ຖ້ຽວບິນກົງໄປ ເມວເບີນ ແລະ ຮີໂຣຊີມາ ຂອງVietjet ຈະ​ຊ່ວຍກະຕຸ້ນເສດຖະກິດ​​ຮ່າ​ໂນ້ຍ

(ນະຄອນຫຼວງວຽງຈັນ, ວັນທີ 06 ມີນາ 2024, Vietjet ຈະຂະຫຍາຍເຄືອຂ່າຍການບິນສາກົນຕື່ມອີກ, ໃຫ້ແໜ້ນແຟ້ນ ມີພາບລັກຂອງສາຍການບິນໃນພາກພື້ນອາຊີ – ປາຊີຟິກ ດ້ວຍສາຍການບິນໃໝ່ທີ່ເຊື່ອມຕໍ່ນະຄອນຫຼວງຮ່າໂນ້ຍຂອງຫວຽດນາມຫາ ຮີໂຣຊີມາ ຂອງຢີ່ປຸ່ນ ແລະ ເມວເບີນ ຂອງອົດສະຕາລີ. ເສັ້ນທາງບິນກົງໃໝ່ນີ້ ລວມທັງເສັ້ນທາງເຊື່ອມຕໍ່ຂ້າມທະວີບ, ຄາດວ່າຈະບໍລິການລູກຄ້າໄດ້ຢ່າງສະດວກສະບາຍ ແລະ ໃນລາຄາປະຫຍັດ, ຕອບສະໜອງຄວາມຕ້ອງການໃນການເດີນທາງທີ່ເພີ່ມຂຶ້ນໃນທົ່ວພາກພື້ນ.

​​ພິທີເປີດເສັ້ນ​ທາງບິນ​ໃໝ່ຈະ​ຈັດຂຶ້ນໃນມື້ນີ້ທີ່ Vietnam-Australia Business Forum 2024 ໂດຍ​ທ່ານ​ Pham Minh Chinh, ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ແລະ ການ​ນຳທັງ​ສອງ​ປະ​ເທດຮ່ວມຍິນ​ດີ ​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່ ແລະ ຊົມ​ເຊີຍ Vietjet ບາດກ້າວ​ທີ່​ສຳ​ຄັນໃນ​ຄັ້ງນີ້.

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການໃນວັນທີ 03 ມິຖຸນາ 2024, ອອກບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ ມາຮອດເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກນະຄອນເມວເບິນ ໃນວັນອັງຄານ ແລະ ວັນເສົາ. ປັດຈຸບັນ Vietjet ມີຖ້ຽວບິນຫຼາຍສາຍລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ຫຼາຍກວ່າ 58 ຖ້ຽວຕໍ່ອາທິດລະຫວ່າງນະຄອນໂຮ່ຈີມິນ ແລະ 5 ເມືອງໃຫຍ່ຂອງອົດສະຕຣາລີ, Melbourne, Sydney, Brisbane, Perth ແລະ Adelaide, ໂດຍນຳໃຊ້ເຮືອບິນທີ່ທັນສະໄໝລະດັບໂລກ ເຊັ່ນ: A330 ແລະ A321.

ນອກຈາກນັ້ນ, Vietjet ຈະເປີດຖ້ຽວບິນໂດຍກົງລະຫວ່າງຮ່າໂນ້ຍ ແລະ ຮີໂຣຊີມາ ເລີ່ມແຕ່ວັນທີ 12 ພຶດສະພາ 2024. ຖ້ຽວບິນໃໝ່ນີ້ແມ່ນເປັນເສັ້ນທາງການບິນກົງທຳອິດຈາກເຂດ Chugoku ແລະ Shikoku ໄປຫວຽດນາມ. ເສັ້ນ​ທາງ ຮ່າ​ໂນ້ຍ – ຮິ​ໂຣ​ຊິີມາ ຈະ​ບິນ​ກັບ​ອາ​ທິດລະ 2 ຄັ້ງ​ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ, ໃຊ້ເວ​ລາ​​ປະ​ມານ 4 ຊົ່ວ​ໂມງ 30 ນາ​ທີ. ຖ້ຽວບິນໃໝ່ຈະລວມຖ້ຽວຂອງ Vietjet ລະຫວ່າງ ຫວຽດນາມ ແລະ ຍິປຸ່ນ ເຖິງ 8 ຖ້ຽວບິນກົງ, ເຊື່ອມຕໍ່ບັນດາເມືອງໃຫຍ່ທີ່ສຸດຂອງຫວຽດນາມ ຄື ຮ່າໂນ້ຍ ແລະ ນະຄອນໂຮ່ຈີມິນ ກັບບັນດາເມືອງໃຫຍ່ຂອງ ຍີ່ປຸ່ນ ເຊັ່ນ: ໂຕກຽວ, ໂອຊາກາ, ນາໂກຢາ, ຟູກຸໂອກະ ແລະ ຮີໂຣຊີມາ.

