພືດ, ຜັກ, ໝາກໄມ້, ແກ່ນຖົ່ວແຫ້ງ ຊ່ວຍໃຫ້ລະບົບຂັບຖ່າຍມີການຂັບຖ່າຍສິ່ງເສດເຫຼືອໄດ້ງ່າຍ, ເຮັດໃຫ້ໄສ້ສະອາດ, ຫຼຸດການເກີດໂຣກລະບົບທາງເດີນອາຫານ, ຄອຍຈັບສານພິດຕ່າງໆ, ຊ່ວຍໃນການຄວບຄຸມລະດັບນຳ້ຕານ ແລະໄຂມັນໃນເລືອດ, ຊ່ວຍປ້ອງກັນອາການຍື່ງທ້ອງ ເຮັດໃຫ້ເປືອກໜັງຂອງລຳໄສ້ແຂງແຮງ, ປ້ອງກັນມະເຮັງລຳໄສ້, ຊ່ວຍສົ່ງເສີມການຈະເລີນເຕີບໃຫຍ່ຂອງ ແບັກທີເຣຍໂຕທີ່ດີໃນລຳໄສ້ໃຫຍ່ ຊຶ່ງເຮົາເຫັນໄດ້ວ່າ ໄຟເບີ ໃນຜັກ ແລະໝາກໄມ້ ມີຜົນດີຕໍ່ຮ່າງກາຍເຮົາຫຼາຍທີ່ສຸດ. ດັ່ງນັ້ນ ການກິນຜັກ ແລະໝາກໄມ້ ຈຶ່ງປົກປ້ອງເຮົາໃຫ້ຫ່າງໄກໂຣກບໍ່ຕິດຕໍ່ຊຳເຮື້ອຈຳພວກຫົວໃຈຂາດເລືອດ, ເສັ້ນເລືອດໃນສະໝອງຕີບ, ຫຼຸດອັດຕາການປ່ວຍ ແລະເສຍຊີວິດຈາກມະເຮັງກະເພາະອາຫານ, ມະເຮັງປອດ ແລະມະເຮັງລຳໄສ້ໃຫຍ່.
ໃຍອາຫານ ສາມາດແບ່ງເປັນໃຍອາຫານທີ່ລະລາຍນຳ້ (soluble fiber) ແລະບໍ່ລະລາຍນຳ້ (insoluble fiber) ຊຶ່ງເສັ້ນໃຍອາຫານທີ່ລະລາຍນຳ້ໄດ້ ປົນຢູ່ກັບສ່ວນທີ່ເປັນແປ້ງໃນພືດ, ຜັກ ແລະໝາກໄມ້ເກືອບທຸກຊະນິດ ແລະພືດຕະກູນຖົ່ວ, ເຂົ້າໂອດ, ຕົ້ນເຂົ້າໂອດ ແລະເຂົ້າບາເລ່. ສ່ວນເສັ້ນໃຍອາຫານທີ່ບໍ່ລະລາຍນຳ້ ພົບຫຼາຍໃນອາຫານປະເພດທັນຍາພືດ ເຊັ່ນ ເຂົ້າກ້ອງ ຫຼືເຂົ້າທີ່ຕຳດ້ວຍມື, ສາລີ, ຕົ້ນສາລີ, ຕົ້ນເຂົ້າຈ້າວ, ພືດຕະກູນຖົ່ວ, ຖົ່ວເປືອກແຫ້ງ ແລະຜັກຊະນິດຕ່າງໆ.
ຜັກ ແລະໝາກໄມ້ ອັນໃດໃຫ້ໄຟເບີສູງ?

  1. ຖົ່ວ (Nut) ເຊັ່ນ ຖົ່ວແດງ, ຖົ່ວຂຽວ, ຖົ່ວດິນ, ແກ່ນຕາເວັນ, ອັນມອນ ແລະແກ່ນໝາກອຶ.
  2. ທັນຍາພືດ (Grain) ທັນຍາພືດບໍ່ຂັດສີທຸກຊະນິດ, ເຂົ້າກ້ອງໄຮ່, ເຂົ້າຫອມກຳ່ ແລະເຂົ້າສິນເຫຼັກ (ເປັນເຂົ້າທີ່ປະສົມຂ້າມສາຍພັນ ລະຫວ່າງເຂົ້າຂາວກັບເຂົ້າກຳ່).
  3. ຜັກ (Vegetable) ກາຣົດ, ສາລີ, ບລັອກໂຄລີ່ ແລະຜັກຫົມ.
  4. ໝາກໄມ້ (Fruit) ໝາກຫຸ່ງ, ກ້ວຍ, ໝາກກ້ຽງ, ແອັບເປິ້ນ, ອະໂວກາໂດ, ສີດາ ແລະໝາກມ່ວງ.
    ລ້າງຜັກແນວໃດໃຫ້ຖືກວິທີ?
  5. ນຳ້ສົ້ມສາຍຊູ ໃຊ້ 1 ບ່ວງແກງຕໍ່ນຳ້ 4 ລິດ ແຊ່ປະໄວ້ 10 ນາທີ ແລ້ວລ້າງອອກດ້ວຍນຳ້ສະອາດ ຫຼຸດສານພິດຕົກຄ້າງໄດ້ 60-84%.
  6. ແຊ່ໃນນຳ້ທີ່ປະສົມດ້ວຍຜົງຟູ (Baking powder) ໂດຍໃຊ້ເຄິ່ງບ່ວງແກງຕໍ່ນຳ້ 10 ລິດ ແຊ່ປະໄວ້ 15 ນາທີ ແລ້ວລ້າງອອກດ້ວຍນຳ້ສະອາດ ຫຼຸດສານພິດຄົກຄ້າງໄດ້ 90-95%.
  7. ລ້າງດ້ວຍນຳ້ກັອກໄຫຼຜ່ານ ໂດຍນຳເອົາຜັກ ແລະໝາກໄມ້ໃສ່ກະເຕາະຫ່າງ ແລ້ວເປີດນຳ້ໄຫຼດ້ວຍຄວາມແຮງພໍປະມານ ດົນ 2 ນາທີ ຊ່ວຍຫຼຸດສານຕົກຄ້າງໄດ້ 25-65%.
Due to the additional charges, three individuals — including Aja Davis and Michael Legall — were added to the indictment. It was Loren's first significant feature film since Nine. Even when an item is on consignment you have to put the price on the item. For the first time in the series, the Yankees did not score in the first inning. The discrimination argument doesn't hold water when you look at race as a physical and genetic factor while homosexuality is purely behavioral. He is also a member of the tax advisory committee of the American Chamber of Commerce in Spain. It will for sure last a month, they say up too 3 months, consider yourself one of the lucky ones if you have less then that. But over the decades, the city built a much narrower road and neighbours fronting it on both sides claimed the unused land. When you login first time using a Social Login button, we collect your social account's public profile information, based on your privacy settings. Knowledge of the principles and practices associated with promoting public education. Nobody from nowhere going no place enter your mobile number or email address below and well send you a link to download the free kindle app. Cloudy with 60 percent chance of rain showers or flurries. Although, there is no dedicated feature available for Android to remove the whole chat history of Skype in a single click. In ABC, a enhanced fire of fire grass from the golf cat clothes in hobby of the hunting pond regional to the moment by picture.
error: Content is protected !!