Vietjet ໄດ້ເຜີຍຂໍ້ສະເໜີທີ່ສຳຄັນກັບ Airbus, Rolls-Royce, Pratt & Whitney ແລະ Safran ໃນງານ ສິງກະໂປ Airshow 2024

(ນະຄອນຫຼວງວຽງຈັນ, 23 ກຸມພາ 2024) – ສາຍການບິນຍຸກໃໝ່ Vietjet ໄດ້ປະສົບຜົນສໍາເລັດຢ່າງໃຫຍ່ຫຼວງ ໃນງານສິງກະໂປ Airshow 2024. ບໍລິສັດໄດ້ປະກາດຂໍ້ຕົກລົງໃຫຍ່ກັບຜູ້ນໍາອຸດສາຫະກໍາ Airbus, Rolls-Royce, RTX’s Pratt & Whitney ແລະ Safran ອອກແບບເພື່ອເສີມຂະຫຍາຍ, ສ້າງ​ຄວາມ​ເຂັ້ມ​ແຂງ ແລະ ​ສະ​ໜັບ​ສະ​ໜູນ​ການ​ຂະ​ຫຍາຍ​ຕາໜ່າງການ​ບິນ​ ແລະ​ ການ​ບິນ​ໃນ​ອະ​ນາ​ຄົດ​​ ເພື່ອ​ທີ່ຈະ​ສະ​ແດງ​ໃຫ້​ເຫັນ​ຄວາມມຸ່ງໝັ້ນດ້ານ​ຄວາມ​ປອດ​ໄພ​, ການມີປະ​ສິດ​ທິ​ພາບ​ ແລະ​ ຄວາມ​ຍືນ​ຍົງ​.

  1. ສາຍການບິນ Vietjet ແລະ Airbus ປະກາດສັ່ງຈອງເຮືອບິນ Widebody A330neo 20 ລຳ

Vietjet ແລະ Airbus ໄດ້ລົງນາມໃນບົດບັນທຶກຄວາມເຂົ້າໃຈ ສໍາລັບການຊື້ເຮືອບິນ A330neo (A330-900) widebodies 20 ລຳ, ເຊິ່ງເປັນໜຶ່ງໃນບັນດາຂໍ້ຕົກລົງທີ່ສຳຄັນທີ່ສຸດໃນງານ ສິງກະໂປ Airshow 2024. ການລົງທຶນຄັ້ງນີ້ເປັນເຮືອບິນຂະໜາດໃຫຍ່ທີ່ສຸດຂອງ Vietjet ຈົນເຖິງປະຈຸບັນ, ເຊີ່ງໄດ້ເນັ້ນເຖິງຄວາມມຸ່ງໝັ້ນ ຂອງສາຍການບິນໃນການຂະຫຍາຍຕາໜ່າງການບິນ ແລະ ການຫັນຄວາມເປັນທັນສະໄໝຂອງເຮືອບິນ.

ເຮືອບິນດັ່ງກ່າວຈະດໍາເນີນການຢູ່ໃນການຂະຫຍາຍຕາໜ່າງການບິນໄລຍະຍາວຂອງຜູ້ໃຫ້ບໍລິການ, ຕະຫຼອດ ຈົນເຖິງການບໍລິການລະດັບພາກພື້ນທີ່ມີຄວາມສາມາດສູງ. ພວກເຂົາຈະເອົາ A330neo ມາແທນທີ່ເຮືອບິນ A330-300s ທີ່ເຊົ່າໃນປັດຈຸບັນ.

