ຜູ້ແທນແຂວງ ຈຳປາສັກ ຢ້ຽມຢາມພື້ນຖານຜະລິດຫັດຖະກຳ ການທ່ອງທ່ຽວ ແຂວງ ດົ່ງຖັບ

ໃນວັນທີ 27 ສິງຫາ ຜ່ານມານີ້, ທີ່ແຂວງ ດົ່ງຖັບ ສສ ຫວຽດນາມ ຄະນະຜູ້ແທນແຂວງ ຈຳປາສັກ ຊຶ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຫັດຖະກຳ ແລະ ການທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງດົ່ງຖັບ ສສ ຫວຽດນາມ,

ອ່ານເພີ່ມ...

ຮອງນາຍົກ ຕິດຕາມ ກວດ​ກາ ຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ ແຂວງ ອຸດົມໄຊ

ວັນທີ 29 ສິງຫາ ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ ເດີນທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍ​ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້​ການ​ຕ້ອນ​ຮັບ. ທ່ານ ເຈົ້າແຂວງ ອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ

ອ່ານເພີ່ມ...

ພະແນກ ຍທຂ ແຂວງ ຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ

ອ່ານເພີ່ມ...

ເຂົ້າເຊົ້າ ຊ່ວຍຫຼຸດຄວາມຕຶງຄຽດ

ຄົນໃນເມືອງບາງກຸ່ມ ມັກຈະບໍ່ໄດ້ກິນເຂົ້າເຊົ້າ ຍ້ອນຄວາມຮີບຮ້ອນເຮັດວຽກ, ແຕ່ທ່ານເຄີຍສັງເກີດໂຕເອງບໍ່ວ່າ ການບໍ່ໄດ້ກິນເຂົ້າເຊົ້າ ໃນມື້ນັ້ນໆ ທ່ານຈະຮູ້ສຶກວ່າ ໂຕເອງຈະຫງຸດຫງິດເປັນພິເສດ ແລະ ອາລົມຈະອ່ອນໄຫວງ່າຍ. ນັກວິທະຍາສາດຊາວ ເຢຍລະມັນ ພົບວ່າ: ຄົນທີ່ກິນເຂົ້າເຊົ້າໜ້ອຍເທົ່າໃດ ຍິ່ງເກີດຄວາມຕຶງຄຽດໄດ້ຫຼາຍເທົ່ານັ້ນ ແລະ ອາລົມຈະອ່ອນໄຫວງ່າຍ, ຫງຸດຫງຸດງ່າຍ. ໃນທຳນອງດຽວກັນ ຖ້າຫາກທ່ານກິນເຂົ້າສວາຍ ທີ່ໃຫ້ພະລັງງານໜ້ອຍ ກໍຈະມີຜົນຄືກັນ ເຊິ່ງຈາກການສຶກສາ ພົບວ່າ

ອ່ານເພີ່ມ...

ເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ຈັກເບີ 6 ຢ່າງເປັນທາງການ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍ ຈັກເປີ 6 ຢ່າງເປັນທາງການ ໃນວັນທີ 27 ສິງຫາ ຜ່ານມານີ້ ທີ່ເຂື່ອນໄຟຟ້ານ້ຳງື່ມ 1, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ

ອ່ານເພີ່ມ...

ໄພນໍ້າຖ້ວມເຂດແຄມນໍ້າພາກ ເມືອງ ຂວາ ຄາດຄະເນຜົນເສຍຫາຍ ເບື້ອງຕົ້ນ 5.6 ຕື້ກວ່າກີບ

ແຫຼ່ງຂ່າວຈາກ ເມືອງ ຂວາ, ແຂວງ ຜົ້ງສາລີ ລາຍງານວ່າ: ຈາກສະພາບ ຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີ່ມແຕ່ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022, ເຮັດໃຫ້ນໍ້າພາກ ມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫລຊຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫລວງ 2E ແລະ 1B

ອ່ານເພີ່ມ...

