Vietjet ຊຸກຍູ້​ການ​ເຊື່ອມ​ຕໍ່​ລະຫວ່າງ​ຫວຽດນາມ – ອົດ​ສະ​ຕາ​ລີ ດ້ວຍ​ຖ້ຽວບິນ ຮ່າ​ໂນ້ຍ – ຊິດ​ນີ

*ຄ່າປີ້ໂດຍສານຖືກທີ່ສຸດພຽງ 0 ໂດລາ ສໍາລັບທຸກຖ້ຽວບິນລະຫວ່າງຫວຽດນາມ ແລະ ອົດສະຕາລີ

(ນະຄອນຫຼວງວຽງຈັນ, ວັນທີ 20 ມີນາ 2024) – ຂ່າວດີສຳລັບນັກທ່ອງທ່ຽວຈາກລາວ ທີ່ວາງແຜນຈະໄປຢ້ຽມຢາມອົດສະຕາລີ ໃນມື້ພັກທີ່ຈະມາເຖິງນີ້, ຖ້ຽວບິນຂອງ Vietjet ອອກຈາກນະຄອນຫຼວງຮ່າໂນ້ຍຂອງຫວຽດນາມ ຈະຂະຫຍາຍເສັ້ນທາງສາຍການບິນໃໝ່ໄປ ຊິດນີ ຕື່ມອີກ. ພາຍຫຼັງ​ເປີດຖ້ຽວ​ບິນ ຮ່າ​ໂນ້ຍ – ​ເມວ​ເບີນ ໃນ​ຕົ້ນ​ເດືອນ​ນີ້, ຖ້ຽວບິນຮ່າ​ໂນ້ຍ – ຊິດ​ນີ ຈະ​ເລີ່​ມບິນ​ໃນ​ເດືອນ​ມິຖຸນາ​ນີ້. ດ້ວຍເວລາບິນປະມານ 10 ຊົ່ວໂມງຕໍ່ຖ້ຽວ, ເສັ້ນທາງໃໝ່ຈະຊ່ວຍປະຢັດເວລາເດີນທາງຢ່າງຫຼວງຫຼາຍ ແລະ ຍັງເພີ່ມທາງເລືອກໃນການເດີນທາງຕື່ມອີກ.

​ເລີ່​ມ​ແຕ່​ວັນ​ທີ 8 ມິຖຸນາ 2024, ​ເສັ້ນທາງ ຮ່າ​ໂນ້ຍ – ຊິດ​ນີ ຈະ​ດຳ​ເນີນ​ຖ້ຽວ​ບິນ 2 ຄັ້ງ​ຕໍ່​ອາທິດ. ​ໃນ​ວັນ​ພຸດ ​ແລະ ວັນ​ເສົາ, ນັກ​ທ່ອງ​ທ່ຽວ​ຈະໄດ້ຮັບຄວາມ​ສະດວກ​ສະບາຍ​ໃນ​ການ​ເດີນທາງ​ຈາກ​ນະຄອນຫຼວງ​ຮ່າ​ໂນ້ຍຂອງ​ຫວຽດນາມ ​ແລະ​ໄປ​ຮອດ​ນະຄອນ ຊິດນີ, ເປັນເມືອງທີ່ເຕັມໄປດ້ວຍຄວາມ​ມີ​ຊີວິດ​ຊີວາ​ຂອງ​ອົດສະຕາລີ. ​ ຖ້ຽວ​ບິນ​ຈາກ ຊິດນີ ຈະ​ພາ​ນັກທ່ອງທ່ຽວ​ໄປ​ຮອດ​ໃຈ​ກາງ​ຂອງ​ຫວຽດ​ນາມ ໃນ​ວັນ​ພະ​ຫັດ ແລະ ວັນ​ອາ​ທິດ ເພື່ອຮັບຊົມທິວ​ທັດ​ທີ່​ຂຽວ​ສົດງົດງາມ ​ທາງ​ພາກ​ເໜືອ​ຂອງ​ຫວຽດ​ນາມ.