ເຮືອບິນ A330neo ອອກແບບໃຫ້ມີປະສິດທິພາບເພື່ອສອດຄ່ອງກັບຍຸດທະສາດການພັດທະນາແບບຍືນຍົງ ແລະ ເປົ້າໝາຍ ESG ຂອງ Vietjet, ໂດຍຕັ້ງເປົ້າໝາຍທີ່ຈະຫຼຸດຜ່ອນການປ່ອຍມົນລະພິດໃຫ້ເປັນສູນພາຍໃນປີ 2050. ໃນເຮືອບິນ A330neo ລຸ້ນໃໝ່ ສາຍການບິນ Vietjet ຫວັງວ່າຈະສະໜອງຖ້ຽວບິນໃຫ້ຜູ້ໂດຍສານໃນໄລຍະຍາວ ແລະ ບໍລິການ ເຮຶອບິນທີ່ມີປະສິດທິພາບ ພ້ອມກັບການບໍລິການທີ່ໂດດເດັ່ນໃນລາຄາທີ່ຖຶກ.

ເຮືອບິນ A330neo ໄດ້ນຳສະເໜີຫ້ອງໂດຍສານ Airspace ທີ່ໄດ້ຮັບລາງວັນ, ພ້ອມຮັບປະກັນປະສົບການ ການເດີນທາງທີ່ສະດວກສະບາຍດ້ວຍພື້ນທີ່ທີ່ກວ້າງຂຶ້ນ ແລະ ມີສິ່ງອໍານວຍຄວາມສະດວກທີ່ທັນສະໄໝ. ເຮຶອບິນ A330neo ຂັບເຄື່ອນດ້ວຍເຄື່ອງຈັກ Rolls-Royce Trent 7000, ທີ່ສາມາດບິນບໍ່ຢຸດໄດ້ດ້ວຍຄວາມໄວ 7,200 nm/13,300 ກິໂລແມັດ.

  • ສາຍການບິນ Vietjet ເລືອກເຄື່ອງຈັກ Trent 7000 ຂອງ Rolls-Royce ມາຂັບເຄື່ອນດ້ວຍ A330neo 20 ລຳ.

Vietjet ແລະ Rolls-Royce ປະກາດເຖິງຄວາມມຸ່ງໝັ້ນໃນການຈັດຊື້ເຮືອບິນ A330neo 20 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 7000. ການເພີ່ມເຮຶອບິນນີ້ຈະເປັນການເສີມສ້າງເຮືອບິນ Widebody ຂອງ ເຮືອບິນ A330ceo 7 ລຳ ທີ່ຂັບເຄື່ອນດ້ວຍເຄື່ອງຈັກ Trent 700.

ເຄື່ອງຈັກ Trent 7000 ທີ່ມາພ້ອມແນວຄິດດ້ານຄວາມຍືນຍົງ ສາມາດປະຫຍັດນໍ້າມັນເຊື້ອໄຟໄດ້ເຖິງ 14% ຕໍ່ບ່ອນນັ່ງ ພ້ອມທັງຫຼຸດຜ່ອນການປ່ອຍມົນລະພິດຢ່າງຫຼວງຫຼາຍ. ການຫຼຸດຜ່ອນການປ່ອຍມົນລະພິດນີ້​ຈະ​ຊ່ວຍ​ໃຫ້ Vietjet ຫຼຸດ​ປະລິມານ​ກ໊າສກາກ​ໂບນິກ (CO2) ໄດ້​ຫຼາຍ​ກວ່າ 100.000 ໂຕນ​ຕໍ່​ເຮືອບິນ​ ຕະຫຼອດອາຍຸການໃຊ້ງານ​. ນີ້ເປັນການຂະຫຍາຍການດຳເນີນການທີ່ມີຄວາມຮັບຜິດຊອບ ແລະ ຍືນຍົງໃນອະນາຄົດຕະຫຼອດຫຼາຍປີທີ່ຜ່ານມາ.

ເມື່ອເຄື່ອງຈັກ Trent 7000 ຖືກຕິດຕັ້ງໃສ່ເຮືອບິນ Airbus A330neo, ຈະຊ່ວຍຊຸກຍູ້ໃຫ້ສາຍການບິນ Vietjet ກ້າວຂຶ້ນສູ່ລະດັບເຕັກໂນໂລຊີທີ່ໃໝ່ ແລະ  ໂດດເດັ່ນເພື່ອເພີ່ມຄຸນນະພາບສາຍການບິນໃຫ້ມີປະສິດທິພາບຢ່າງຫຼວງຫຼາຍ ແລະ ໃນເວລາດຽວກັນ, ມັນຈະຊ່ວຍເພີ່ມຄວາມໜ້າເຊື່ອຖື ແລະ ປະສິດທິພາບໃນການດໍາເນີນງານເຊັ່ນດຽວກັນ.