ເມືອງ ສາລະວັນ ກຽມຈັດບຸນຊ່ວງເຮືອປະຈໍາປີ 2022 ຕົ້ນເດືອນ ກັນຍາ ນີ້

ແຫລ່ງຂ່າວຈາກ ແຂວງ ສາລະວັນ ໃຫ້ຮູ້ວ່າ: ເມືອງ ສາລະວັນ ຈະຈັດບຸນ ຊ່ວງເຮືອ ປະຈຳປີ 2022 ເລີ່ມແຕ່ວັນທີ 1-10 ກັນຍາ ທີ່ຈະມາເຖິງ ເພື່ອເປັນການສືບສານ, ອະນຸລັກຮັກສາປະເພນີອັນດີງາມຂອງຊາດ-ຂອງທ້ອງຖິ່ນ, ທັງເປັນການສົ່ງຜະລິດຕະພັນສິນຄ້າໂອດ໋ອບຂອງເມືອງ, ດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງແຂວງຮ່ວມທ່ຽວຊົມຫລາຍຂຶ້ນ, ສ້າງເງື່ອນໄຂໃນການແລກປ່ຽນ, ຊື້-ຂາຍສິນຄ້າປະເພດຕ່າງໆຂອງພໍ່ແມ່ປະຊາຊົນ, ຜູ້ປະກອບທັງພາຍໃນ ມີບັນຍາກາດຟົດຟື້ນ.

ອ່ານເພີ່ມ...

ເຈົ້າແຂວງ ເຊກອງ ເນັ້ນຜູ້ບໍລິຫານການສຶກສາເອົາໃຈໃສ່ຫລາຍບັນຫາສໍາຄັນ

ແຫລ່ງຂ່າວຈາກ ແຂວງ ເຊກອງ ໃຫ້ຮູ້ວ່າ: ໃນໂອກາດເຂົ້າຮ່ວມ ກອງປະຊຸມຜູ້ບໍລິຫານການສຶກສາທົ່ວແຂວງເຊກອງ ປະຈໍາສົກຮຽນ (2021-2022) ເມື່ອບໍ່ດົນມານີ້, ທ່ານ ເຫລັກໄຫລ ສີວິໄລ ເຈົ້າແຂວງເຊກອງ ໄດ້ເນັ້ນໃຫ້ ຜູ້ບໍລິຫານການສຶກສາ ເອົາໃຈໃສ່ຫລາຍບັນຫາສຳຄັນ ເພື່ອເຮັດໃຫ້ການພັດທະນາການສຶກສາ ໂດຍສະເພາະການພັດທະນາຊັບພະຍາກອນມະນຸດ ມີຄຸນນະພາບ ຕອບສະໜອງ ໃຫ້ແກ່ການພັດທະນາເສດ ຖະກິດ-ສັງຄົມ ຂອງແຂວງ. ທ່ານເຈົ້າແຂວງເຊກອງ

ອ່ານເພີ່ມ...

ໝໍ້ໄຟ ແຕ່ລະຊະນິດ ຕ່າງກັນແນວໃດ?

ໝໍ້ໄຟລົດ ເຮັດໜ້າທີ່ຈ່າຍໄຟຟ້າ ໃນການຕິດຈັກ ລວມເຖິງລະບົບວົງຈອນໄຟຟ້າອື່ນໆ, ເຊິ່ງຜູ້ໃຊ້ລົດອາດຮູ້ດີວ່າ ໝໍ້ໄຟນັ້ນເມື່ອເລີ່ມພົບອາການຕ່າງໆ ເຊັ່ນ: ລົດເລີ່ມຕິດຍາກ, ຕາໄຟລົດບໍ່ຄ່ອຍແຈ້ງ, ແວ່ນໄຟຟ້າເລື່ອນຂຶ້ນ-ລົງຊ້າກວ່າປົກກະ ຕິ ແລະ ອື່ນໆ ກໍເປັນການສົ່ງສັນຍານເຕືອນ ວ່າ ໃກ້ຈະຮອດເວລາປ່ຽນໝໍ້ໄຟໜ່ວຍໃໝ່ແລ້ວ. ໝໍ້ໄຟລົດໃຫຍ່ ມີ 4 ຊະນິດ ດັ່ງນີ້: 1. ໝໍ້ໄຟນໍ້າ ຫຼື

ອ່ານເພີ່ມ...
error: Content is protected !!