ນະຄອນວາງວຽງຈັນ ເລີ່ມປ່ຽນຊື່ປ້າຍທະບຽນພາຫະນະ ຈາກກໍາແພງນະຄອນວຽງຈັນ ມາເປັນ ນະຄອນຫຼວງວຽງ ຈັນ ໂດຍເລີ່ມແຕ່ວັນທີ 1 ມີນາ 2024 ເປັນຕົ້ນໄປ.

ການປ່ຽນຊື່ປ້າຍມະບຽນໃນເທື່ອນີ້ແມ່ນ ອີງໃສ່ນະຄອນ ຫຼວງວຽງຈັນ ແມ່ນໄດ້ຮັບການປ່ຽນຊື່ ຈາກ “ກຳແພງນະ ຄອນ ວຽງຈັນ” ມາຕັ້ງແຕ່ປີ 2006 ຕາມດຳລັດເລກທີ່ 32/ສປປລ ລົງວັນທີ 28 ພຶດສະພາ 2006 ເຊິ່ງບັນດານິຕິກຳ ແລະ ເອກະສານຫຼາຍຢ່າງໄດ້ຮັບການປັບປຸງປ່ຽນຊື່ໃຫ້ສອດຄ່ອງ ແຕ່ຍັງມີໃບທະບຽນຍານພາຫະນະທີ່ຍັງບໍ່ທັນໄດ້ຮັບການປ່ຽນເທື່ອ ເຊິ່ງຜ່ານມາທາງກະຊວງໂຍທາທິ ການ ແລະ ຂົນສົ່ງ ແລະ ກະຊວງປ້ອງກັນຄວາມສະຫງົບ ກໍແມ່ນໄດ້ປະສານສົມທົບກັນເພື່ອປັບປຸງໃຫ້ສອດຄ່ອງກັບການປ່ຽນແປງດັ່ງກ່າວ ມາຮອດປັດຈຸບັນ ເງື່ອນໄຂຕ່າງໆ ແມ່ນໄດ້ອຳນວຍຄວາມສະດວກແລ້ວ ໂດຍປະຕິບັດຕາມຂໍ້ຕົກ ລົງ ຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ສະ ບັບເລກທີ 37899/ຍທຂ, ລົງວັນທີ 25 ທັນວາ 2023 ວ່າດ້ວຍມາດຕະຖານເຕັກນິກຂອງປ້າຍທະບຽນ ຍານພາຫະ ນະທາງບົກ ແລະ ຕາມແຈ້ງການຂອງຫ້ອງການກະຊວງ ຍທຂ ສະບັບເລກທີ 88/ຫກ ລົງວັນທີ 3 ມັງກອນ 2024 ເລື່ອງ: ການປ່ຽນຊື່ປ້າຍທະບຽນຍານພາຫະນະທາງຍົກ ມາເປັນນະຄອນຫຼວງວຽງຈັນ, ຊຶ່ງການປ່ຽນ ຊື່ດັ່ງ ກ່າວແມ່ນຈະເລີ່ມໃນວັນທີ່ 1 ມີນາ 2024 ກໍ່ຄືໃນມື້ນີ້.

ສຳລັບຍານພາຫະນະທາງບົກ ທີ່ມາຂຶ້ນທະບຽນເລີ້ມແຕ່ວັນທີ່ 1 ມີນາ 2024 ຈະໄດ້ປ່ຽນຊື່ປ້າຍທະບຽນ ຈາກ ກຳແພງນະຄອນ ມາເປັນນະຄອນ ຫຼວງວຽງຈັນ ໄປເລີຍ.

ຍານພາຫະນະທາງບົກ ທີ່ຂື້ນທະບຽນແລ້ວ ຊື່ປ້າຍກຳແພງນະຄອນ ຖ້າຢາກສືບຕໍ່ນໍາໃຊ້ ກໍ່ສາມາດນໍາໃຊ້ໄດ້ ຈົນກວ່າໃບທະບຽນຈະໝົດອາຍຸ ຈຶ່ງປ່ຽນເປັນນະຄອນຫຼວງວຽງຈັນ ຫລື ຖ້າມີຈຸດປະສົງຢາກປ່ຽນກ່ອນ ກໍສາມາດປ່ຽນ ໄດ້ຕາມຄວາມສະມັກໃຈ ແຕ່ລະຫັດຝ້າຍ ແລະ ຕົວເລກທະບຽນ ແມ່ນໃຫ້ຮັກສາໄວ້ຄືເກົ່າ.

ພິທີປ່ຽນຊື່ປ້າຍທະບຽນພາຫະນະ ຈັດຂຶ້ນໃນວັນທີ 29 ມີນາ 2024 ທີ່ກອງຄຸ້ມຄອງພາຫະນະ (ທົ່ງປົ່ງ) ໂດຍການເຂົ້າຮ່ວມຂອງ ທ່ານ ປອ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ງາມປະສົງ ເມືອງມະນີ ລັດຖະມົນຕີກະຊວງ ໂຍທາທິການ ແລະ ຂົນສົ່ງ ພ້ອມພາກສ່ວນກ່ຽວຂ້ອງ ແລະ ແຂກຖືກເຊີນ.

Cr: Vientiane Mai

error: Content is protected !!