  • Vietjet ເລືອກເຄື່ອງຈັກ Pratt & Whitney RTX ເພື່ອຂັບເຄື່ອນເຮືອບິນ A321neo ເພີ່ມຕື່ມອີກ 19 ລຳ

Vietjet ໄດ້ໃຊ້ສິດໃນການຊື້ເຮືອບິນ A321neo ທີ່ຂັບເຄື່ອນດ້ວຍ GTF ເພີ່ມອີກຈຳນວນ 19 ລຳ ຈາກບໍລິສັດ Pratt & Whitney, ບໍລິສັດໃນເຄຶອ RTX. ການເຄື່ອນໄຫວຍຸດທະສາດນີ້ຍັງລວມເຖິງຂໍ້ຕົກລົງການບໍລິການ ຂອງ EngineWise®. ສໍາລັບການບໍາລຸງຮັກສາເຄື່ອງຈັກ. ໃນພິທີ​ລົງ​ນາມ​ໄດ້​ຈັດ​ຂຶ້ນ​​ລະຫວ່າງ​ງານ Airshow, ເພື່ອ ຢືນຢັນການຮ່ວມມືຢ່າງຕໍ່ເນື່ອງລະຫວ່າງ ສາຍການບິນ Vietjet ແລະ Pratt & Whitney.

Vietjet ​ໝັ້ນ​ໃຈ​ຕໍ່​ເຕັກ​ໂນ​ໂລ​ຊີຂອງ Pratt & Whitney, ທີ່ເນັ້ນ​ໜັກ​ເຖິງ​ປະ​ສິດ​ທິ​ພາບ​ດ້ານ​ພະ​ລັງ​ງານ ແລະ ຜົນ​ປະ​ໂຫຍດ​ດ້ານ​ສິ່ງ​ແວດ​ລ້ອມ​ຂອງ​ເຮືອ​ບິນທີ່ຂັບເຄື່ອນດ້ວຍ GTF. ດ້ວຍການຂະຫຍາຍຕົວນີ້ ຄວາມມຸ່ງໝັ້ນຂອງ Vietjet ຕໍ່ກັບເຄື່ອງຈັກ GTF ໄດ້ເພີ່ມຂຶ້ນເປັນ 87 ລຳ ເພື່ອຮອງຮັບຂະບວນການບິນທີ່ນັບມື້ນັບຂະຫຍາຍຕົວ.

ເຄື່ອງຈັກ Pratt & Whitney GTF ຈະຖືກສະໜອງໃຫ້ Vietjet, ເຊິ່ງເປັນໜຶ່ງໃນເຄື່ອງຈັກທີ່ມີປະລິມານ ການບໍລິໂພກນໍ້າມັນ ແລະ ການປ່ອຍມົນລະພິດຕໍ່າທີ່ສຸດໃນພາກພື້ນ.

  • Vietjet ແລະ Safran ປະກາດການຮ່ວມມືຍຸດທະສາດກ່ຽວກັບອຸປະກອນຄວາມປອດໄພໃນເຮືອບິນ B737MAX

Vietjet ແລະ Safran AeroSystems ປະກາດການຮ່ວມມືຍຸດທະສາດເພື່ອສະໜອງອຸປະກອນຄວາມປອດໄພ ໃຫ້ແກ່ເຮືອບິນ B737MAX ຂອງ Vietjet. ການຄັດເລືອກປະກອບດ້ວຍອົງປະກອບຄວາມປອດໄພທີ່ສໍາຄັນເຊັ່ນ: ເຮືອຊູຊີບ, ອຸປະກອນປ້ອງກັນລະບົບຫາຍໃຈ, ໜ້າກາກລູກເຮືອ, ເສື້ອຊູຊີບ ແລະ ໜ່ວຍງານບໍລິການ ສະໜັບສະໜູນທີ່ກ່ຽວຂ້ອງ.

