ຮອງລັດຖະມົນຕີກະຊວງສຶກສາ ແລະກິລາ ເປັນສັກຂີພະຍານໃນຄວາມຮ່ວມມືດ້ານການສຶກສາລະຫວ່າງ ວິທະຍາໄລເຕັກນິກ ປາກປ່າສັກ ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດຂອງໄທ

ເມື່ອວັນທີ 28 ກຸມພາ ທີ່ຜ່ານມາ ທ່ານ ປອ. ສຸລິອຸດົງ ສຸນດາລາ  ຮອງລັດຖະມົນຕີກະຊວງສຶກສາ ແລະ ກິລາ, ທ່ານ ໜູພັນ ອຸດສາ ຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກິລາ ພ້ອມ​ດ້ວຍ​ ທ່ານ ກໍ່ສັກ ໄຊລັດສະໝີສັກ ປະທານກຳມະການບໍລິຫານ ບໍລິສັດ ຊີພີ ອໍລ໌ ຈຳກັດ (ມະຫາຊົນ) ຮ່ວມເປັນກຽດ ແລະ ເປັນສັກຂີພະຍານການລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ດ້ານຄວາມຮ່ວມມືທາງການສຶກສາລະຫວ່າງ ວິທະຍາໄລເຕັກນິກ ປາກປ່າສັກ ສປປ. ລາວ ແລະ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ເຊິ່ງຈັດຂຶ້ນທີ່ຫ້ອງປະຊຸມປັນຍາງາມ ວິທະຍາໄລເຕັກໂນໂລຊີ ປັນຍາພິວັດ ປະເທດໄທ 

ໂດຍຜູ້ແທນທັງສອງຝ່າຍໄດ້ແກ່ ທ່ານ ປອ. ສາຍສະໝອນ ງາມສີ ຜູ້ອໍານວຍການ ວິທະຍາໄລເຕັກນິກ ປາກປ່າສັກ ແລະ ທ່ານ ປິຍະວັດ ທິຕະສັດທາວໍລະກຸນ  ຜູ້ຮັບໃບອະນຸຍາດ ວິທະຍາໄລ ເຕັກໂນໂລຊີ ປັນຍາພິວັດ ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຂັບເຄື່ອນການດໍາເນີນງານການຈັດການສຶກສາອາຊີວະສຶກສາ ລະບົບທະວີພາຄີ ໃຫ້ແກ່ຜູ້ຮຽນ ລະດັບປະກາດຊະນີຍະບັດ ວິຊາຊີບ (ປວຊ) ແລະ ລະດັບປະກາດຊະນີຍະບັດ ວິຊາຊີບຊັ້ນສູງ (ປວສ) ປະເພດວິຊາບໍລິຫານທຸລະກິດ, ສາຂາການຈັດການທຸລະກິດການຄ້າຍ່ອຍ, ສາຂາການທຸລະກິດການຄ້າຍ່ອຍສະໄໝໃໝ່ ແລະ ສາຂາອື່ນໆ ທີ່ກົງກັບຄວາມຕ້ອງການຂອງສະຖານທີ່ປະກອບການ ຕະຫຼອດຈົນສົ່ງເສີມສະໜັບສະໜູນໃຫ້ຜູ້ຮຽນໄດ້ພັດທະນາການຮຽນຮູ້ທັກສະ ແລະ ປະສົບການຈິງຈາກການຝຶກປະຕິບັດ ການຝຶກອາຊີບໃນສະຖານທີ່ປະກອບການ ໂດຍຈະຮ່ວມມືກັນພັດທະນາຫຼັກສູດການຮຽນການສອນ ການຝຶກອົບຮົມ ຕາມຫຼັກສູດອາຊີວະສຶກສາ ລະບົບທະວີພາຄີ ພ້ອມທັງປະສານຄວາມຮ່ວມມືໃນການຝຶກອົບຮົມພັດທະນາຄູ ແລະ ບຸກຄະລາກອນທາງການສຶກສາ ເພື່ອມຸ່ງເນັ້ນຜະລິດ ແລະ ພັດທະນາກຳລັງຄົນທີ່ມີປະສິດທິພາບສອດຄ່ອງກັບຄວາມຕ້ອງການຂອງຕະຫຼາດແຮງງານ ແລະ ສະຖານທີ່ປະກອບການທັງພາຍໃນ ແລະ ຕ່າງປະເທດ.

error: Content is protected !!