ຜົ້ງສາລີ ມີນັກທ່ອງທ່ຽວ ເຂົ້າມາທ່ຽວຊົມແຂວງ 143,341 ເທື່ອຄົນໃນປີ 2023.

ແຂວງຜົ້ງສາລີມີແຫຼ່ງທ່ອງທ່ຽວຍອດນິຍົມຫຼາຍແຫ່ງ ທີ່ນັກທ່ອງທ່ຽວທົ່ວທຸກມຸມໂລກ ຖືເປັນຈຸດໝາຍປາຍທາງ ຂອງການທ່ອງທ່ຽວ, ທົ່ວແຂວງມີແຫຼ່ງທ່ອງທ່ຽວ 107 ແຫ່ງ. ໃນນັ້ນ, ແຫຼ່ງທ່ອງທ່ຽວທຳມະຊາດ 27 ແຫ່ງ, ເປີດໃຊ້ບໍລິການ 6 ແຫ່ງ, ແຫຼ່ງທ່ອງທ່ຽວວັດທະນະທໍາ 76 ແຫ່ງ; ເປີດໃຊ້ບໍລິການ 48 ແຫ່ງ ແລະ ແຫຼ່ງທ່ອງທ່ຽວທາງປະຫວັດສາດ 4 ແຫ່ງຍັງບໍ່ໄດ້ເປີດໃຊ້ບໍລີການ

ໃນນີ້, ມີນັກທ່ອງທ່ຽວພາຍໃນ 66,825 ເທື່ອຄົນ ແລະ ນັກທ່ອງທ່ຽວຕ່າງປະເທດ 76,516 ເທື່ອຄົນ,ລາຍຮັບຈາກນັກທ່ອງທ່ຽວ 15,389,990 ໂດລາສະຫະລັດ ທຽບໃສ່ແຜນການປະຕິບັດໄດ້ 68,26% ທຽບໃສ່ 1 ປີຜ່ານມາເພີ່ມຂື້ນ 359,26% ໃນນີ້ນັກທ່ອງທ່ຽວທີ່ເຂົ້າມາຜ່ານດ່ານສາກົນລານຕຸ້ຍມີ 15,678 ເທື່ອຄົນ; ນັກທ່ອງທ່ຽວທີ່ເຂົ້າມາຜ່ານດ່ານສາກົນປາງຫົກມີ 34,530 ເທື່ອຄົນ.

ສຳລັບທິດທາງຄາດໝາຍປີ 2024 ຈະດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງໃຫ້ໄດ້ 128,775 ເທື່ອຄົນ, ສ້າງລາຍຮັບໃຫ້ໄດ້ 17,242,190 ໂດລາສາຫະລັດ

ໃນປີທ່ອງທ່ຽວ 2024 ນີ້, ແຜນການແມ່ນຈະຈັດຂຶ້ນໃນເດືອນພະຈິກ 2024 ເຊິ່ງຈະມີຫລາຍກິດຈະກໍາທີ່ຈະຈັດຂຶ້ນໃນເທດສະການອາຫານເຜົ່າ ແລະ ດື່ມນ້ໍາຊາເປັນຕົ້ນແມ່ນ: ກິດຈະກຳປະກວດອາຫານເຜົ່າ, ປະກວດການຊົງຊາ, ການປະກວດນາງງາມຊົນເຜົ່າ, ການວາງສະແດງອາຫານຂອງບັນດາເຜົ່າ, ວາງສະແດງສີນຄ້າຜະລິດຕະພັນຊາ ແລະ ສິນຄ້າໂອດ໋ອບຂອງແຂວງ, ການສະແດງສີລະປະວັນນະຄະດີ ແລະ ອື່ນໆ.

error: Content is protected !!