ບົດ​ລາຍ​ງານ​​ປີ 2023 ຂອງ Vietjet ເຜີຍໃຫ້ເຫັນເຖິງການເຕີບໂຕຂອງເຄືອ​ຂ່າຍຖ້ຽວ​ບິນ​ສາ​ກົນ​ ດ້ວຍ​ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາ​ກາດສູງເຖິງ 2,16 ຕື້ USD.

(ນະຄອນຫຼວງວຽງຈັນ, ວັນທີ 03 ເມສາ 2024) – ບໍລິສັດຫຸ້ນສ່ວນການບິນ Vietjet (HOSE: VJC) ໄດ້ເປີດເຜີຍບົດລາຍງານການເງິນທີ່ກວດສອບໄດ້ໃນປີ 2023, ສະແດງໃຫ້ເຫັນເຖິງການເຕີບໂຕຢ່າງເຂັ້ມແຂງຕະຫຼອດປີ.

ລາຍ​ຮັບ​ການ​ຂົນ​ສົ່ງ​ທາງ​ອາ​ກາດແມ່ນມີການ​ແຍກສ່ວນ ໂດຍ​​ທີ່​ໄດ້​ຮັບ​ການ​ກວດ​ສອບ ແລະ ລາຍ​ຮັບ​ລວມ​ແມ່ນ 53,7 ຕື້​ດົງ (ປະ​ມານ 2,16 ຕື້ USD) ແລະ 58,3 ຕື້​ດົງ (ປະ​ມານ 2,35 ຕື້ USD) ຕາມ​ລຳ​ດັບ, ເພີ່ມ​ຂຶ້ນ 62% ແລະ 45% ທຽບໃສ່ປີທີ່ຜ່ານມາຕາມ​ລຳ​ດັບ. ​​ຜົນ​ກຳ​ໄລ​ດ້ານ​ການ​ຂົນ​ສົ່ງ​ທາງ​ອາກາດ​ກ່ອນ​ເສຍ​ພາສີ​ປະມານ 471 ຕື້​ດົງ (ປະມານ 18,98 ລ້ານ​ USD) ແລະ 606 ຕື້​ດົງ (ປະມານ 24,42 ລ້ານ​ USD) ຕາມ​ລຳດັບ.

ລາຍ​ຮັບ​ສະ​ສົມ ​ແລະ ສິນຄ້າ​ມູນ​ຄ່າ​ເກືອບ 21 ພັນ​ຕື້​ດົງ (ປະມານ 846,6 ລ້ານ USD), ສູງ​ກວ່າ​ລາຍ​ຮັບທີ່​ເຄີຍໄດ້​ສັງ​ລວມໄວ້ ​ແລະ ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ 60% ທຽບໃສ່ປີທີ່ຜ່ານມາ, ກວມເອົາ 39% ຂອງລາຍຮັບການຂົນສົ່ງທາງອາກາດທັງໝົດ.

ນອກຈາກນີ້, Vietjet ​ຍັງຖື​ເປັນໜຶ່ງ​ໃນ​ກຸ່ມບໍລິສັດ​ທີ່​ມີ​​ Credit ​ດີ​ທີ່​ສຸດ ​ຕາມ​ການ​ແນະ​ນຳ​ຂອງ​ກະ​ຊວງ​ການ​ເງິນ. ໄດ້​ຮັບ​ Credit ​ສູງ​ສຸດ (VnBBB-) ໃນ​ບັນ​ດາ​ວິ​ສາ​ຫະ​ກິດ​ຂອງປະເທດຫວຽດ​ນາມ.