ດ້ວຍ​ການ​ເອົາ​ໃຈ​ໃສ່​ເຖິງ​ເຕັກ​ໂນ​ໂລ​ຊີ​ທີ່​ທັນ​ສະ​ໄໝ ແລະ ຄວາມ​ໜ້າ​ເຊື່ອ​ຖື, Safran AeroSystems ຈະ​ຍົກ​ສູງ​ມາດ​ຕະ​ຖານ​ຄວາມ​ປອດ​ໄພ​​ທົ່ວ​ການ​ເຄື່ອນ​ໄຫວ​ຂອງ Vietjet. ຜະລິດຕະພັນ Safran AeroSystems ໄດ້ຖືກເລືອກເນື່ອງຈາກມີວິທີແກ້ໄຂບັນຫາໃໝ່ໆ ແລະ ຄວາມມຸ່ງໝັ້ນຂອງພວກເຂົາເພື່ອຄວາມເປັນເລີດ ໃນການອອກແບບອຸປະກອນຄວາມປອດໄພທີ່ທັນສະໄໝ.

ດ້ວຍ​ເຮືອ​ບິນ​ກວ່າ 105 ລຳ ​ແລະ ການ​ຂົນ​ສົ່ງ​ຜູ້​ໂດຍສານ​ເພີ່ມ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ, Vietjet ຕັ້ງໃຈຂະຫຍາຍຕາໜາງ​ການບິນ​ໄປຫາຈຸດໝາຍປາຍທາງໃນທົ່ວຫວຽດນາມ, ອົດສະຕຣາລີ, ອິນເດຍ, ຈີນ, ຍີ່ປຸ່ນ, ເກົາຫຼີໃຕ້, ອິນໂດເນເຊຍ, ໄທ ແລະ ຈຸດໝາຍປາຍທາງລະຫວ່າງທະວີບ. ສາຍການບິນ Vietjet ໄດ້ມຸ່ງໝັ້ນທີ່ຈະຈັດຫາ ປະສົບການການບິນທີ່ດີທີ່ສຸດໃນລາຄາທີ່ດີທີ່ສຸດໃຫ້ແກ່ຜູ້ໂດຍສານຂອງຕົນ ໂດຍຜ່ານການຮ່ວມມືຍຸດທະສາດ ກັບບັນດາຄູ່ຮ່ວມການບິນ ແລະ ເຕັກໂນໂລຊີຊັ້ນນໍາຂອງອຸດສາຫະກໍາໃນທົ່ວໂລກ.

ວັນທີ 25 ກຸມພາ, ສາຍການບີນ Vietjet ຈະເປີດຖ້ຽວບິນກົງລະຫວ່າງນະຄອນຫຼວງວຽງຈັນ ແລະ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດ (ວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ) ເວລາເດີນທາງພຽງແຕ່ 1 ຊົ່ວໂມງ 45 ນາທີ, ເຊິ່ງເປັນການເດີນທາງທີ່ສະດວກ ແລະ ຄຸ້ມຄ່າທີ່ສຸດ ພ້ອມທີ່ຈະໃຫ້ບໍລິການ ແລະ ຮອງຮັບໃຫ້ແກ່ຜູ້ໂດຍສານ ຈາກລາວ, ໂດຍສະເພາະຜູ້ທີ່ວາງແຜນທີ່ຈະເດີນທາງໃນຊ່ວງວັນພັກທີ່ຈະມາເຖິງນີ້.

ຂໍ້ມູນເພີ່ມຕື່ມທີ່ www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

Will I have to pay additional fees when I purchase tickets? This man is good at flipping water bottles CheekiiChaps. As long as the batter is vibrating and moving air, the reso will move and cause the snares to be excited and maybe buzz if you have them too tight.
error: Content is protected !!