ເຕືອນໄພ! ສຽບສາຍສາກບໍ່ລະວັງ ສ່ຽງຖືກແຮັກຂໍ້ມູນ

ໃນປັດຈຸບັນພົບວ່າມີສາຍສາກທີ່ຝັງຕົວສົ່ງສັນຍານໄຮ້ສາຍ Access Point ທີ່ເມື່ອເຮົາສຽບສາຍສາກເຂົ້າກັບອຸປະກອນ ຫຼື ໂທລະສັບມືຖືຂອງເຮົາແລ້ວຈະເຮັດໃຫ້ບັນດາພວກແຮັກເກີ້ສາມາດເຂົ້າເຖິງຂໍ້ມູນໃນອຸປະກອນຂອງເຮົາໄດ້ຈາກໄລຍະໄກ ໂດຍແຮັກເກີ້ຈະສາມາດໂຈລະກຳເອົາຂໍ້ມູນຕ່າງໆ ບໍ່ວ່າຈະເປັນ ເລກບັນຊີທະນາຄານ, ລະຫັດບັດ ATM, ແລະ ອື່ນໆ ຫຼື ອາດຈະສົ່ງຂໍ້ມູນເປັນໄວຣັດທີ່ເປັນອັນຕະລາຍເຂົ້າມາຍັງອຸປະກອນ ຊຶ່ງຮູບຮ່າງໜ້າຕາຂອງສາຍສາກດັ່ງກ່າວຈະມີໜ້າຕາຄ້າຍຄືກັນກັບສາຍສາກທົ່ວໄປ ມີທັງສາຍສາກແບບ LightningF, Micro-USB ຫຼື USB-C ຈຶ່ງອາດເຮັດໃຫ້ຫຼາຍຄົນບໍ່ທັນລະວັງໂຕ ດັ່ງນັ້ນເພື່ອເປັນການປ້ອງກັນການຖືກແຮັກຂໍ້ມູນຄວນລະມັດລະວັງການໃຊ້ສາຍສາກຂອງຄົນແປກໜ້າ ຫຼື

ອ່ານເພີ່ມ...

ອົງກອນອະນາໄມໂລກ ປ່ຽນຊື່ “ໝາກສຸກລີງ” ມາເປັນ “mpox”

ວັນທີ 28 ພະຈິກ ອົງກອນປະນາໄມໂລກ (WHO) ໄດ້ແຈ້ງການປ່ຽນຊື່ພະຍາດໝາກສຸກລີງ (monkeypox) ປ່ຽນເປັນ ເອັມພັອກສ໌ (mpox) ພ້ອມທັງຮຽກຮ້ອງໃຫ້ເອີ້ນຊື່ນີ້ຕາມອົງກອນປະນາໄມໂລກ ເນື່ອງຈາກວ່າຊື່ ໝາກສຸກລີງ ອາດສື່ເຖິງການຢຽດເຊື້ອຊາດ ຫຼື ສົ່ງຜົນກະທົບໃນທາງທີ່ບໍ່ດີ. ອົງກອນປະນາໄມໂລກ ກ່າວວ່າ ຊື່ພະຍາດໝາກສຸກລີງ ແລະ ເອັມພັອກສ໌ ຍັງໃຊ້ພ້ອມໆກັນເປັນໄລຍະເວລາ 1 ປີ ແລະ ຄຳວ່າ

ອ່ານເພີ່ມ...

ການຕິດເຊື້ອແບັກທີເຣຍ ຄືສາເຫດການເສຍຊີວິດອັນດັບ 2 ຂອງໂລກ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 22 ພະຈິກທີ່ຜ່ານມານີ້, ການຕິດເຊື້ອແບັກທີເຣຍຄື ສາເຫດການເສຍຊີວິດອັນດັບ 2 ຂອງໂລກ ແລະ ຄິດເປັນອັດຕາສ່ວນ 1 ໃນ 8 ຂອງການເສຍຊີວິດທັງໝົດໃນປີ 2019 ຊຶ່ງຖືວ່າເປັນການປະເມີນການເສຍຊີວິດທົ່ວໂລກຄັ້ງທຳອິດທີ່ມີການເປີດເຜີຍ. ໂດຍວາລະສານແລນເຊັດ ໄດ້ເປີດເຜີຍຜົນການສຶກສາສະບັບໃໝ່ລະບຸວ່າ ການເສຍຊີວິດຈາກເຊື້ອພະຍາດແບັກທີເຣຍທົ່ວໄປ 33 ຊະນິດ ແລະ ການຕິດເຊື້ອ 11

ອ່ານເພີ່ມ...

