ປະທານປະເທດອອກເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກ ກໍາປູເຈຍ

ວັນທີ 23 ເມສາ 2024 ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ ໄດ້ນໍາພາຄະນະຜູ້ແທນຂັ້ນສູງ ເດີນທາງຢ້ຽມຢາມທາງລັດຖະກິດ ຣາຊະອານາຈັກກໍາປູເຈຍ ຕາມຄໍາເຊື້ອເຊີນຂອງ ພະບາດສົມເດັດ ພະບໍລົມມະນຽດ ໂນໂຣດົມ ສີຫາມຸນີ ພະມະຫາກະສັດ ແຫ່ງ ຣາຊະອານາຈັກ ກໍາປູເຈຍ, ເພື່ອເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ອັນເປັນມູນເຊື້ອ ແລະ ເສີມຂະຫຍາຍການເປັນ ຄູ່ຮ່ວມມືຍຸດທະສາດ ຮອບດ້ານ ແລະ ໝັ້ນຄົງຍາວນານ ລະຫວ່າງ ລາວ ແລະ ກໍາປູເຈຍ ໃຫ້ເລິກເຊິ່ງ ແລະ ມີປະສິດທິຜົນຍິ່ງໆຂຶ້ນ.

ເຂົ້າຮ່ວມພິທີສົ່ງຄະນະຜູ້ແທນດັ່ງກ່າວໂດຍມີ ທ່ານ ອິນທະປັນຍາ ຂຽວວົງພະຈັນ ຮອງຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ, ທ່ານ ມີໄຊ ພົມເຂ ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີຜູ້ຕາງໜ້າເອກອັກຄະລັດຖະທູດແຫ່ງ ຣາຊະອານາຈັກ ກໍາປູເຈຍ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ.

ພາບ: ປະເທດລາວ

error: Content is protected !!