4 ຂໍ້ ເພື່ອຊີວິດຄູ່ມີຄວາມສຸກ ໃນຍາມເຖົ້າ

1. ແບ່ງປັນຊັບສິນ:

ຖ້າທ່ານບໍ່ໄດ້ແຕ່ງດອງ ຊັບສິນຂອງທ່ານທັງຄູ່ຈະລວມກັນບໍ່ໄດ້ ແຕ່ທ່ານທັງຄູ່ອາດຈະຊ່ວຍແບ່ງປັນຄ່າໃຊ້ຈ່າຍພາຍໃນເຮືອນໄດ້ ແລະເພື່ອຫຼຸດຄວາມຊັບຊ້ອນຂອງລາຍຈ່າຍໃນຊີວິດປະຈຳວັນ, ທ່ານທັງສອງອາດຈະມີການເປີດບັນຊີຮ່ວມກັນເພື່ອເອົາໄວ້ເກັບຄ່າໃຊ້ຈ່າຍທີ່ໃຊ້ຮ່ວມກັນໂດຍສະເພາະ. ຢ່າງໃດກໍຕາມ ຖ້າຫາກໃຜຄົນໃດຄົນນຶ່ງມີຖານະບໍ່ດີເທົ່າກັບອີກຝ່າຍ ທ່ານທັງສອງອາດໃຊ້ວິທີຕົກລົງເລື່ອງຄ່າໃຊ້ຈ່າຍກັນແບບເທົ່າທຽມ ແຕ່ຍັງຄົງອີງຕາມຫຼັກລາຍໄດ້ຂອງແຕ່ລະຝ່າຍ ເຊັ່ນ ຄົນທີ່ມີຖານະດີກວ່າອາດຈະອອກຄ່າໃຊ້ຈ່າຍ 60% ສ່ວນຄົນທີ່ມີດ້ອຍກວ່າອາດອອກຄ່າໃຊ້ຈ່າຍ 40%.

2. ເຮັດເອກະສານທາງກົດໝາຍ:

ການຍ້າຍເຂົ້າໄປຢູ່ນຳກັນ ເພາະຄວາມຮັກຄັ້ງໃໝ່ ອາດເປັນໄປໄດ້ດີ ຈົນກວ່າຝ່າຍໃດຝ່າຍໜຶ່ງເສຍຊີວິດ ແລະ ລູກອີກຝ່າຍໃດໜຶ່ງ ກໍບໍ່ຢາກໃຫ້ທ່ານຢູ່ໃນເຮືອນຫຼັງນັ້ນອີກຕໍ່ໄປ. ສະນັ້ນ ເພື່ອຫຼີກເວັ້ນບັນຫານີ້ ພວກທ່ານ (ຜົວ ຫຼື ເມຍ) ຄວນເຮັດເອກະສານທາງກົດໝາຍ ທີ່ລະບຸໃຫ້ພວກທີ່ບໍ່ແມ່ນເຈົ້າຂອງເຮືອນ ມີສິດທີ່ຈະຢູ່ໃນເຮືອນຫຼັງນັ້ນໄດ້ຕໍ່ໄປ (ແຕ່ບໍ່ມີສິດຄອບຄອງເຮືອນຫຼັງນັ້ນໄດ້ ນອກຈາກຜູ້ສືບທອດຂອງເຈົ້າຂອງເຮືອນເທົ່ານັ້ນ).

3. ວາງແຜນຮັກສາສຸຂະພາບ:

ຄູ່ແຕ່ງງານສາມາດຕັດສິນໃຈໃນເລື່ອງທາງການແພດໃຫ້ກັນ ແລະກັນໄດ້ ແຕ່ຖ້າບໍ່ໄດ້ແຕ່ງດອງກັນ ທ່ານກໍບໍ່ມີສິດໃນເລື່ອງດັ່ງກ່າວ. ດັ່ງນັ້ນ ການຕັດສິນໃນເລື່ອງການຮັກສາສຸຂະພາບນັ້ນ ທ່ານ ແລະລູກໆຂອງທ່ານ ຄວນຈັດການເລື່ອງຮັກສາສຸຂະພາບຂອງທ່ານ ໃນກໍລະນີທີ່ທ່ານບໍ່ສາມາດເປັນຄົນຕັດສິນໃຈເລື່ອງສຸຂະພາບຂອງໂຕເອງໄດ້ແລ້ວ.

4. ປຶກສາທະນາຍຄວາມເລື່ອງມໍລະດົກ:

ທ່ານຕ້ອງຄິດໄວ້ສະເໝີວ່າ ຜູ້ສືບທອດຂອງທ່ານເທົ່ານັ້ນ ທີ່ຈະເປັນຜູ້ໄດ້ຮັບມໍລະດົກຫຼັກຂອງທ່ານ, ແຕ່ຖ້າທ່ານຕ້ອງການໃຫ້ຊັບສິນບາງຢ່າງກັບຄົນຮັກໃໝ່ຂອງທ່ານ, ທ່ານກໍສາມາດເຮັດໄດ້ດ້ວຍການປຶກສາກັບທະນາຍຄວາມ. ຢ່າງໃດກໍຕາມ, ການວາງແຜນຊັບສິນບາງຢ່າງໃຫ້ແກ່ຄົນຮັກໃໝ່ຂອງທ່ານນັ້ນ ຈະເປັນການດີກວ່າຖ້າລູກໆຂອງທ່ານຮັບຮູ້ເລື່ອງດັ່ງກ່າວນຳ.

error: Content is protected !!