ເຕືອນໄພ! ສຽບສາຍສາກບໍ່ລະວັງ ສ່ຽງຖືກແຮັກຂໍ້ມູນ

ໃນປັດຈຸບັນພົບວ່າມີສາຍສາກທີ່ຝັງຕົວສົ່ງສັນຍານໄຮ້ສາຍ Access Point ທີ່ເມື່ອເຮົາສຽບສາຍສາກເຂົ້າກັບອຸປະກອນ ຫຼື ໂທລະສັບມືຖືຂອງເຮົາແລ້ວຈະເຮັດໃຫ້ບັນດາພວກແຮັກເກີ້ສາມາດເຂົ້າເຖິງຂໍ້ມູນໃນອຸປະກອນຂອງເຮົາໄດ້ຈາກໄລຍະໄກ

ໂດຍແຮັກເກີ້ຈະສາມາດໂຈລະກຳເອົາຂໍ້ມູນຕ່າງໆ ບໍ່ວ່າຈະເປັນ ເລກບັນຊີທະນາຄານ, ລະຫັດບັດ ATM, ແລະ ອື່ນໆ ຫຼື ອາດຈະສົ່ງຂໍ້ມູນເປັນໄວຣັດທີ່ເປັນອັນຕະລາຍເຂົ້າມາຍັງອຸປະກອນ

ຊຶ່ງຮູບຮ່າງໜ້າຕາຂອງສາຍສາກດັ່ງກ່າວຈະມີໜ້າຕາຄ້າຍຄືກັນກັບສາຍສາກທົ່ວໄປ ມີທັງສາຍສາກແບບ LightningF, Micro-USB ຫຼື USB-C ຈຶ່ງອາດເຮັດໃຫ້ຫຼາຍຄົນບໍ່ທັນລະວັງໂຕ

ດັ່ງນັ້ນເພື່ອເປັນການປ້ອງກັນການຖືກແຮັກຂໍ້ມູນຄວນລະມັດລະວັງການໃຊ້ສາຍສາກຂອງຄົນແປກໜ້າ ຫຼື ສຽບສາຍສາກຈາກພອດຮູບແບບຕ່າງໆຕາມສະຖານທີ່ສາທາລະນະ ເຊັ່ນ: ຫ້າງສັບພະສິນຄ້າ, ໂຮງແຮມ, ສະຖານນີໂດຍສານຕ່າງໆເປັນຕົ້ນ.

error: Content is protected !!