Restart, Reboot, Reset ໃນມືຖື ຕ່າງກັນແນວໃດ?

ຄົນທີ່ໃຊ້ມືຖືຫຼາຍຄົນ ອາດຮູ້ສຶກສັບສົນ ໃນເວລາເຫັນຄຳ ວ່າ: Restart, Reboot ແລະ Reset. ທັງ 3 ຄໍານີ້ ລ້ວນແຕ່ຄ້າຍຄືກັນ, ບາງຄົນທີ່ຮູ້ຄວາມໝາຍ ມັກຈະໃຊ້ສະຫຼັບກັນອີກດ້ວຍ.

Restart ແລະ Reboot: ມີຄວາມໝາຍຄືກັນ ທັງໃນມືຖື, ແທັບເລັດ ຫຼື ຄອມພິວເຕີ. ມັນຄື ການສັ່ງໃຫ້ປິດເຄື່ອງ ແລ້ວເປີດຂຶ້ນມາໃໝ່ທັນທີ ເຊິ່ງສ່ວນຫຼາຍຈະຊ່ວຍແກ້ໄຂບັນຫາເຄື່ອງຊ້າ, ຫຼື ບັນຫາເບື້ອງຕົ້ນເລັກນ້ອຍ, ຈະຕ່າງກັບການ Turn Off ແລະ Shut Down ທີ່ເປັນການສັ່ງປິດເຄື່ອງແບບສົມບູນ.

Reset: ໃນວົງການມືຖື ເຮົາມັກຈະໃຊ້ກັບການສັ່ງ “Factory Reset” ເຊິ່ງກໍຄື ການລົບລ້າງຂໍ້ມູນທັງໝົດໃນເຄື່ອງ ເພື່ອກັບໄປໃຊ້ການຕັ້ງຄ່າເລີ່ມຕົ້ນ ຈາກໂຮງງານ ຄືຕອນຊື້ມືຖືໃໝ່. ແນ່ນອນວ່າ ຂໍ້ມູນ, ແອັບ ແລະ ການຕັ້ງຄ່າຕ່າງໆ ທີ່ບໍ່ໄດ້ Back-up ໄວ້ຈະຫາຍໄປທັງໝົດ, ຕ້ອງໄດ້ດາວໂຫຼດ ແລະ ຕັ້ງຄ່າໃໝ່ທັງໝົດ ເຊິ່ງສ່ວນໃຫຍ່ ຈະໃຊ້ສຳລັບແກ້ໄຂບັນຫາເຄື່ອງ ໃນກໍລະນີທີ່ລອງໃຊ້ວິທີອື່ນແລ້ວ ບໍ່ໄດ້ຜົນ.

error: Content is protected !!