ຣັດເຊຍ ປ່ອຍຈະຫລວດສົ່ງດາວທຽມສື່ສານ

ຕາມແຫລ່ງ​ຂ່າວ ​ຈາກ​ ຣັດ​ເຊຍ, ວັນ​ທີ 23​ ຕຸລາ​ນີ້, ອົງການ ອາວະກາດ ໂຣສກົສ​ໂມສ (Roskosmos) ຂອງ ຣັດເຊຍ ໄດ້ຍິງຈະຫລວດ ສົ່ງດາວທຽມ ສື່ສານ ຂຶ້ນສູ່ ວົງໂຄຈອນໂລກ ​ໂດຍ​ໃຊ້ ​ນ້ຳມັນເຊື້ອໄຟ ທີ່ເປັນມິດ ກັບສິ່ງ ແວດລ້ອມ ທັງ​ໝົດ ​ເຊິ່ງ​ເປັນ ດາວທຽມ Skift-D ເພື່ອເສີມ ຂະຫຍາຍ ການ ເຂົ້າເຖິງ ອິນເຕີເນັດ ຄວາມໄວສູງ ແລະ ດາວ​ທຽມ​ Gonets-M ສໍາລັບ ການ ສື່ສານ ໂທລະສັບມືຖື ທີ່​ຜ່ານດາວ ທຽມ. ການສົ່ງດາວທຽມ ຂຶ້ນສູ່ ວົງໂຄ ຈອນ ຂອງໂລກ ໃນຄັ້ງນີ້ ເປັນຄັ້ງທຳອິດ ທີ່ໃຊ້ ຈະຫລວດ ຂົນສົ່ງ Soyuz-2 ໂດຍໃຊ້ນໍ້າມັນເຊື້ອໄຟແບບໃໝ່ ທີ່ເປັນມິດ ກັບສິ່ງແວດລ້ອມ.
( ຮຽບຮຽງຂ່າວໂດຍ: ສະໄຫວ ລາດປາກດີ)

error: Content is protected !!