ຈະ​ປັບ​ປຸງ​ຮູບ​ແບບ​ໂຕ​ໜັງ​ສື ແລະ ຟອນ​ພາ​ສາ​ລາວ Phetsarath OT

ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກ​ຕ​ສ) ຮ່ວມກັບ ບໍລິສັດ ສະຕາໂທລະຄົມ ຈຳກັດ, ຈັດກອງປະຊຸມວິຊາການ Workshop ເພື່ອລະດົມຄວາມຄິດ ໃນການປັບປຸງຟອນພາສາລາວ ແລະ ອອກແບບໂຕໜັງສືລາວເພັດຊະລາດ ຂຶ້ນໃນວັນທີ 25 ຕຸລາ ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ

ອ່ານເພີ່ມ...

ຣັດເຊຍ ປ່ອຍຈະຫລວດສົ່ງດາວທຽມສື່ສານ

ຕາມແຫລ່ງ​ຂ່າວ ​ຈາກ​ ຣັດ​ເຊຍ, ວັນ​ທີ 23​ ຕຸລາ​ນີ້, ອົງການ ອາວະກາດ ໂຣສກົສ​ໂມສ (Roskosmos) ຂອງ ຣັດເຊຍ ໄດ້ຍິງຈະຫລວດ ສົ່ງດາວທຽມ ສື່ສານ ຂຶ້ນສູ່ ວົງໂຄຈອນໂລກ ​ໂດຍ​ໃຊ້ ​ນ້ຳມັນເຊື້ອໄຟ ທີ່ເປັນມິດ ກັບສິ່ງ ແວດລ້ອມ ທັງ​ໝົດ ​ເຊິ່ງ​ເປັນ

ອ່ານເພີ່ມ...

ເປີດໂຕ! ລົດໄຟຟ້າບິນໄດ້ ໃນນະຄອນ ດູໃບ

ເວົ້າໄດ້ວ່າໃນປັດຈຸບັນ ວົງການ ເທັກໂນໂລຢີ ກໍມີການພັດທະນາຢ່າງກ້າວກະໂດດ ສິ່ງທີ່ເຮົາເຄີຍຈິນຕະນາການ ບໍ່ຄາດຄິດວ່າຈະເດີດຂຶ້ນແທ້ ແຕ່ດຽວນີ້ ກໍມີບຸກຄົນທີ່ມີຄວາມສາມາດພັດທະນາໃຫ້ເກີດຂຶ້ນຈິງໄດ້. ເຊິ່ງຫຼ້າສຸດ ສໍານັກຂ່າວ ຊິນຫົວ ໄດ້ລາຍງານວ່າ ໃນວັນທີ 14 ຕຸລາ ທີ່ຜ່ານມາ ໄດ້ເປີດໂຕບິນ ສາທາລະນະ ທີ່ນະຄອນ ດູໃບ ໃນວັນທີ 11/10/2022 ຜ່ານມາ ເຊິ່ງໃຊ້ເວລາບິນຢູ່ໃນອາກາດດົນເຖິງ

ອ່ານເພີ່ມ...

Restart, Reboot, Reset ໃນມືຖື ຕ່າງກັນແນວໃດ?

