ເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານໍ້າງື່ມ 1 ພາກຂະຫຍາຍ ຈັກເບີ 6 ຢ່າງເປັນທາງການ

ລັດວິສາຫະກິດໄຟຟ້າລາວ (ຟຟລ) ໄດ້ຈັດພິທີເປີດນໍາໃຊ້ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍ ຈັກເປີ 6 ຢ່າງເປັນທາງການ ໃນວັນທີ 27 ສິງຫາ ຜ່ານມານີ້ ທີ່ເຂື່ອນໄຟຟ້ານ້ຳງື່ມ 1, ເມືອງ ແກ້ວອຸດົມ, ແຂວງ ວຽງຈັນ ໂດຍມີ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ທ່ານ ດາວວົງ ພອນແກ້ວ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່, ທ່ານ Kenichi Kobayashi ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈຳ ສປປ ລາວ, ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຈັນທະບູນ ສຸກອາລຸນ ຜູ້ອຳນວຍການໃຫຍ່ ຟຟລ ໄດ້ລາຍງານ ວ່າ: ໂຄງການເຂື່ອນໄຟຟ້ານ້ຳງື່ມ 1 ພາກຂະຫຍາຍຈັກເບີ 6 ຊຶ່ງເປັນໂຄງການທີ່ໄດ້ຮັບເງິນກູ້ແບບຜ່ອນຜັນຈາກລັດຖະບານຍີ່ປຸ່ນ, ໂຄງການດັ່ງກ່າວ ແມ່ນໄດ້ເຈາະໂຕເຂື່ອນທີ່ມີຢູ່ ເພື່ອຕິດຕັ້ງທໍ່ສົ່ງນໍ້າ, ຂະຫຍາຍໂຮງຈັກເກົ່າອອກດ້ານຂ້າງ ແລະ ຕິດຕັ້ງເຄື່ອງຈັກໄຟຟ້າ ໃໝ່ອີກໜຶ່ງໜ່ວຍ ມີກໍາລັງຕິດຕັ້ງ 40 MW.

ໂຄງການດັ່ງກ່າວນີ້ ເຖິງແມ່ນວ່າ ຈະບໍ່ແມ່ນໂຄງການຂະໜາດໃຫຍ່ກໍຕາມ ແຕ່ແມ່ນໂຄງການທີ່ມີຄວາມຫຍຸ້ງຍາກສັບສົນໃນການກໍ່ສ້າງເພາະຕ້ອງໄດ້ກໍ່ສ້າງຢູ່ໃຕ້ອ່າງນໍ້າ, ຢູ່ໃນເຂດກໍ່ສ້າງທີ່ຄັບແຄບ ແລະ ມີສິ່ງກີດຂວາງຕ່າງໆນາໆ. ໂຄງການດັ່ງກ່າວ ໄດ້ວ່າຈ້າງບໍລິສັດຮ່ວມທີ່ປຶກສາ Nippon Koei & J-Power & LCG, ເລີ່ມເຮັດວຽກນັບແຕ່ເດືອນ 4/2014 ເປັນຕົ້ນມາ ໂດຍໄດ້ທຳການອອກແບບລະອຽດເພື່ອການກໍ່ສ້າງ ແລະ ຄວບຄຸມການກໍ່ສ້າງພາກສະໜາມຈົນສຳເລັດ; ໄດ້ເຮັດສັນຍາກັບ ບໍລິສັດ Hazama Ando Corporation ໃນການເຮັດວຽກກໍ່ສ້າງ ແລະ ຕິດຕັ້ງກົນຈັກ (Civil and Hydromechanical Works) ໄດ້ເລີ່ມລົງມືພາກສະໜາມໃນເດືອນ 8/2017 ແລະ ສໍາເລັດໃນເດືອນ 12/2021 ຊຶ່ງມີໜ້າວຽກສຳຄັນຄືການເຈາະໂຕເຂື່ອນເດີມ ເພື່ອກໍ່ສ້າງໂຄງສ້າງນໍ້າເຂົ້າ (Water Intake Structure), ຕິດຕັ້ງທໍ່ສົ່ງນ້ຳເຂົ້າຫາໂຮງຈັກທີ່ຂະຫຍາຍຕໍ່ອອກຈາກໂຮງຈັກເດີມ ແລະ ສ້າງຄອງສົ່ງນໍ້າອອກທ້າຍໂຮງຈັກ ໄຫຼໄປຕາມແລວນໍ້າ; ໄດ້ເຮັດສັນຍາກັບບໍລິສັດ Voith Fuji Hydro KK ສຳລັບວຽກຕິດຕັ້ງອຸປະກອນໄຟຟ້າ ແລະ ອຸປະກອນກົນຈັກ (Electrical/Mechanical Equipment) ໂດຍໄດ້ເລີ່ມລົງມືນັບແຕ່ເດືອນ 2/2018 ຈົນສຳເລັດໃນເດືອນ 3/2022 ໃນໜ້າວຽກການອອກແບບ, ຜະລິດ ແລະ ຕິດຕັ້ງ ບັນດາອຸປະກອນທັງໝົດເພື່ອໃຫ້ສາມາດຜະລິດໄຟຟ້າໄດ້ ໃນກໍາລັງຕິດຕັ້ງ 40 MW. ເຮັດໃຫ້ເຂື່ອນໄຟຟ້ານ້ຳງື່ມ 1 ມີກຳລັງຕິດຕັ້ງທັງໝົດ 275 MW ສາມາດຜະລິດກະແສໄຟຟ້າສົ່ງເຂົ້າລະບົບຂອງໄຟຟ້າລາວເພີ່ມຂຶ້ນ.

(ຂ່າວ-ພາບ: ແສງຈັນ)

error: Content is protected !!