Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ກັບ ​ກຸງ​ໂຊ​ລ ​ແລະ ​ໄທ​ເປ ຈາກ​ ຟູກວັກ

* ເພີ່ມ​ບ່ອນນັ່ງຫຼາຍກວ່າ 86,000 ບ່ອນ ​ໃນຊ່ວງ​ມື້ພັກຍາວທີ່ສຸດເປັນ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ

(ນະຄອນຫຼວງວຽງຈັນ, 24 ເມສາ 2024) – Vietjet ໃຫ້ຕົວເລືອກໃນການເດີນທາງ ດ້ວຍຮອບບິນເພີ່ມຂຶ້ນ ໃນເສັ້ນທາງໂດຍກົງຈາກ ເກາະສະຫວັນ ຟູກວັກ (Phu Quoc) ຫາ ໂຊລ (Seoul) ແລະ ໄທເປ (Taipei) ເນື່ອງຈາກຄວາມຕ້ອງການທ່ອງທ່ຽວໃນລະດູຮ້ອນທີ່ເພີ່ມຂຶ້ນ.

ເລີ່ມ​ແຕ່​ວັນ​ທີ 13 ມິຖຸນາ​ ປີ 2024, Vietjet ຈະຍົກ​ລະດັບ​ຖ້ຽວບິນກົງ​ ລະຫວ່າງ Phu Quoc ຫາ Seoul, ​ເພີ່ມ​ຂຶ້ນ​ຈາກ 2 ຫາ 3 ຖ້ຽວ​ບິນ ໄປ-​ກັບ ​ທຸກ​ມື້. ຖ້ຽວບິນໃໝ່ຈາກ Phu Quoc ໄປ Seoul ອອກເວລາ 20:35 ໂມງ (ຕາມເວລາທ້ອງຖິ່ນ) ລົງຈອດຢູ່ສະໜາມບິນສາກົນ ອິນຊອນ (Incheon) ເວລາ 4:00 ໂມງຂອງມື້ຕໍ່ມາ (ຕາມເວລາທ້ອງຖິ່ນ). ກົງ​ກັນ​ຂ້າມ, ຖ້ຽວ​ບິນ​ຈາກ​ສະ​ໜາມ​ບິນ​ສາ​ກົນ Incheon ໄປ Phu Quoc ອອກ​​ເວ​ລາ 5:00 ໂມງ​ເຊົ້າ (ຕາມ​ເວ​ລາ​ທ້ອງ​ຖິ່ນ) ແລະ ​ລົງຈອດ​ໃນ​ເວ​ລາ 8:25 ໂມງ (ຕາມ​ເວ​ລາ​ທ້ອງ​ຖິ່ນ).

​​ໃນວັນ​ທີ 1 ກໍລະກົດ 2024, Vietjet ​ຈະຂະຫຍາຍ​ເສັ້ນທາງ​ການບິນ ​ລະຫວ່າງ Phu Quoc ຫາ Taipei ​ໂດຍເພີ່ມ​ຖ້ຽວບິນ​​ຈາກ 7 ຖ້ຽວ​ບິນ ​ໄປ-​ກັບ ເປັນ 11 ຖ້ຽວ​ຕໍ່​ອາທິດ. ຖ້ຽວບິນໃໝ່ຈາກ Phu Quoc ໄປ Taipei ອອກເດີນທາງເວລາ 9:50 ໂມງ (ຕາມເວລາທ້ອງຖິ່ນ) ລົງຈອດທີ່ສະໜາມບິນສາກົນ Taoyuan  ຂອງ Taipei ເວລາ 14:30 ໂມງ (ຕາມເວລາທ້ອງຖິ່ນ) ທຸກໆວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ. ອີກດ້ານໜຶ່ງ, ຖ້ຽວບິນຈາກ Taipei ໄປ Phu Quoc ອອກເວລາ 16:00 ໂມງ ແລະ ລົງຈອດໃນເວລາ 18:40 ໂມງ (ຕາມເວລາທ້ອງຖິ່ນ).

