ວັນທີ 4 ພຶດສະພາ 2026, ແນກກະສິກຳ ແລະ ສິ່ງແວດລ້ອມແຂວງຈໍາປາສັກ ໄດ້ລາຍງານການເກັບກໍາຂໍ້ມູນສະພາບປາຕາຍ ຢູ່ສາຍນໍາເຊໂດນ ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ ເມືອງຊະນະສົມບູນ ວ່າ: ພາຍຫຼັງທີ່ໄດ້ຮັບແຈ້ງຈາກຄະນະພັກ - ອົງການປົກຄອງຂັ້ນທ້ອງຖິ່ນ ວ່າ ມີປາຕາຍຢູ່ສາຍນາເຊໂດນ
ເຂດບ້ານນາດ່ານ, ບ້ານນາຂາມ ແລະ ບ້ານຄີລີ, ໃນວັນທີ 2 ພຶດສະພາ 2026, ຂະແໜງລ້ຽງສັດ ແລະ ການປະມົງ ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ໄດ້ສົມທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກ ແລະ ຫ້ອງການກະສິກຳ - ສິ່ງແວດລ້ອມເມືອງຊະນະສົມບູນ
ຮ່ວມກັບ ອົງການປົກຄອງບ້ານໆນາດ່ານ, ບ້ານນາຂາມ ແລະ ບ້ານ ຄີລີ ເຂົ້າຮ່ວມ ໄດ້ລົງຕິດຕາມກວດກາສະພາບການຕາຍຂອງປາຕົວຈິງ
ເຫັນວ່າປາຕາຍໃນໄລຍະ 2 – 3 ວັນຜ່ານມາ, ເຮັດໃຫ້ມີກິ່ນເໝັນ
ແລະ ນ້ໍາຂຸນ. ອີງຕາມຄໍາໃຫ້ການຂອງຄະນະພັກ - ອົງການປົກຄອງບ້ານ ທີ່ໄດ້ລົງຮ່ວມກັນ ໃຫ້ຂໍ້ມູນວ່າ: ປາເລີ່ມຕາຍແຕ່ວັນທີ 28 ເມສາ 2026 ຫາ ວັນທີ 2 ພຶດສະພາ 2026 ໂດຍບໍ່ຮູ້ສາເຫດການຕາຍຂອງປາທີ່ຕາຍຟູຢູ່ຕາມແຄມນໍ້າ ໃນເຂດບໍລິເວນ 3 ບ້ານດັ່ງກ່າວ
, ໃນບໍລິເວນ 3 ບ້ານ ແລະ ບ້ານໃກ້ຄຽງ ແມ່ນບໍ່ມີໂຮງງານ ອຸດສະຫະກຳ ແລະ ກິດຈະການຕ່າງໆ ![]()
, ສ່ວນຫຼາຍປະຊາຊົນໃນເຂດດັ່ງກ່າວແມ່ນເຮັດກະສິກໍາ ເຊັ່ນ: ປູກເຂົ້າ ແລະ ສວນຄົວຂະໜາດນ້ອຍ. ![]()
![]()

#ໃນການລົງຕິດຕາມກວດກາແລະ ເກັບກໍາຂໍ້ມູນຢູ່ພາກສະໜາມຕົວຈິງຄັ້ງນີ້
ທາງວິຊາການໄດ້ນໍາໃຊ້ເຄື່ອງວັດແທກຄຸນນະພາບນໍ້າຂັ້ນພື້ນຖານ ເປັນຕົ້ນແມ່ນຄວາມເປັນກົດ – ດ່າງ (pH), ຄ່າຊັກນໍາໄຟຟ້າຂອງນໍ້າ, ວັດແທກປະລິມານອອກຊີເຈນທີ່ຈໍາເປັນ (DO), ອຸ່ນຫະພູມຂອງນໍ້າ
ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ. ຜົນການວິໄຈ ໃນ 3 ຈຸດບ້ານນາດ່ານ, ນາຂາມ ແລະ ບ້ານຄີລີ:
ຄວາມເປັນກົດ – ດ່າງ: 11,30, 10,16, 11,12
ຄ່າຊັກນໍາໄຟຟ້າຂອງນໍ້າ: 114, 131, 131
ວັດແທກປະລິມານອອກຊີເຈນທີ່ຈໍາເປັນ: 85,6 ລິດ, 152,6 ລິດ, 95,3 ລິດ
ອຸ່ນຫະພູມຂອງນໍ້າ: 31,13 ອົງສາ, 34,99 ອົງສາ, 33,02 ອົງສາ
ແລະ ຕະກອນແຂວນລອຍທັງໝົດທີ່ລະລາຍໃນນໍ້າ: 57 ລິດ, 55 ລິດ ແລະ 57 ລິດ.
