ອົງກອນອະນາໄມໂລກ ປ່ຽນຊື່ “ໝາກສຸກລີງ” ມາເປັນ “mpox”

ວັນທີ 28 ພະຈິກ ອົງກອນປະນາໄມໂລກ (WHO) ໄດ້ແຈ້ງການປ່ຽນຊື່ພະຍາດໝາກສຸກລີງ (monkeypox) ປ່ຽນເປັນ ເອັມພັອກສ໌ (mpox) ພ້ອມທັງຮຽກຮ້ອງໃຫ້ເອີ້ນຊື່ນີ້ຕາມອົງກອນປະນາໄມໂລກ ເນື່ອງຈາກວ່າຊື່ ໝາກສຸກລີງ ອາດສື່ເຖິງການຢຽດເຊື້ອຊາດ ຫຼື ສົ່ງຜົນກະທົບໃນທາງທີ່ບໍ່ດີ.

ອົງກອນປະນາໄມໂລກ ກ່າວວ່າ ຊື່ພະຍາດໝາກສຸກລີງ ແລະ ເອັມພັອກສ໌ ຍັງໃຊ້ພ້ອມໆກັນເປັນໄລຍະເວລາ 1 ປີ ແລະ ຄຳວ່າ ໝາກສຸກລີງຈະຄ່ອຍໆຖືກຍົກເລີກໃຊ້ໄປໃນທີ່ສຸດ.

ທາງດ້ານລັດຖະບານ ສ.ອາເມຣິກາ ເປັນປະເທດໜຶ່ງ ແລະ ໜ່ວຍງານສະໜັບສະໜູນໃຫ້ມີການປ່ຽນຊື່ ພ້ອມກ່າວສະແດງຄວາມຍິນດີຕໍ່ການປ່ຽນແປງໃນເທື່ອນີ້ ແລະ ສ.ອາເມຣິກາ ຈະໃຊ້ຄຳວ່າ “ເອັມພັອກສ໌” ຕັ້ງແຕ່ມື້ນີ້ເປັນຕົ້ນໄປ.

ແຫຼ່ງຂໍ້ມູນ: https://laopost.com/

error: Content is protected !!