ຜູ້ນໍາດ້ານການ​ຂະ​ຫຍາຍ​​ສູ່​ສາ​ກົນ​

​ຮັກສາ ​ແລະ ​ເພີ່ມ​ທະວີ​ເຄືອ​ຂ່າຍ​ພາຍ​ໃນ​ປະ​ເທດ ພ້ອມ​ທັງ​ສຸມ​ໃສ່​ຜັນ​ຂະຫຍາຍ​ບັນດາ​ເສັ້ນທາງ​ການບິນ​ສາກົນ, Vietjet ​ໃນ​ປີ 2023 ​ໄດ້​ດຳ​ເນີນ​ຖ້ຽວ​ບິນ 133.000 ຖ້ຽວ​ຢ່າງ​ປອດ​ໄພ ດ້ວຍ​ຜູ້​ໂດຍສານ 25.3 ລ້ານ​ຄົນ ​ເພີ່ມ​ຂຶ້ນ 183% ​ທຽບໃສ່ປີທີ່ຜ່ານມາ​, ​ໃນ​ນັ້ນ​ມີ 7,6 ລ້ານ​ຖ້ຽວ​ບິນ​ສາກົນ.

Vietjet ເປີດຕົວ 33 ເສັ້ນທາງໃໝ່ທັງພາຍໃນ ແລະ ຕ່າງປະເທດ, ເຮັດໃຫ້ຈໍານວນເສັ້ນທາງທັງໝົດເພີ່ມຂຶ້ນເປັນ 125 ເສັ້ນທາງ, ໃນນັ້ນມີ 80 ເສັ້ນທາງຕ່າງປະເທດ ແລະ 45 ເສັ້ນທາງພາຍໃນປະເທດ.

ເສັ້ນທາງທີ່ພົ້ນເດັ່ນລວມມີ: Ho Chi Minh City – Shanghai, Ho Chi Minh City – Vientiane, Hanoi – Siem Reap, Hanoi – Hong Kong, Phu Quoc – Taipei, Phu Quoc – Ho Chi Minh City/ Hanoi – Jakarta, ແລະ ອື່ນໆ

ຕົ້ນ​ປີ 2024, Vietjet ໄດ້​ເປີດ​ສາຍ​ການ​ບິນ​ໂດຍ​ກົງ​ລະ​ຫວ່າງ Hanoi – Sydney, ເພີ່ມ​ຈຳ​ນວນ​ເສັ້ນ​ທາງ​ Vietnam – Australia  ເປັນ 7 ເສັ້ນ​ທາງ.

ພ້ອມ​ທັງ​ໄດ້​ເລີ່ມ​ຖ້ຽວ​ບິນ​ຈາກ Hanoi – Hiroshima (ຍີ່ປຸ່ນ) ​ແລະ Ho Chin Minh – Chengdu ( ຈີນ), ນຳ​ມາ​ເຊິ່ງໂອກາດ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ການທ່ອງທ່ຽວ ​ແລະ ການ​ຄ້າທັງສອງຝ່າຍ. ພາຍ​ໃນ​ປະ​ເທດ, Vietjet ໄດ້​ເປີດ​ນຳ​ໃຊ້​ເສັ້ນ​ທາງ​ໃໝ່ ຮ່າ​ໂນ້ຍ – ດຽນ​ບຽນ ເພື່ອ​ພາ​ນັກ​ທ່ອງ​ທ່ຽວ​ໄປ​ເຖິງ​ແຫຼ່ງທ່ອງທ່ຽວທາງປະ​ຫວັດ​ສາດ​ດຽນ​ບຽນ​ຝູ.

ພັດທະນາເຮືອບິນທີ່ປອດໄພ, ທັນສະໄໝ ແລະ ເປັນມິດຕໍ່ສິ່ງແວດລ້ອມ

ການພັດທະນາແບບຍືນຍົງ (ESG), ເຊິ່ງຈະສືບຕໍ່ເປັນເປົ້າໝາຍຍຸດທະສາດໄລຍະຍາວຂອງສາຍການບິນ ແມ່ນສໍາຄັນຕໍ່ຄວາມສໍາເລັດຂອງສາຍການບິນ ເນື່ອງຈາກວ່າຈະຊ່ວຍເພີ່ມປະສິດທິພາບໃນການນໍາໃຊ້ຊັບພະຍາກອນ, ປະຢັດນໍ້າມັນ ແລະ ຫຼຸດຜ່ອນການປ່ອຍອາຍພິດ CO2 ດ້ວຍເຮືອບິນໃໝ່ ແລະ ທັນສະໄໝ.

