ໄພນໍ້າຖ້ວມເຂດແຄມນໍ້າພາກ ເມືອງ ຂວາ ຄາດຄະເນຜົນເສຍຫາຍ ເບື້ອງຕົ້ນ 5.6 ຕື້ກວ່າກີບ

ແຫຼ່ງຂ່າວຈາກ ເມືອງ ຂວາ, ແຂວງ ຜົ້ງສາລີ ລາຍງານວ່າ: ຈາກສະພາບ ຝົນຕົກໜັກຕິດຕໍ່ກັນເປັນເວລາຫຼາຍຊົ່ວໂມງ ເລີ່ມແຕ່ 3 ໂມງເຊົ້າ ຈົນເຖິງຕອນບ່າຍ ວັນທີ 26 ສິງຫາ 2022, ເຮັດໃຫ້ນໍ້າພາກ ມີລະດັບປະລິມານນໍ້າສູງຂຶ້ນ ພ້ອມທັງເກີດມີນໍ້າປ່າໄຫລຊຸແຮງ ເຮັດໃຫ້ເກີດມີນໍ້າອັ່ງຖ້ວມຖະໜົນຫົນທາງ ໂດຍສະເພາະແມ່ນເສັ້ນທາງຫລວງ 2E ແລະ 1B ແຕ່ບ້ານສະຫລອງໄຊ ຫາບ້ານຫາດນາງ ແລະ ບ້ານສິນໄຊ ຫາ ບ້ານບວມພັນ ຄອບຄົວທີ່ຖືກຜົນກະທົບ 97 ຄອບຄົວ, ຄາດຄະເນຜົນເສຍຫາຍເບື່ອງຕົ້ນປະມານ 5D6 ຕື້ກວ່າກີບ. ນອກຈາກນີ້, ຍັງມີບ້ານໄດ້ຮັບຜົນກະທົບຈາກນໍ້າຖ້ວມນາ, ຊົນລະປະທານ, ໜອງປາ, ຄອງເໝືອງ, ເສັ້ນທາງແຕ່ບ້ານຫາບ້ານ ແລະ ເສັ້ນ ທາງເຂົ້າເຂດຜະລິດຈຳນວນ 34 ບ້ານ, ໃນ 9 ກຸ່ມບ້ານໃນທົ່ວເມືອງ.

ໃນວັນທີ 27 ສິງຫາ 2022, ທ່ານ ວົງເດືອນ ພູມີທຳ ຮອງເຈົ້າເມືອງໆ ຂວາ, ຜູ້ຊີ້ນຳຂົງເຂດເສດຖະກິດຂັ້ນເມືອງ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງຂັ້ນເມືອງ ໄດ້ລົງຕິດຕາມສະພາບການຢ່າງໃກ້ຊິດ ພ້ອມທັງລົງກວດກາຜົນກະທົບຢູ່ 4 ບ້ານດັ່ງກ່າວ ທີ່ຖືກນໍ້າພາກໄຫລຊຸ ບ້ານເຮືອນ, ໄຮ່, ນາ, ສ່ວນ, ສັດລ້ຽງ, ເຄື່ອງຂອງອື່ນໆ ຂອງປະຊາຊົນ ແລະ ເຮັດໃຫ້ມີເຮືອນໄຫລໄປຕາມນໍ້າຈຳນວນຫລາຍ ແລະ ມີດິນເຊາະເຈື່ອນຖົມທາງເຮັດໃຫ້ພົບຄວາມຫຍຸ້ງຍາກໃນການສັນຈອນ. ຕໍ່ກັບບັນຫາດັ່ງກ່າວ, ທ່ານຮອງເຈົ້າເມືອງກໍໄດ້ແນະນຳໃຫ້ອົງການປົກຄອງບ້ານເອົາໃຈໃສ່ຊ່ວຍເຫລືອເຊິ່ງກັນ ແລະ ກັນ ໂດຍສະເພາະແມ່ນອາຫານ, ເຄື່ອງໃຊ້ຊອຍ ຊ່ວຍເຫຼືອຄອບຄົວທີ່ໄດ້ຮັບຜົນກະທົບເບື້ອງຕົ້ນ.

ປັດຈຸບັນ, ທາງເມືອງໄດ້ລະດົມກຳລັງຊາວໜຸ່ມ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ຊາວໜຸ່ມອ້ອມຂ້າງເມືອງ ແລະ ແຮງງານປະຊາຊົນບ້ານອ້ອມຂ້າງເມືອງລົງຊ່ວຍເຫລືອຄອບຄົວທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ, ພ້ອມທັງລົງກວດກາ ແລະ ປະເມີນຜົນເສຍຫາຍໃນເບື່ອນຕົ້ນ.

ຂ່າວ-ພາບ: ສອນໄຊ ນັກຂ່າວເມືອງຂວາ

error: Content is protected !!