ມີເຮ…. ປາກເຊມີເຊເວັ່ນ ອີເລຟເວັ່ນ ຍົກລະດັບພາບລັກທີ່ທັນສະໄໝຮ່ວມໃຈຂັບເຄື່ອນເສດຖະກິດໃນປີທ່ອງທ່ຽວລາວ

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ໃນນະຄອນປາກເຊ ແຂວງຈຳປາສັກ ເປີດໃຫ້ບໍລິການແລ້ວ ຖືເປັນສາຂາທີ່ຕັ້ງຢູ່ຕ່າງແຂວງສາຂາທຳອິດໃນ ສປປ. ລາວ ຫຼັງຈາກກ່ອນໜ້ານີ້ ບໍລິສັດ ຊີພີ ອໍລ໌ ລາວ ຈຳກັດ. ໃນກຸ່ມຊີພີ ອໍລ໌ ໄດ້ເປີດດຳເນີນການຮ້ານຄ້າ ເຊເວັ່ນ ອີເລຟເວັ່ນ ມາແລ້ວ 3 ສາຂາໃນນະຄອນຫຼວວງວຽງຈັນ.

ນະຄອນປາກເຊ ເປັນເມືອງທີ່ມີຄວາມສຳຄັນທາງເສດຖະກິດຂອງແຂວງຈຳປາສັກ ແລະ ຖືເປັນສູນກາງທາງເສດຖະກິດໃນພາກໃຕ້ຂອງລາວ, ມີສັກກາຍຍະພາບສູງໂດຍສະເພາະດ້ານການທ່ອງທ່ຽວ ການທີ່ເຊເວັ່ນ ອີເລຟເວັ່ນ ເຊິ່ງເປັນທຸລະກິດບໍລິການສ່ວນໜຶ່ງໃນພາກການທ່ອງທ່ຽວເຂົ້າໄປເປີດດຳເນີນການ ບໍ່ພຽງແຕ່ຈະເປັນອີກໜຶ່ງຕົວເລືອກໃຫ້ຜູ້ບໍລິໂພກໄດ້ມີໂອກາດເຂົ້າເຖິງສິນຄ້າ ແລະ ບໍລິການຄຸນນະພາບແຕ່ຍັງເປັນການສົ່ງເສີມພາບລັກຄວາມທັນສະໄໝຂອງ ສປປ. ລາວ ທີ່ຈະສະໜັບສະໜູນຈຸດແຂງທີ່ມີຢູ່ແລ້ວ ໂດຍສະເພາະໃນປີທ່ອງທ່ຽວລາວ ຫຼື Visit Laos Year 2024 ເຊິ່ງຈະຊ່ວຍສ້າງຄວາມຈະເລີນທາງເສດຖະກິດຂອງປະເທດ ຍົກລະດັບຄຸນນະພາບຊີວິດຂອງປະຊາຊົນ.

ເຊເວັ່ນ ອີເລຟເວັ່ນ ສາຂາບ້ານສະໜາມໄຊ ຍັງມີຈຸດເດັ່ນດ້ວຍສິນຄ້າອຸປະໂພກບໍລິໂພກທີ່ໄດ້ມາດຕະຖານ ໂດຍສະເພາະ ສິນຄ້າຍອດນິຍົມມີຈຳໜ່າຍສະເພາະທີ່ຮ້ານເຊເວັ່ນ ອີເລຟເວັ່ນ ເທົ່ານັ້ນ ແບບເຊັ່ນ Slurpee ເຄື່ອງດື່ມຊົງສົດ All Café ສິນຄ້າອົບສົດ ແລະ ອາຫານພ້ອມໃຫ້ຮັບປະທານຕອບໂຈດຜູ້ບໍລິໂພກທຸກເພດທຸກໄວ. ພ້ອມກັນນີ້, ຍັງເປັນອີກໜຶ່ງຊ່ອງທາງໃນການສະໜັບສະໜູນສິນຄ້າທ້ອງຖິ່ນຂອງຜູ້ປະກອບການລາວ ເພື່ອສ້າງວຽກງານ, ສ້າງອາຊີບ ສົ່ງມອບໂອກາດໃນການເຕີບໃຫຍ່ ຢ່າງຢືນຍົງຮ່ວມກັນຕາມແນວທາງ 3 ປະໂຫຍດຂອງເຄືອຈະເລີນໂພກກະພັນ ຄືເພື່ອປະໂຫຍດແກ່ປະເທດຊາດ ປະຊາຊົນ ແລະ ອົງກອນ ທີ່ຍຶດຖືໃນການດຳເນີນທຸລະກິດຕະຫຼອດມາ.

error: Content is protected !!