ເພື່ອສະເຫຼີມສະຫຼອງຖ້ຽວບິນໃໝ່, Vietjet ມອບປີ້ຍົນລາຄາປະຢັດເລີ່ມຕົ້ນພຽງແຕ່ 0 ໂດລາເທົ່ານັ້ນ (ບໍ່ລວມພາສີ ແລະ ຄ່າທຳນຽມ) ທີ່ເວັບໄຊ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ທຸກເສັ້ນທາງຕ່າງປະເທດຂອງ Vietjet ກັບປີ້ໂປຣໂມຊັ່ນມີໃຫ້ຈັບຈອງທຸກວັນສຸກຕັ້ງແຕ່ວັນທີ 8 ມີນາ 2024, ເດີນທາງຕັ້ງແຕ່ວັນທີ 08 ມີນາ ຫາ 31 ທັນວາ 2024 (ບໍ່ລວມວັນພັກ ແລະ ຊ່ວງລະດູການທ່ອງທ່ຽວ).

ຈາກ​ຮ່າ​ໂນ້ຍ ນັກ​ທ່ອງ​ທ່ຽວ​ສາມາດ​ເດີນທາງໄປເມືຶອງ​ອື່ນໆ​ຂອງ​ປະ​ເທດ​ໄດ້​ຢ່າງ​ສະດວກ​ສະບາຍ ບໍ່ວ່າຈະເປັນ ​ເຫ້ວ, ດ່າໜັງ, ນະຄອນ​ໂຮ່ຈິ​ມິນ, ຍາ​ຈາງ, ຟູກກວັກ ​ແລະ ສະຖານ​ທີ່​ທ່ອງ​ທ່ຽວ​ອີກ​ຫຼາຍ​ແຫ່ງ. ຂອບໃຈເຄືອຂ່າຍການບິນຕ່າງປະເທດກວ້າງຂວາງຂອງ Vietjet ພິເສດແມ່ນເສັ້ນທາງໃໝ່ທີ່ເຊື່ອມຕໍ່ວຽງຈັນ-ໂຮ່ຈິມິນ, ເຊິ່ງສ້າງໂອກາດໃຫ້ນັກເດີນທາງທີ່ມີແຜນຈະເດີນທາງ ແລະ ຍັງສາມາດເຊື່ອມຕໍ່ບັນດາຈຸດໝາຍປາຍທາງໃນທົ່ວພາກພື້ນອາຊຽນ ແລະ ອາຊີ-ປາຊີຟິກ.

ຖ້ຽວບິນໃໝ່ແມ່ນມີຄວາມສຳຄັນໃນແຜນການຂອງ Vietjet ທີ່ຈະຂະຫຍາຍເຄືອຂ່າຍການບິນ ເພື່ອຕອບສະໜອງຄວາມຕ້ອງການການທ່ອງທ່ຽວທີ່ເພີ່ມຂຶ້ນ ຊຸກຍູ້ການແລກປ່ຽນວັດທະນະທໍາ, ການສຶກສາ, ການພັດທະນາເສດຖະກິດ, ການທ່ອງທ່ຽວລະຫວ່າງຫວຽດນາມ ແລະ ບັນດາປະເທດໃນພາກພື້ນອາຊີປາຊີຟິກ.

ຂໍ້ມູນເພີ່ມຕື່ມ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

error: Content is protected !!