ປີ2023, Vietjet ໄດ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕັ້ງໜ້າ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງບໍລິສັດດ້ວຍການເພີ່ມປະສິດທິພາບໃຫ້ຊັບພະຍາກອນ, ປະຢັດນ້ຳມັນໄດ້ເຖິງ 15-20% ແລະ ພິເສດແມ່ນສຸມໃສ່ການປົກປັກຮັກສາສິ່ງແວດລ້ອມ, ການພັດທະນາແບບຍືນຍົງ, ການຄົ້ນຄວ້າເຕັກໂນໂລຊີສີຂຽວ.

Vietjet ໄດ້ຖຶກຈັດອັນດັບໃຫ້ເປັນໜຶ່ງໃນສາຍການບິນລາຄາຖືກທີ່ປອດໄພທີ່ສຸດໃນໂລກ ໂດຍ AirlineRatings.

ສູນບໍລິການ​ຂົນ​ສົ່ງ​ທາງ​ບົກຂອງ Vietjet ໄດ້ດຳເນີນງານຢ່າງມີປະສິດທິພາບ, ຍົກສູງຄຸນນະພາບການບໍລິການໃນຂະນະທີ່ຫຼຸດຜ່ອນຄ່າໃຊ້ຈ່າຍໃນການດໍາເນີນງານຢູ່ສະໜາມບິນ. ນອກ​ຈາກ​ການ​ບໍ​ລິ​ການ​ຂົນ​ສົ່ງ​ທາງ​ບົກ​ແລ້ວ, Vietjet ຍັງ​ໄດ້​ເອົາ​ໃຈ​ໃສ່​ໃນ​ວຽກ​ງານ​ບໍາ​ລຸງ​ຮັກ​ສາ​ເຮືອ​ບິນ. ໃນປີ 2023, ໄດ້ເປີດສູນບຳລຸງຮັກສາເຮືອບິນມາດຕະຖານສາກົນ ຮ່ວມກັບສາຍການບິນລາວ ທີ່ນະຄອນຫຼວງວຽງຈັນ.

ປະຕິບັດ​ຍຸດ​ທະ​ສາດ ​ແລະ ວິ​ໄສ​ທັດ​ຂອງ​ຕົນ​ໃນ​ການ​ພັດທະນາ ​ແລະ ກໍ່ສ້າງ​ກຳລັງ​ແຮງ​ງານ​ທີ່​ມີ​ມາດຕະຖານ​ສາກົນ, ວິທະຍາ​ຄານ​ການບິນ Vietjet (VJAA) ​ໄດ້​ກາຍ​ເປັນ​ຄູ່​ຮ່ວມ​ມື​ເຝິກ​ອົບຮົມ​ຂອງ​ສະມາຄົມ​ຂົນ​ສົ່ງ​ທາງ​ອາກາດ​ສາກົນ (IATA).

ໃນປີ 2023, Vietjet ໄດ້ບັນລຸຂີດໝາຍອັນໃຫຍ່ຫຼວງສໍາລັບການພັດທະນາຮອບດ້ານ ດ້ວຍເຄືອຂ່າຍການບິນສາກົນທີ່ກວ້າງຂວາງ. ບໍລິສັດພ້ອມທີ່ຈະຕອບສະໜອງຄວາມຕ້ອງການສໍາລັບການເດີນທາງພາຍໃນປະເທດ ໃນຂະນະທີ່ສືບຕໍ່ວາງແຜນທີ່ຈະຂະຫຍາຍເຄືອຂ່າຍສາກົນຕື່ມອີກ.

ຂໍ້ມູນເພີ່ມຕື່ມ www.vietjetair.com

ສຳລັບຜູ້ປະສານງານດ້ານສື່ຕິດຕໍ່:

Bigblue Agency Laos

ໂທ: +85620 78911848 (Lath)

ຫຼື

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

ໂທ: +84 932 775 066

error: Content is protected !!