ການຕິດເຊື້ອແບັກທີເຣຍ ຄືສາເຫດການເສຍຊີວິດອັນດັບ 2 ຂອງໂລກ

ຂ່າວຕ່າງປະເທດລາຍງານ ເມື່ອວັນທີ 22 ພະຈິກທີ່ຜ່ານມານີ້, ການຕິດເຊື້ອແບັກທີເຣຍຄື ສາເຫດການເສຍຊີວິດອັນດັບ 2 ຂອງໂລກ ແລະ ຄິດເປັນອັດຕາສ່ວນ 1 ໃນ 8 ຂອງການເສຍຊີວິດທັງໝົດໃນປີ 2019 ຊຶ່ງຖືວ່າເປັນການປະເມີນການເສຍຊີວິດທົ່ວໂລກຄັ້ງທຳອິດທີ່ມີການເປີດເຜີຍ.

ໂດຍວາລະສານແລນເຊັດ ໄດ້ເປີດເຜີຍຜົນການສຶກສາສະບັບໃໝ່ລະບຸວ່າ ການເສຍຊີວິດຈາກເຊື້ອພະຍາດແບັກທີເຣຍທົ່ວໄປ 33 ຊະນິດ ແລະ ການຕິດເຊື້ອ 11 ປະເທດໃນ 204 ປະເທດ ແລະ ເຂດແຄ້ວນທົ່ວໂລກ ຊຶ່ງເຊື້ອພະຍາດມີຄວາມກ່ຽວຂ້ອງກັບການເສຍຊີວິດ 7,7 ລ້ານຄົນ ໃນປີ 2019 ຫຼື ຄິດເປັນ 13,6% ຂອງການເສຍຊີວິດທົ່ວໂລກກ່ອນທີ່ພະຍາດໂຄວິດ-19 ຈະແຜ່ລະບາດ ນັ້ນເຮັດໃຫ້ພວກມັນເປັນສາເຫດຂອງການເສຍຊີວິດອັນດັບທີ 2 ຮອງຈາກພະຍາດຫົວໃຈຂາດເລືອດ ຊຶ່ງລວມເຖິງພະຍາດຫົວໃຈວາຍ. ເຖິງຢ່າງໃດກໍຕາມ, ເຊື້ອແບັກທີເຣຍທີ່ເປັນສາເຫດຂອງຈຳນວນການເສຍຊີວິດເຄິ່ງໜຶ່ງຂອງໂຕເລກຂ້າງເທິງມີພຽງ 5 ຊະນິດເທົ່ານັ້ນໄດ້ແກ່ ສະຕາຟິໂລຄັອກຄັສ ອໍເຣສ (Staphylococcus aureus), ເອສເຊີຣິເຊຍ ໂຄໄລ (Escherichia Coli) ຫຼື ອີ ໂຄໄລ (E.coli), ສະເຕັບໂຕຄັອກຄັສ ນິວໂມເນຍ (Streptococcus pneumonia), ເຄບເຊວລາ ນິວໂມເນຍ (Clebsella pneumonia) ແລະ ຊູໂດໂນແມສ ແອຣູຈິໂນຊາ (Pseudonomas Aeruginosa). ທ່ານ ຄຣິສໂຕເຟີ ເມີເຣ ຜູ້ຮ່ວມຂຽນບົດລາຍງານການສຶກສາ ແລະ ຜູ້ອຳນວຍການສະຖາບັນຊີ້ວັດ ແລະ ປະເມີນຜົນດ້ານສຸຂະພາບ (IHME) ໃນອາເມຣິກາກ່າວວ່າ: ໂດຍອີງຕາມຂໍ້ມູນໃໝ່ທີ່ເປີດເຜີຍເປັນຄັ້ງທຳອິດເຫຼົ່ານີ້ສະແດງເຖິງຄວາມທ້າທາຍດ້ານສາທາລະນະສຸກທົ່ວໂລກທີ່ເກີດຈາກການຕິດເຊື້ອແບັກທີເຣຍ ທ່ານກ່າວຕື່ມວ່າ ມັນເປັນເລື່ອງສຳຄັນຢ່າງຍິ່ງທີ່ຈະນຳຜົນການສຶກສາເຫຼົ່ານີ້ໄປຢູ່ໃນການຮັບຮູ້ຂອງໂຄງການລິເລີ່ມດ້ານສຸຂະພາບທົ່ວໂລກ ເພື່ອໃຫ້ສາມາດລົງເລິກໃນລາຍລະອຽດກ່ຽວກັບເຊື້ອພະຍາດທີ່ອັນຕະລາຍເຖິງຊີິວິດເຫຼົ່ານີ້ ແລະ ລົງທຶນຢ່າງເໝາະສົມ ເພື່ອຫຼຸດຈຳນວນຜູ້ຕິດເຊື້ອ ແລະ ຜູ້ເສຍຊີວິດ.

ອີກຢ່າງໜຶ່ງ, ກຸ່ມຜູ້ຂຽນບົດລາຍງານການສຶກສາໄດ້ຮຽກຮ້ອງການເພີ່ມເງິນທຶນລວມເຖິງວັກຊິນຊະນິດໃໝ່ໆ ເພື່ອຫຼຸດໂຕເລກຜູ້ເສຍຊີວິດ ພ້ອມທັງກ່າວເຕືອນເຖິງການໃຊ້ຢາປະຕິຊີວະ ໂດຍບໍ່ມີໃບສັ່ງຈາກແພດໝໍ ແລະ ແນະນຳມາດຕະການຕ່າງໆທີ່ຊ່ວຍປ້ອງກັນການຕິດເຊື້ອ ຊຶ່ງໜຶ່ງໃນນັ້ນຄື ການລ້າງມື.

 ຂໍ້ມູນ: ປະຊາຊົນ

error: Content is protected !!