EQ ກັບ IQ ຕ່າງກັນແນວໃດ?

ມີການເອີ່ຍເຖິງຢູ່ເປັນປະຈຳ ຄຳວ່າ “EQ ກັບ IQ”, ແຕ່ກໍຍັງມີຫຼາຍຄົນທີ່ບໍ່ຮູ້ຄວາມໝາຍຂອງມັນ ຢ່າງຖືກຕ້ອງ. ມື້ນີ້ ພວກເຮົາຈະພາທ່ານມາສ້າງຄວາມເຂົ້າໃຈກ່ຽວກັບເລື່ອງນີ້.

IQ (ໄອຄິວ) ຫຍໍ້​ມາ​ຈາກ Intelligence quotient ຊຶ່ງ​ແປ​ວ່າ ລະດັບ​ເຍົາ​ວະ​ຊົນ​ປັນຍາ. ມັນ​ໝາຍ​ເຖິງ ຄວາມ​ສະຫຼາດ​ທາງ​ເຍົາວະ​ຊົນ​ປັນຍາ, ການ​ຄິດ, ການ​ໃຊ້​ເຫດຜົນ, ການ​ຄຳນວນ, ການ​ເຊື່ອມ​ໂຍງ. ​ໄອ​ຄິວ ​ເປັນ​ສັກກະ​ຍະ​ພາບ​ທາງ​ສະໝອງ​ທີ່​ຕິດ​ໂຕ​ມາ​ແຕ່​ເກີດ ຊຶ່ງ​ຖື​ວ່າ ປ່ຽນ​ແປງ​ແກ້​ໄຂ​ໄດ້​ຍາກ, ມັນ​ສາມາ​ດວັດ​ອອກ​ມາ​ເປັນ​ຄ່າ​ສັດສ່ວນ​ໂຕ​ເລກ​ທີ່​ແນ່ນອນ​ໄດ້.

ການ​ວັດ​ໄອ​ຄິວ ​ເກີດ​ຂຶ້ນ​ເມື່ອ​ປີ 1905 ​ໂດຍ​ນັກ​ຈິດ​ວິທະຍາ​ສາດຊາວ​ຝຣັ່ງ ທີ່​ຕ້ອງການ​ແຍກ​ບຸກຄົນ​ປັນຍາ​ອ່ອນ​ອອກ​ຈາກ​ຄົນ​ປົກກະຕິ ​ເພື່ອ​ຈະ​ໄດ້​ຈັດການ​ສຶກສາ​ໃຫ້​ຢ່າງ​ເໝາະ​ສົມ ​ໂດຍ​ໃຊ້​ການ​ປຽບທຽບ​ລະຫວ່າງ​ຄວາມ​ສາມາດ​ທີ່​ຄວນ​ຈະ​ເປັນ​ກັບ​ອາຍຸ​ສະໝອງ ​ແລ້ວ​ຄຳນວນ​ອອກ​ມາ​ເປັນ​ເປີ​ເຊັນ.

