ຍັງບໍ່ຫຼຸດ!​ ອັດຕາເງິນເຟີ້ເດືອນມີນາ 2024​ ຢູ່ລະດັບ 24,9% ທຽບໃສ່ເດືອນຜ່ານມາຍັງສືບຕໍ່ເພີ່ມຂຶ້ນ

ອັດຕາເງິນເຟີ້ ເດືອນມີນາ 2024 ແມ່ນຍັງຢູ່ໃນລະດັບທີບໍ່ແຕກຕ່າງຫຼາຍກັບເດືອນຜ່ານມາ, ອັດຕາເງິນເຟີ້ຢູ່ໃນ

ລະດັບ 24,9% (ເດືອນກຸມພາ 2024 ຢູ່ໃນລະດັບ​25,4%). ໃນນັ້ນ, ໝວດສິນຄ້າທີ່ມີອັດຕາເງິນເຟີ້ເພີ່ມຂຶ້ນສູງແມ່ນ ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 36,2%, ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,9%, ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 34,6%, ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 26,4%, ໝວດພັກອາໄສ,​ ນໍ້າປະປາ,ໄຟຟ້າ ແລະ ເຊື້ອເພີງຫຸງຕົ້ມ ເພີ່ມຂຶ້ນ 26,4%.

ພ້ອມກັນນັ້ນ, ເມື່ອສັງເກດການປ່ຽນແປງຂອງລາຄາ

ເດືອນ ມີນາ 2024 ໃສ່ກັບ ເດືອນ ກຸມພາ 2024 ເຫັນວ່າຍັງສືບຕໍ່ເພີ່ມຂຶ້ນ, ແຕ່ເພີ່ມຂຶ້ນໃນລັກສະນະຊ້າກວ່າ

ເດືອນຜ່ານມາ ຢູ່ໃນລະດັບ 1,3% ໃນນັ້ນ, ໝວດສິນຄ້າທີ່ມີການປ່ຽນແປງຫຼາຍກວ່າໝູ່ແມ່ນ ໝວດຮ້ານອາຫານ

ແລະ ໂຮງແຮມ ເພີ່ມຂຶ້ນ 2,5% ພົ້ນເດັ່ນ ແມ່ນລາຄາອາຫານສຸກ (ເພີ່ມຂຶ້ນ 2,6%), ເຫຼົ້າເຫລົ້າວິສກີ (5,9%),

ເບຍລາວ (4%), ເຂົ້າລາດໜ້າ (3,1%), ເຝີ (1,4%), ໝວດເຫຼົ້າ ແລະ ຢາສູບ ເພີ່ມຂຶ້ນ 2,5% ພົ້ນເດັ່ນແມ່ນ

ລາຄາເຫຼົ້າ (2,6%), ເບຍ (2,9%), ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 2,25%.

ສໍາລັບ ອັດຕາເງິນເຟີ້ໄຕມາດ 1 ປີ 2024 ຢູ່ໃນລະດັບ 24,9% (ໄຕມາດ 1 ປີ 2024 ທຽບກັບໄຕມາດ 1 ປີ

2023). ໃນນັ້ນ, ໝວດທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນ ໝວດຮ້ານອາຫານ ແລະ ໂຮງແຮມ ເພີ່ມຂຶ້ນ 35,7%, ໃນນັ້ນ

ພົ້ນເດັ່ນແມ່ນ ລາຄາ ອາຫານສຸກເຊັ່ນ ເຂົ້າຜັດ,ປີ້ງປານິນ, ເຂົ້າປຽກ, ເຂົ້າຜັດໝູ, ເຂົ້າລາດໜ້າ. ຮອງລົງມາແມ່ນ

ໝວດເຄື່ອງນຸ່ງຫົ່ມ ແລະ ເກີບ ເພີ່ມຂຶ້ນ 34,9%, ພົ້ນເດັ່ນແມ່ນ ເຄື່ອງນຸ່ງຊາຍ, ເຄື່ອງນຸ່ງຍິງ, ເຄື່ອງນຸ່ງເດັກນ້ອຍ​ ແລະ ເກີບ. ໝວດຮັກສາສຸຂະພາບ ແລະ ຢາ ເພີ່ມຂຶ້ນ 32,7% ພົ້ນເດັ່ນແມ່ນ ລາຄາຢາ, ການບໍລິການຄົນເຈັບພາຍ​ນອກ ແລະ ການບໍລິການຈາກໂຮງໝໍເອກະຊົນ.

ສາເຫດຕົ້ນຕໍຂອງອັດຕາເງິນເຟີ້ປະຈຳເດືອນກໍ່ຄືໄຕມາດ 1 ໃນຕົ້ນປີ 2024 ຍັງແມ່ນມາຈາກປັດໃຈເດີມ

ເປັນຕົ້ນແມ່ນ ການອ່ອນຄ່າຂອງເງິນກີບທຽບກັບເງິນຕາຕ່າງປະເທດ ເປັນຕົ້ນແມ່ນເງິນໂດລາ, ບາດ ແລະ ຢວນເຊິ່ງເປັນສະກຸນຫຼັກໃນການຊຳລະສະສາງສິນຄ້າ ແລະ ການບໍລິການທ່ີນໍາເຂົ້າ, ໃນນັ້ນເງິນກີບທຽບກັບໂດລາ ອ່ອນຄ່າ​-18,6%, ທຽບກັບບາດ ອ່ອນຄ່າ -21,5%. ພ້ອມກັນນັ້ນແມ່ນການເພີ່ມຂຶ້ນຂອງລາຄານໍ້າມັນເຊື້ອໄຟ ແລະ ການຄຸ້ມຄອງລາຄາສິນຄ້າ ແລະ ບໍລິການພາຍໃນປະເທດຍັງບໍ່ທັນໄດ້ດີເທົ່າທີຄວນ.

error: Content is protected !!