ເສັ້ນທາງ ຮ່າໂນ້ຍ – ເມວເບີນ ຈະເລີ່ມໃຫ້ບໍລິການວັນທີ 3 ມິຖຸນາ 2024, ບິນອາທິດລະ 2 ຄັ້ງ ຄືວັນຈັນ ແລະ ວັນສຸກ ຈາກຮ່າໂນ້ຍ, ມາຮອດ ເມວເບີນໃນມື້ດຽວກັນ. ຖ້ຽວບິນຂາກັບອອກຈາກ ເມວເບີນ ໄປ ຮ່າໂນ້ຍ ໃນວັນອັງຄານ ແລະ ວັນເສົາ.

Vietjet ໃຫ້ບໍລິການຖ້ຽວບິນກົງເຊື່ອມຕໍ່ນະຄອນຫຼວງວຽງຈັນ ຫາ ນະຄອນໂຮ່ຈີມິນ 4 ຖ້ຽວຕໍ່ອາທິດໃນວັນຈັນ, ວັນພຸດ, ວັນສຸກ ແລະ ວັນອາທິດ ດ້ວຍເວລາບິນພຽງແຕ່ 1 ຊົ່ວໂມງ 45 ນາທີ. ມອບທາງເລືອກໃຫ້ນັກທ່ອງທ່ຽວຈາກລາວທີ່ມີແຜນເດີນທາງໄປອົດສະຕາລີ, ນັກທ່ອງທ່ຽວສາມາດເດີນທາງໄປນະຄອນໂຮ່ຈີມິນ ແລະ ຮ່າໂນ້ຍ ໄປ Melbourn, Sydney, Brisbane, Perth ແລະ Adelaide ກັບ Vietjet ທີ່ອົດສະຕາລີ ດ້ວຍລາຄາທີ່ເໝາະສົມ. Vietjet ໄດ້ມອບທາງເລືອກ ແລະ ຄວາມຄຸ້ມຄ່າທີ່ສຸດ ດ້ວຍການບໍລິການທີ່ທ່ານຈະພໍໃຈຢ່າງແນ່ນອນ. ​ນໍາທຸກໆ​ຈຸດໝາຍ​ປາຍທາງ​ໃຫ້ກັບ​ນັກ​ທ່ອງ​ທ່ຽວ​ຫຼາຍກວ່າເກົ່າດ້ວຍ​ເສັ້ນທາງ​ຂອງ Vietjet.

ເພື່ອສະເຫຼີມສະຫຼອງເສັ້ນທາງໃໝ່, Vietjet ມອບໂປຣໂມຊັ່ນເລີ່ມຕົ້ນພຽງແຕ່ 0 ໂດລາ (ບໍ່ລວມພາສີ ແລະ ຄ່າທຳນຽມ) ແຕ່ມື້ນີ້ຫາວັນທີ 25 ມີນາ ທີ່ www.vietjetair.com ແລະ ແອັບມືຖື Vietjet Air, ນຳໃຊ້ໄດ້ກັບທຸກເຄືອຂ່າຍຖ້ຽວບິນຂອງຫວຽດນາມ – ອົດສະຕາລີ. ເຊິ່ງປີ້ໂປຣໂມຊັ່ນມີຕັ້ງແຕ່ມື້ນີ້ຈົນເຖິງວັນທີ 31 ຕຸລາ 2024 (ຍົກເວັ້ນວັນພັກ, ຂຶ້ນກັບແຕ່ລະເຂດ ແລະ ເສັ້ນທາງ).