ຜ່ານຈາກການສັງເກດຄ່າວັດແທກນ້ໍາທັງ 3 ຈຸດ ເຫັນວ່າ ຄ່າຄວາມເປັນກົດ – ດ່າງ ທັ້ງສາມຈຸດ ແມ່ນຂື້ນສູງກວ່າເກນມາດຕະຖານ
ສະແດງໃຫ້ເຫັນວ່າ ມີຄວາມເປັນດ່າງສູງຫຼາຍ ເຊິ່ງຄ່າຄວາມເປັນນ້ໍາປົກກະຕິແມ່ນຢູ່ປະມານ 5 – 9, ສາເຫດທີ່ຄ່າຄວາມເປັນດ່າງສູງ ອາດເກີດຈາກຫຼາຍປັດໄຈ ເຊັ່ນ:
ມີສານລະລາຍດ່າງເຂັ້ມຂຸ້ນເຈື່ອປົນ, ນໍ້າ ຫຼື ສານລະລາຍນັ້ນ ມີສ່ວນປະສົມສານເຄມີທີ່ມີຄວາມເປັນດ່າງສູງ ເຊັ່ນ: ໂຊດຽມໄດຣອກໄຊ (ໂຊດາໄຟ), ແຄຊຽມໄດຣອກໄຊ (ປູນຂາວ) ຫຼື ໂຊດຽມຄາບໍເນດ; ຈາກຂະບວນການທາງເຄມີ/ ອຸດສະຫະກໍາຈາກນ້ໍາເປື້ອນທີ່ບໍ່ໄດ້ຜ່ານການບໍາບັດ ຈາກໂຮງງານ ຫຼືການຟອກຍ້ອມ
, ອຸນຫະພູມນໍ້າ ຈຸດບ້ານນາຂາມ ແລະ ຈຸດບ້ານຄີລີ ແມ່ນຂ້ອນຂ້າງສູງ ແຕ່ກໍບໍ່ສາມາດເຮັດໃຫ້ປາຕາຍໄດ້ ເພາະວ່ານໍ້າເລີກເປັນບໍລິເວນກວ້າງ, ຄ່າວັດແທກປະລິມານອອກຊີເຈນທີ່ຈໍາເປັນ ຕ້ອງໃຊ້ໃນການລະລາຍສານອິນຊີ ດ້ວຍວິທີການທາງເຄມີ ເຫັນວ່າ ຈຸດບ້ານນາດ່ານ ແລະ ຈຸດບ້ານຄີລີ ແມ່ນມີຄ່າຕໍ່າກວ່າ ແລະ ຢູ່ໃນເງື່ອນໄຂປົກກະຕິ, ແຕ່ຈຸດບ້ານນາຂາມ ເຫັນວ່າສູງກວ່າ 120 mg/l ຫຼື ສູງປະມານ 32.6 mg/l ແຕ່ກໍບໍ່ສູງເກີນໄປ ຍັງເປັນຄ່າທີ່ຮອງຮັບໄດ້.
#ພະແນກກະສິກຳ ແລະ ສິ່ງແວດລ້ອມແຂວງ ລາຍງານຕື່ມວ່າ: ຜ່ານການກວດກາຕົວຈິງ ເຫັນວ່າ ສະພາບການດັ່ງກ່າວ ມີຄວາມສ່ຽງຕໍ່ສຸຂະພາບຂອງຄົນ ແລະ ສັດ ![]()
. ປັດຈຸບັນ, ຄະນະກຳມະການປົກຄອງເມືອງຊະນະສົມບູນ ອອກແຈ້ງການ ເລກທີ 97/ຄປມ.ຊບ, ລົງວັນທີ 4 ພຶດສະພາ 2026 ໂດຍແນະນໍາໃຫ້ຄະນະພັກຮາກຖານຕາແສງ, ນາຍບ້ານ ແຈ້ງພໍ່ແມ່ປະຊາຊົນໃນຂອບເຂດບໍລິເວນດັ່ງກ່າວ ຢຸດການນໍາໃຊ້ນໍ້າ ແລະ ບໍ່ໃຫ້ເອົາປາ ແລະ ສັດນໍ້າ ມາບໍລິໂພກ ![]()
![]()
ຈົນກວ່າເຫດການດັ່ງກ່າວ ຄືນສູ່ສະພາບປົກກະຕິ. ປັດຈຸບັນ, ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ ຍັງສືບຕໍ່ປະສານສົມທົບກັບ ກົມລ້ຽງສັດ ແລະ ການປະມົງ ແລະ ຂະແໜງການຕ່າງໆທີ່ກ່ຽວຂ້ອງ ຂັ້ນແຂວງ, ຂັ້ນເມືອງ ເພື່ອລົງຕິດຕາມກວດກາ - ເກັບຕົວຢ່າງນໍ້າ, ປາ ແລະ ສັດນໍ້າ ສົ່ງເຂົ້າໄປວິໄຈ ຢູ່ສູນວິໄຈຂອງສູນກາງ
ເພື່ອຢັ້ງຢືນຜົນການຕາຍຂອງປາ ໃຫ້ລະອຽດຈະແຈ້ງຕື່ມອີກ.
ພາບ: ພະແນກກະສິກໍາ ແລະ ສິ່ງແວດລ້ອມແຂວງ