​ແບບ​ທົດ​ສອບ​ ໄອ​ຄິວ ​ໃນ​ຍຸກ​ປັດຈຸບັນ​ຖືກ​ເລີ່​ມ​ພັດທະນາມາ​ຕັ້ງ​ແຕ່​ປີ 1930 ​ໂດຍ​ອາ​ໄສ​ການ​ວິ​ໄຈ​ຂອງ​ນັກວິຊາການ ​ແລະ ນັກ​ການ​ທະຫານ ​ເປັນກຸ່ມ​ຂໍ້​ທົດ​ສອບ​ທັງ​ເໝິດ 11 ກຸ່ມ ​ໂດຍ​ໃຊ້​ພາສາ​ຕອບ​ໂຕ້ 6 ກຸ່ມ ​ແລະ ​ບໍ່​ຕ້ອງ​ໃຊ້​ພາສາ​ຕອບ​ໂຕ້ 5 ກຸ່ມ ຄື: ຂໍ້​ມູນ​ທົ່ວ​ໄປ ​ເປັນ​ຄຳ​ຖາມ​ເພື່ອ​ກວດ​ວັດ​​ແທກຄວາມສົນ​ໃຈຄວາມ​ຮູ້​ຮອບ​ໂຕ, ຄວາມ​ຄິດ​ຄວາມ​ເຂົ້າ​ໃຈ, ການ​ຄິດ​ຄຳນວນ, ຄວາມ​ຄິດ​ທີ່​ເປັນ​ນາມ​ມະ​ທຳ​ ໂດຍ​ໃຫ້ຫາ​ຄວາມ​ຄື​ກັນ, ຄວາມ​ຈຳ​ໄລຍະ​ສັ້ນ​ໂດຍ​ໃຊ້​ການຈື່ຈຳຈາກ​ໂຕ​ເລກ, ພາສາ​ໃນ​ສ່ວນ​ຂອງ​ການ​ໃຊ້​ຄຳ, ການ​ຕໍ່​ພາບ​ໃນ​ສ່ວນ​ທີ່​ຂາດ​​ໄປ, ການ​ຈັບ​ຄູ່​ໂຄງ​ສ້າງ ​ໂດຍ​ເບິ່ງ​ຈາກ​ຮູບ​ຮ່າງ ຫຼື​ ລວດລາຍ, ການ​ລຽງ​ລຳດັບ​ພາບ​ເຫດການ​ຕ່າງໆ, ການ​ຕໍ່​ພາບ​ເປັນ​ຮູບ​ດ້ວຍ​ການ​ຕໍ່​ຈິ໊ກຊໍ, ​ແລະ​ການ​ຫາ​ຄວາມ​ສຳພັນ ​ແລະ​ລັກສະນະ. ມັນຍັງມີຄວາມສໍາຄັນສໍາລັບພວກເຮົາທີ່ຈະພັດທະນາສຸຂະພາບຈິດ. ສຸຂະພາບຈິດໃນຂົງເຂດຕ່າງໆແລະທິດທາງ. ແລະມັນເປັນສິ່ງສໍາຄັນທີ່ຈະຊອກຫາສະເຫມີ ການປະນີປະນອມໃນຈິດຕະສາດຄວາມສໍາພັນ

ສຳລັບ EQ (ອີ​ຄິວ) ຫຍໍ້​ມາ​ຈາກ Emotional quotient ຫຼື Emotional intelligence ​ຊຶ່ງແປ​ວ່າ ຄວາມ​ສະຫຼາດ​ທາງ​ອາລົມ. ມັນ​ໝາຍ​ເຖິງ​ ຄວາມ​ສາມາດ​ໃນ​ການ​ຮັບ​ຮູ້​ຂອງ​ໂຕ​ເອງ, ​ໃນ​ການ​ລະບຸ​ປະ​ເມີນ ​ແລະ ການ​ຄວບ​ຄຸມ​ອາລົມ​ຂອງ​ໂຕ​ເອງ, ຂອງ​ຜູ້​ອື່ນ ຫຼື ຂອງ​ກຸ່ມ​ຄວາມ​ສາມາດ​ດ້ານ​ການ​ຄວບ​ຄຸມ​ອາລົມ ​ທີ່​ຊ່ວຍ​ໃຫ້​ດຳ​ເນີນ​ຊີວິດ​ໃຫ້​ເປັນ​ໄປ​ທາງ​ສັງ​ສັນ​ຢ່າງ​ມີ​ຄວາມສຸກ. ​

​ກ່ອນໜ້າ​ນີ້ ​ເຊື່ອ​ກັນ​ວ່າ ຄວາມ​ສະຫຼາດ​ທາງ​ສະຕິ​ປັນຍາ ຄື​ປັດ​ໄຈ​ຫຼັກ​ທີ່​ເຮັດ​ໃຫ້​ຜູ້​ຄົນ​ປະສົບ​ຄວາມ​ສຳ​ເລັດ, ມີ​ຄຸນ​ນະພາ​ບຊີວິດ​ທີ່​ດີ ​ແລະ ມີ​ຄວາມສຸກ. ​ແຕ່​ຕໍ່​ມາ ນັກ​ຈິດ​ວິທະຍາ ​ເລີ່​ມບໍ່​ຄິດ​ວ່າ ຄວາມ​ສຳ​ເລັດ​ໃນ​ຊີວິດ​ຈະ​ຂຶ້ນ​ຢູ່​ກັບ​ຄວາມ​ສາມາດ​ທາງ​ສະຕິ​ປັນຍາ​ພຽງ​ຢ່າງ​ດຽວ, ​ແຕ່​ເນື່ອງ​ຈາກ​ດ້ວຍ​ໃນ​ສະ​ໄໝ​ນັ້ນ​ ຍັງ​ບໍ່​ມີ​ຂໍ້​ມູນ​ການ​ວິ​ໄຈ​ຢ່າງ​ພຽງພໍ ​ແນວ​ຄິດ​ດັ່ງກ່າວ​ຈຶ່ງ​ຖືກ​ລະ​ເລີຍ​ໄປ.

