ຈະ​ປັບ​ປຸງ​ຮູບ​ແບບ​ໂຕ​ໜັງ​ສື ແລະ ຟອນ​ພາ​ສາ​ລາວ Phetsarath OT

ສູນບໍລິຫານລັດດິຈີຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກ​ຕ​ສ) ຮ່ວມກັບ ບໍລິສັດ ສະຕາໂທລະຄົມ ຈຳກັດ, ຈັດກອງປະຊຸມວິຊາການ Workshop ເພື່ອລະດົມຄວາມຄິດ ໃນການປັບປຸງຟອນພາສາລາວ ແລະ ອອກແບບໂຕໜັງສືລາວເພັດຊະລາດ ຂຶ້ນໃນວັນທີ 25 ຕຸລາ ທີ່ສຳນັກງານໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ, ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ນາງຈິດຕະພອນ ຈັນສີລິລາດ ຮອງຫົວໜ້າສູນບໍລິຫານລັດດິຈີຕອນ, ກຕ​ສ, ທ່ານ ບຸນມີ ມາລາວົງ ຮອງຜູ້ອຳນວຍການໃຫຍ່ ບໍລິສັດ ສະຕາໂທລະຄົມ ຈຳກັດ, ມີຜູ້ຕາງໜ້າຈາກກະຊວງ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ​ເຂົ້າ​ຮ່ວມ.

ຈຸດປະສົງກອງປະຊຸມຄັ້ງນີ້ ເພື່ອສອບຖາມຄຳຄິດເຫັນ ຈາກທຸກພາກສ່ວນ (ບັນດາກະຊວງ, ສື່ໜັງສືພິມ ແລະ ນັກພາສາສາດ) ໃນການປັບປຸງຮູບແບບໂຕໜັງສືຂອງຟອນເພັດຊະລາດ ເປັນຕົ້ນແມ່ນບາງໂຕອັກສອນທີ່ທາງນັກພາສາສາດລາວໄດ້ສະເໜີໃຫ້ປັບປຸງ, ຕຳແໜ່ງຂອງສະຫຼະທາງເທິງ, ທາງລຸ່ມ ແລະ ອື່ນໆ; ສັງລວມບັນຫາຂອງການນໍາໃຊ້ຟອນເພັດຊະລາດໃນໄລຍະຜ່ານມາ ເພື່ອສັງລວມໄປປັບປຸງເຕັກນິກຟອນເພັດຊະລາດ (Phetsarath OT) ໃຫ້ສາມາດນຳໃຊ້ກັບທຸກລະບົບ ຢ່າງສົມບູນ ລວມເຖິງການປັບປຸງ ເພື່ອໃຫ້ໄດ້ມາດຕະຖານໃນການສະເໜີບັນຈຸເຂົ້າໃນລະບົບປະຕິບັດການຕ່າງໆ ເຊັ່ນ: Microsoft, Windows, Mac OS ແລະ ອື່ນໆ.

ກອງປະຊຸມໃນຄັ້ງນີ້ໄດ້ມີການນໍາສະເໜີ ພາບລວມທີ່ຜ່ານມາຂອງການພັດທະນາ Font ພາສາລາວ ເພັດຊະລາດ, ນໍາສະເໜີພາບລວມການນໍາໃຊ້ ແລະ ຮູບແບບ Font ພາສາລາວ ເພັດຊະລາດ ສັງລວມປັນຫາທາງດ້ານເຕັກນິກຂອງການນຳໃຊ້ Font ພາສາລາວ ເພັດຊະລາດ ແລະ ແຜນການປັງປຸງ ຟອນພາສາລາວ ເພັດຊະລາດ. ພ້ອມທັງແລກປ່ຽນຄໍາຄິດເຫັນ ແລະ ຖອດຖອນບົດຮຽນຊຶ່ງກັນແລະ ກັນ ລະຫວ່າງຜູ້ເຂົ້າຮ່ວມກັບ ນັກວິທະຍາກອນ ກ່ຽວກັບບັນດາບົດນໍາສະເໜີ ແລະ ແຜນການປັບປຸງຟອນພາສາລາວ ເພັດຊະລາດ ໃນຕໍ່ໜ້າ, ຊຶ່ງທາງສູນບໍລິຫານລັດດິຈີຕອນ ຈະໄດ້ສືບຕໍ່ປະສານ ແລະ ເຮັດວຽກກັບບໍລິສັດ ສະຕາໂທລະຄົມ ແລະ ຜູ້ພັດທະນາຟອນພາສາລາວ ໃນການປັບປຸງ ເພື່ອໃຫ້ໄດ້ຕາມຈຸດປະສົງ ແລະ ຄາດໝາຍທີ່ວາງໄວ້.

( ຂ່າວ: ແສງຈັນ)

error: Content is protected !!