ຊອກແນວທາງຊຸກຍູ້ສົ່ງເສີມ ແລະ ສ້າງເງື່ອນໄຂ ໃຫ້ພາກທຸລະກິດໄດ້ມີການພັດທະນາ

ກົມເຕັກໂນໂລຊີດີຈິຕອລ ກະຊວງເຕັກໂນໂລຊີ ແລະ ການສື່ສານ ຈັດສໍາມະນາພາຍໃຕ້ຫົວຂໍ້ “ການພັດທະນາເຕັກໂນໂລຊີດີຈິຕອລ ແລະ ເວທີນໍາສະເໜີແນວຄິດຂອງທຸລະກິດແບບສະຕາດອັບ ລະຫວ່າງ ສປປ ລາວ ແລະ ສ ເກົາຫລີ” ໃນວັນທີ 4 ຕຸລາ 2022 ຢູ່ນະຄອນຫລວງ ວຽງຈັນ ເພື່ອຊອກຫາແນວທາງໃນການຊຸກຍູ້ສົ່ງເສີມ, ສ້າງເງື່ອນໄຂ ໃຫ້ພາກທຸລະກິດໄດ້ມີການພັດທະນາ, ປັບປຸງການບໍລິຫານຈັດການ-ບໍລິການ ແລະ ມີສ່ວນຮ່ວມ, ນໍາໃຊ້ທ່າແຮງຂອງຕົນປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ບັນດາໂຄງການຈຸດສຸມ ເພື່ອຜັກດັນ ແລະ ຂັບເຄື່ອນການພັດທະນາເສດຖະກິດດີຈິຕອລ ຂອງປະເທດຢ່າງຍືນຍົງ ແລະ ໝັ້ນຄົງ.

ທ່ານ ແກ້ວນະຄອນ ໄຊສຸລຽນ ຫົວໜ້າກົມເຕັກໂນໂລຊີ ດີຈິຕອລ ໄດ້ກ່າວວ່າ: ການຈັດສໍາມະນາຄັ້ງນີ້, ພາຍໃຕ້ການຮ່ວມມື ລະຫວ່າງ ກະຊວງເຕັກໂນໂລຊີ ແລ ການສື່ສານ ແລະ ກະຊວງສົ່ງເສີມທຸລະກິດຂະໜາດນ້ອຍ, ຂະໜາດກາງ ແລະ ທຸລະກິດໃໝ່ ສາທາ ລະນະລັດ ເກົາຫລີ ພາຍໃຕ້ການຊ່ວຍເຫລືອລ້າຂອງ ລັດຖະບານ ສາທາລະນະລັດ ເກົາຫລີ ໃນໂຄງການ “ສະໜັບສະໜູນສ້າງສວນອຸທິຍານ ດີຈິຕອລ ຢູ່ ສປປ ລາວ ແລະ ຝຶກອົບຮົມຊ່ຽວຊານໄອທີ” ເຊິ່ງເປັນໂຄງການໜຶ່ງທີ່ຊ່ວຍສ້າງພື້ນຖານໂຄງລ່າງ ໃນການສ້າງເສດຖະກິດ ດີຈິຕອລ ແລະ ສະໜັບສະໜູນສົ່ງເສີມພາກຫົວໜ່ວຍທຸລະກິດດ້ານໄອຊີທີຢູ່ ສປປ ລາວ ໃຫ້ມີການພັດທະນາ, ປັບປຸງຜະລິດຕະພັນ ຫລື ການບໍລິການ ໃຫ້ມີຄຸນນະພາບ, ມີປະສິດທິພາບສູງ ສາມາດແຂ່ງຂັນກັບຕະຫລາດສາກົນໄດ້.

ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ມີຄຳເຫັນວ່າ: ການຈັດກອງປະຊຸມສໍາມະນາຄັ້ງນີ້ ຖືເປັນໂອກາດທີ່ດີ ເພື່ອໃຫ້ບັນດາຜູ້ແທນຈາກພາກລັດ ແລະ ເອກະຊົນ ໄດ້ຮັບຟັງກ່ຽວກັບທິດທາງຂອງ ພັກ-ລັດຖະບານ ໃນການຫັນເປັນທັນສະໄໝ ກໍຄື ຫັນເປັນ ດີຈິຕອລ ແລະ ເສດຖະກິດ ດີຈິຕອລ ຂອງ ສປປ ລາວ, ແລກປ່ຽນປະສົບການຈາກຊ່ຽວຊານເກົາຫລີ ແລະ ການນໍາສະເໜີແນວຄວາມຄິດຂອງບັນດານັກທຸລະກິດໃນ ລາວ ເພື່ອເປັນແນວທາງໃນການພັດທະນາເຕັກໂນໂລຊີດີຈິຕອລ ແລະ ສົ່ງເສີມຫົວໜ່ວຍທຸລະກິດໃໝ່ຂອງລາວ ພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ: ການຫັນເປັນ ດີຈິຕອລ ຂອງ ສປປ ລາວ ແລະ ແຜນພັດທະນາເສດຖະກິດດີຈິຕອນແຫ່ງຊາດ, ວິທະຍາສາດ ແລະ ເຕັກໂນໂລຊີທາງດ້ານທຸລະກິດ ໃນສາທາລະນະລັດ ເກົາຫລີ, ກະສິກໍາທັນສະໄໝ, ການຮັກສາສິ່ງແວດລ້ອມ, AI Solution (ເອໄອ ໂຊລູເຊີນ) ເພື່ອສິ່ງແວດລ້ອມ, ຄົນ ແລະ ອະນາຄົດ, ການພັດທະນາລະບົບ ແລະ ນໍາໃຊ້ເຕັກໂນໂລຊີ ດີຈິຕອລ.

ຂ່າວ: ສຸກສະຫວັດ

ຂໍ້ມູນ: ຄອນສະຫວັນ

error: Content is protected !!