*ທາງເລືອກໃໝ່ໃນການເດີນທາງໄປ ຊີອານ, ນະຄອນຫຼວງເກົ່າຂອງຈີນ ດ້ວຍການບໍລິການໃໝ່ຂອງ Vietjet (ນະຄອນຫຼວງວຽງຈັນ, ວັນທີ 10 ເມສາ, 2024) – ຄວາມຕື່ນເຕັ້ນເທື່ອໃໝ່ກຳລັງຈະເກີດຂຶ້ນ ເພາະວ່າ Vietjet ໄດ້ຂະຫຍາຍເຄືອຂ່າຍການບິນລະຫວ່າງຫວຽດນາມ ແລະ ຈີນເພີ່ມເຕີມອີກ, ຫຼັງຈາກການເປີດໂຕບໍລິການຖ້ຽວບິນ Shanghai ແລະ Chengdu ໃນຕົ້ນປີນີ້. ສາຍການບິນນີ້ຈະເປັນສາຍການບິນທຳອິດທີ່ຈະດຳເນີນການບິນໂດຍກົງເຊື່ອມຕໍ່ສູນກາງເສດຖະກິດຂອງຫວຽດນາມນະຄອນໂຮ່ຈິມິນກັບນະຄອນຫຼວງຊີອານຂອງຈີນ. ມີການບໍລິການແບບບໍ່ຢຸດຢັ້ງຈະເຮັດໃຫ້ນັກທ່ອງທ່ຽວມີທາງເລືອກໃນການເດີນທາງຫຼາຍຂຶ້ນ,