ນອກຈາກ​ນີ້, ​ຜູ້​ໂດຍສານທີ່ສະສົມຄະແນນ​ເຖິງ 500 Skypoints ຈະ​ໄດ້​ຮັບ​ຂອງຂວັນ​​ທີ່​ໃນ​ຖ້ຽວ​ບິນ​ ຮ່າ​ໂນ້ຍ – ຊິດ​ນີ ​ແລະ ຮ່າ​ໂນ້ຍ – ເມວເບີນ. ສາມາດຮັບຂໍ້ສະເໜີເພີ່ມເຕີມໄດ້ທີ່ແອັບ SkyJoy ຫຼື https://skyjoy.vietjetair.com/ ແລະ ໂປໂມຊັ່ນທີ່ໜ້າສົນໃຈຫຼາຍຢ່າງຈາກ Vietjet ບໍ່ວ່າຈະເປັນ ອາຫານ, ສິນຄ້າແລະ ແຫຼ່ງທ່ອງທ່ຽວທີ່ມີຊື່ສຽງໃນຫວຽດນາມ ແລະ ທົ່ວໂລກ.

ພາຍ​ໃນເວລາ​ພຽງ​ໜຶ່ງ​ປີ​ທີ່ໃຫ້ບໍລິການ​ໃນ​ອົດ​ສະ​ຕາ​ລີ, ເສັ້ນທາງການບິນຂອງVietjet ໄດ້​ສະ​ແດງ​ໃຫ້​ເຫັນສັກກະຍະພາບຂອງ​ຕົນ. ​ເສັ້ນທາງ​ທີ່​ເຊື່ອມ​ຕໍ່​ທັງ​ນະຄອນ ​ໂຮ່ຈີ​ມິນ ​ແລະ ຮ່າ​ໂນ້ຍ ​ໄປ​ຍັງ​ບັນດາ​ນະຄອນ​ໃຫຍ່​ຂອງ​ອົດ​ສະ​ຕາ​ລີ ​ໄດ້​ມອບການ​ເດີນທາງທີ່​ສະດວກ​ສະບາຍ​ໃນ​ທົ່ວ​ທະວີບ​ ເພື່ອເດີນທາງໄປ​ເຮັດ​ວຽກ, ທ່ອງທ່ຽວ ​ຫຼື ການ​ສຳ​ຫຼວດສະຖານທີ່ໃໝ່ໆ. ປັດຈຸບັນສາຍການບິນໄດ້ໃຫ້ບໍລິການຖ້ຽວບິນຈາກນະຄອນໂຮ່ຈີມິນໄປ Melbourne, Sydney, Brisbane, Perth ແລະ Adelaide.

ໃນປີ 2023, Vietjet ໄດ້ຂະຫຍາຍຕາໜ່າງການບິນຂອງຕົນດ້ວຍການເພີ່ມເສັ້ນທາງບິນສາກົນ ແລະ ພາຍໃນປະເທດ33 ເສັ້ນ. ​ໃນ​ນັ້ນ​ມີ 5 ​ເສັ້ນທາງ​ໃໝ່​ທີ່​ເຊື່ອມ​ຕໍ່​ອົດ​ສະຕາລີ (Adelaide, Brisbane, Melbourne, Perth ​ແລະ Sydney) ​ໄປ​ຫວຽດນາມ.

ຄຽງ​ຄູ່​ກັບ​ການ​ເດີນ​ທາງ​​ໄປ​ທົ່ວ​ທະ​ວີບ, Vietjet ຍັງ​ສືບ​ຕໍ່​ເພີ່ມ​ທະ​ວີ​. ຜູ້​ໂດຍ​ສານ​ສາ​ມາດ​ເພີດເພີນ​ໄປກັບ​ເຮືອ​ບິນ​ໃໝ່​, ມີ​ຄ່າ​ໂດຍ​ສານ​ທີ່​ບໍ່​ແພງ ​ແລະ​ ໄດ້​ຊິ​ມ​ອາ​ຫານ​ຫວຽດ​ນາມ ​ແລະ ​ສາ​ກົນ​ຢ່າງມີ​ຄວາມ​ສຸກ​.

ຂໍ້ມູນເພີ່ມເຕີມ:  www.vietjetair.com

Media contact:

Bigblue Agency Laos

Call: +85620 78911848 (Lath)

Vietjet

Ms. Kieu Duong (Amy)

Email: kieuduong@vietjetair.com

Cell: +84 932 775 066

error: Content is protected !!