ຕົກ​ມາ​ປີ 1990 ສອງ​ນັກ​ຈິດ​ວິທະຍາ ​ຊາວ​ອາ​ເມຣິກາ ຄື ຊາ​ໂລ​ເວ ​ແລະ ​ເມ​ເອີ (Salovey and Mayer) ​ໄດ້​ນຳ​ແນວ​ຄວາມ​ຄິດ​ນີ້​ມາ​ອີກ​ຄັ້ງ ​ໂດຍ​ກ່າວ​ເຖິງ​ຄວາມ​ສະຫຼາດ​ທາງ​ອາລົມ​ໃນ​ຄວາມ​ໝາຍ​ຂອງ​ຮູບ​ແບບ​ໜຶ່ງ​ຂອງ​ຄວາມ​ສະຫຼາດ​ດ້ານ​ສັງຄົມ​ທີ່​ສາມາດ​ຮັບ​ຮູ້​ອາລົມ ​ແລະ ຄວາມ​ຮູ້ສຶກ​ຂອງ​ຕົນ​ເອງ ລວມທັງ​ຜູ້​ອ່ານ ​ແລະ ສາ​ມາດ​ແຍກ​ຄວາມ​ແຕກ​ຕ່າງ​ຂອງ​ອາລົມ​ໄດ້ ລວມທັງ​ການ​ໃຊ້​ຂໍ້​ມູນ​ນີ້​ຊີ້​ນຳ​ໃນ​ການ​ຄິດ ​ແລະ ການ​ກະທຳ​ຕ່າງໆ.

​ໃນ​ເວລາ​ຕໍ່​ມາ ​ແດ​ນຽວ ​ໂກ​ແມນ (Daniel Goleman) ນັກ​ຈິດ​ວິທະຍາ​ຈາກ​ມະຫາວິທະຍາ​ໄລ ຮາວ​າດ, ສະຫະລັດ ​ອາ​ເມຣິກາ ​ໄດ້​ເລີ່​ມຂະຫຍາຍ​ແນວ​ຄວາມ​ຄິດ​ນີ້​ຢ່າງ​ຈິງ​ຈັງ ​ໂດຍ​ໄດ້​ຂຽນ​ປຶ້ມ​ເລື່ອງ ຄວາມ​ສະຫຼາດ​ທາງ​ອາລົມ (Emotional intelligence) ຂຶ້ນ​ມາ. ພາຍຫຼັງປຶ້ມ​ຫົວ​ນີ້​ປາກົດ​ສູ່​ສາທາລະນະ ຜູ້​ຄົນ​ກໍ​ເລີ່​ມ​ໃຫ້ຄວາມ​ສົນ​ໃຈ​ຕໍ່​ຄວາມ​ສະຫຼາດ​ທາງ​ອາລົມ​ຫຼາຍ​ຂຶ້ນ, ຕໍ່​ມາ​ກໍ​ໄດ້ຜົນ​ງານ​ການ​ວິ​ໄຈຫຼາ​ຍໆຢ່າງ​ທີ່​ສະ​ແດງ​ໃຫ້​​ເຫັນ​ເຖິງ​ຄວາມ​ສຳຄັນ​ຂອງ​ຄວາມ​ສະຫຼາດ​ທາງ​ອາລົມ​ເພີ່ມ​ຂຶ້ນ ຈົນ​ໄດ້​ຮັບ​ການ​ຍອມຮັບ​ວ່າ ​ເປັນ​ສ່ວນ​ສຳຄັນ​ທີ່​ມີ​ຜົນ​ຕໍ່​ຄວາມ​ສຳ​ເລັດ ​ແລະ ຄວາມສຸກ​ສຳລັບ​ຊີວິດ.

error: Content is protected !!