ຄົນທີ່ໃຊ້ມືຖືຫຼາຍຄົນ ອາດຮູ້ສຶກສັບສົນ ໃນເວລາເຫັນຄຳ ວ່າ: Restart, Reboot ແລະ Reset. ທັງ 3 ຄໍານີ້ ລ້ວນແຕ່ຄ້າຍຄືກັນ, ບາງຄົນທີ່ຮູ້ຄວາມໝາຍ ມັກຈະໃຊ້ສະຫຼັບກັນອີກດ້ວຍ. Restart ແລະ Reboot: ມີຄວາມໝາຍຄືກັນ ທັງໃນມືຖື, ແທັບເລັດ ຫຼື ຄອມພິວເຕີ. ມັນຄື ການສັ່ງໃຫ້ປິດເຄື່ອງ

ອ່ານເພີ່ມ...

ຫອຍໃນ ລາວ ທີ່ກໍາລັງເປັນຂ່າວໃນສື່ສັງຄົມອອນລາຍ ສາມາດສ້າງ “ມຸກເມໂລ” ໄດ້ແທ້ບໍ່?

ເຮົາຈະສັງເກດເຫັນຊ່ວງໜຶ່ງ ໄດ້ເກີດປະເດັນທີ່ສື່ສັງຄົມອອນລາຍ ໄດ້ແບ່ງປັນ ແລະ ສະແດງຄວາມຄິດເຫັນຢ່າງຕໍ່ກໍລະນີ ທີ່ບຸກຄົນ ຫຼື ເພຈສື່ຈໍານວນໜຶ່ງ ອ້າງວ່າ: “ພົບ ມຸກເມໂລ ລາຄາຫຼາຍຮ້ອຍລ້ານ ໃນວັນທີ 05/10/2022 ເວລາປະມານ 10.00 ໂມງ ຢູ່ບ້ານ ແສງສະຫວ່າງ, ເຂດສະໜາມມ້າ, ເມືອງ ໄຊເສດຖາ, ນະຄອນຫລວງ ວຽງຈັນ.

ອ່ານເພີ່ມ...

EQ ກັບ IQ ຕ່າງກັນແນວໃດ?

ມີການເອີ່ຍເຖິງຢູ່ເປັນປະຈຳ ຄຳວ່າ “EQ ກັບ IQ”, ແຕ່ກໍຍັງມີຫຼາຍຄົນທີ່ບໍ່ຮູ້ຄວາມໝາຍຂອງມັນ ຢ່າງຖືກຕ້ອງ. ມື້ນີ້ ພວກເຮົາຈະພາທ່ານມາສ້າງຄວາມເຂົ້າໃຈກ່ຽວກັບເລື່ອງນີ້. IQ (ໄອຄິວ) ຫຍໍ້​ມາ​ຈາກ Intelligence quotient ຊຶ່ງ​ແປ​ວ່າ ລະດັບ​ເຍົາ​ວະ​ຊົນ​ປັນຍາ. ມັນ​ໝາຍ​ເຖິງ ຄວາມ​ສະຫຼາດ​ທາງ​ເຍົາວະ​ຊົນ​ປັນຍາ, ການ​ຄິດ, ການ​ໃຊ້​ເຫດຜົນ, ການ​ຄຳນວນ, ການ​ເຊື່ອມ​ໂຍງ. ​ໄອ​ຄິວ ​ເປັນ​ສັກກະ​ຍະ​ພາບ​ທາງ​ສະໝອງ​ທີ່​ຕິດ​ໂຕ​ມາ​ແຕ່​ເກີດ

ອ່ານເພີ່ມ...

ຊອກແນວທາງຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ພາກທຸລະກິດໄດ້ມີການພັດທະນາ

ກົມເຕັກໂນໂລຊີດີຈິຕອລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາເຕັກໂນໂລຊີດີຈິຕອລ ແລະ ເວທີນໍາສະເໜີແນວຄິດຂອງທຸລະກິດແບບສະຕາດອັບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ” ໃນວັນທີ 4 ຕຸລາ 2022 ຢູ່ນະຄອນຫລວງ ວຽງຈັນ ເພື່ອຊອກຫາແນວທາງໃນການຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ພາກທຸລະກິດໄດ້ມີການພັດທະນາ, ປັບປຸງການບໍລິຫານຈັດການ-ບໍລິການ

ອ່ານເພີ່ມ...
error: Content is protected !!