ໂຊກດີສຳລັບນັກທ່ອງທ່ຽວຈາກລາວ, Vietjet ໄດ້ເປີດເສັ້ນທາງບິນໂດຍກົງ ລະຫວ່າງ ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດ ໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ໃຊ້ເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ, ເຊື່ອມຕໍ່ໄປຍັງຫຼາຍຈຸດໝາຍປາຍທາງທີ່ສຳຄັນ. ເຊິ່ງເຮັດໃຫ້ປະສົບການໃນການເດີນທາງຂອງທ່ານງ່າຍຂຶ້ນ. ເພີ່ມທາງເລືອກ ໃນລາຄາທີ່ສົມເຫດສົມຜົນ ແລະ ຄຸ້ມຄ່າທີ່ສຸດ ກັບການບໍລິການທີ່ທ່ານຈະປະທັບໃຈ ໃນການເດີນທາງກັບ Vietjet.

ນອກຈາກນັ້ນ, Vietjet ຍັງມີໂປຣໂມຊັນໃຫ້ນັກທ່ອງທ່ຽວ ດ້ວຍຄ່າປີ້ຍົນເລີ່ມຕົ້ນຈາກ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ໃນທຸກໆວັນສຸກ. ທີ່ www.vietjetair.com ແລະ ແອັບມືຖື Vietjet Air. ໂປຣໂມຊັນນີ້ ນຳໃຊ້ກັບທຸກຖ້ຽວບິນສາກົນຂອງ Vietjet ຕັ້ງແຕ່ມື້ນີ້ ຫາ ວັນທີ 31 ທັນວາ 2024 (ຍົກເວັ້ນມື້ພັກ ແລະ ເທສະການທ່ອງທ່ຽວ).

ໃນຊ່ວງ​ມື້ພັກ ​ວັນປະກາດອິດສະຫຼະພາບທາງໃຕ້ຂອງຫວຽດນາມ (Reunification Day) ແລະ ວັນ​ກຳ​ມະ​ກອນ​ສາ​ກົນ ເລີ່ມ​ແຕ່​ວັນ​ທີ 27 ເມສາ ເປັນ​ວັນ​ພັກ​ຍາວ​ທີ່​ສຸດ​ອັນ​ດັບ​ສອງ​ຂອງ​ຫວຽດ​ນາມ ຫຼັງ​ຈາກ​ບຸນ​ກຸດ​ຈີນ, Vietjet ຍັງ​ເພີ່ມ​ຖ້ຽວ​ບິນ​ຕື່ມ​ອີກ 86.000 ບ່ອນນັ່ງ, ເທົ່າ​ກັບ 450 ກວ່າ​ຖ້ຽວ​ບິນ​ ໃຫ້ກັບ​ບັນ​ດາ​ສະ​ຖານ​ທີ່​ທ່ອງ​ທ່ຽວ​ທີ່​ນິຍົມຫຼາຍທີ່​ສຸດ, ເພີ່ມ​​ຖ້ຽວ​ບິນ​ໄປນະຄອນໂຮ່ຈີມິນ, ຮ່າໂນ້ຍ, ດານັງ, ຍາຈາງ ແລະ ອື່ນໆ.

ເພີດເພີນກັບຖ້ຽວບິນທີ່ມີຄວາມສຸກຂອງ Vietjet ເທິງເຮືອບິນທີ່ທັນສະໄໝ ເປັນມິດກັບສິ່ງແວດລ້ອມ, ພະນັກງານການບິນມືອາຊີບ. ມ່ວນຊື່ນໄປກັບການຊິມອາຫານຫວຽດນາມແທ້ໆ ແລະ ສາກົນ ດ້ວຍເມນູອາຫານທີ່ແຊບຊ້ອຍເຊັ່ນ: Pho Thin ແລະ Banh mi Vietnam. Vietjet ຍັງຍົກລະດັບການເດີນທາງຂອງທ່ານດ້ວຍການສະແດງສິລະປະວັດທະນະທຳ ຢູ່ເທິງຄວາມສູງກວ່າ 10.000 ແມັດ ເນື່ອງໃນໂອກາດພິເສດອີກດ້ວຍ.

ຂໍ້ມູນເພີ່ມຕື່ມ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

error: Content is protected !!