ຫອຍໃນ ລາວ ທີ່ກໍາລັງເປັນຂ່າວໃນສື່ສັງຄົມອອນລາຍ ສາມາດສ້າງ “ມຸກເມໂລ” ໄດ້ແທ້ບໍ່?

ເຮົາຈະສັງເກດເຫັນຊ່ວງໜຶ່ງ ໄດ້ເກີດປະເດັນທີ່ສື່ສັງຄົມອອນລາຍ ໄດ້ແບ່ງປັນ ແລະ ສະແດງຄວາມຄິດເຫັນຢ່າງຕໍ່ກໍລະນີ ທີ່ບຸກຄົນ ຫຼື ເພຈສື່ຈໍານວນໜຶ່ງ ອ້າງວ່າ: “ພົບ ມຸກເມໂລ ລາຄາຫຼາຍຮ້ອຍລ້ານ ໃນວັນທີ 05/10/2022 ເວລາປະມານ 10.00 ໂມງ ຢູ່ບ້ານ ແສງສະຫວ່າງ, ເຂດສະໜາມມ້າ, ເມືອງ ໄຊເສດຖາ, ນະຄອນຫລວງ ວຽງຈັນ. ໂດຍເນື້ອໃນ ໄວ້ອ້າງວ່າ: ມຸກນີ້ ພົບຈາກຫອຍລາຍ ຂຶ້ນມາໄຂ່ໃສ່ເຕົ້າດອກໄມ້ ເມື່ອກວດເບິ່ງ ຈາກອິນເຕີເນັດ ພົບວ່າ: ເປັນມຸກ ເມໂລ ແລະ ຖືເປັນຄັ້ງທໍາອິດ ໃນ ສປປ ລາວ ຈາກຂ່າວປະເທດເພື່ອນບ້ານ ຖ້າເປັນຈິງ ແມ່ນມີລາຄາສູງທີ່ສຸດ ….”

ເນື່ອງຈາກເຫດການດັ່ງກ່າວ ກໍໄດ້ຕິດຕໍ່ຫາພາກສ່ວນ/ກ່ຽວຂ້ອງຄື ທ່ານ ດຣ. ຄຳຫຼ້າ ອິນຄະວິໄລ ອາຈານ ຄະນະວິທະຍາຊາດ ມະຫາວິທະຍາໄລແຫ່ງຊາດ ຂ່ຽວຊານ ຄົ້ນຄ້ວາ ຫອຍຊະນິດຕ່າງໆໃນປະເທດລາວ ໄດ້ອະທິບາຍວ່າ:

“ໄດ້ເຫັນຂ່າວ ທາງສື່ສັງຄົມອອນລາຍເຊັ່ນກັນ, ຄວາມຈິງແລ້ວ ຫອຍຊະນິດນີ້ ມີຊື່ວິທະຍາສາດ ຄື: African Snail ຫລື Achatina fulica ຈັດເປັນຫອຍ ປະເພດບຸກລຸກ ບໍ່ແມ່ນຫອຍປະຈຳທ້ອງຖິ່ນຂອງລາວ ມີຕົ້ນກໍາເນີດມາຈາກທະວີບ ອາຟຣິກາ, ເປັນຫອຍທາງບົກ ບໍ່ມີຝາອັດ ຈັດຢູ່ໃນປະເພດ ຫອຍສັດຕູພືດ. ຖືກນຳເຂົ້າມາແພ່ຢູ່ໃນປະເທດ ລາວ, ໄທ, ຫວຽດນາມ ແລະ ປະເທດອື່ນໆ ຕັ້ງແຕ່ສະໄໝສົງຄາມໂລກຄັ້ງທີ 2 ເຊິ່ງໃນປັດຈຸບັນ ມີຢູ່ເກືອບທົ່ວໂລກ.

ໄຂ່ຂອງຫອຍປະເພດນີ້ ກໍເປັນສີເຫຼືອງ ແຕ່ບໍ່ສາມາດສ້າງເປັນມຸກໄດ້ ສ່ວນຫຼາຍຈະໃຊ້ເປັນທາງເສດຖະກິດດ້ານອື່ນ ເຊັ່ນ: ອາຫານ, ນຳໃຊ້ເມືອກຂອງມັນ ຜະລິດເປັນເຄື່ອງສຳອາງຄວາມງາມ cosmetic.

ສ່ວນພາບຂອງມຸກ ຕາມທີ່ຢູ່ສື່ສັງຄົມອອນລາຍນັ້ນ ບໍ່ຮູ້ວ່າ ເອົາມາຈາກໃສ? ແຕ່ປັດຈຸບັນ ຍັງບໍ່ທັນມີການວິໄຈທີ່ພົບວ່າ: ຫອຍຊະນິດນີ້ ສາມາດສ້າງມຸກໄດ, ຍົກເວັ້ນ ຫອຍບາງປະເພດໃນນ້ຳຈືດເທົ່ານັ້ນ ທີ່ພວກເຮົາສາມາດລ້ຽງມຸກ ຫຼື ຝັງມຸກເຂົ້າໄປໃນໂຕຂອງມັນ. ທັງນີ້ທັງນັ້ນ ພວກເຮົາກໍຕ້ອງ ຄົ້ນຄວ້າຄືນວ່າ ຮູບພາບນີ້ ຫຼື ເຫດການນີ້ ມາຈາກໃສ”.

ແຫຼ່ງຂ່າວ:ຂ່າວສານປະເທດລາວ

error: Content is protected !!