ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ເດີນທາງເຖິງນະຄອນຫຼວງວຽງຈັນ

ໃນຕອນເຊົ້າຂອງວັນທີ 3 ກໍລະກົດ 2026, ພະນະທ່ານ ມິນ ອອງ ລາຍ, ປະທານາທິບໍດີ ແຫ່ງ ສາທາລະນະລັດ ສະຫະພາບ ມຽນມາ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາເຖິງສະໜາມບິນສາກົນວັດໄຕ, ນະຄອນຫຼວງວຽງຈັນ ເພື່ອດໍາເນີນການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ແຕ່ວັນທີ 3 – 5 ກໍລະກົດ 2026. ພິທີຕ້ອນຮັບຢູ່ສະໜາມບິນໄດ້ຈັດຂຶ້ນຢ່າງອົບອຸ່ນ ແລະ ສົມກຽດ ໂດຍມີ ທ່ານ ທອງສະຫວັນ ພົມວິຫານ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ທັງເປັນລັດຖະມົນຕີກຽດຕິຍົດ ພ້ອມດ້ວຍພັນລະຍາ; ທ່ານ ນາງ ຟອງສະໝຸດ ອັ່ນລາວັນ, ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ; ທ່ານ ສີລິລາດທົງສິນ ທອງເພັງ, ປະທານຄະນະກໍາມະການປົກຄອງນະຄອນຫຼວງວຽງຈັນ, ເອກອັກຄະລັດຖະທູດ ຂອງ ທັງສອງປະເທດ ພ້ອມດ້ວຍຄະນະທີ່ກ່ຽວຂ້ອງຂອງຝ່າຍລາວ ແລະ ຝ່າຍມຽນມາ ໃຫ້ການຕ້ອນຮັບ.

ການຢ້ຽມຢາມລັດຖະກິດ ຢູ່ ສປປ ລາວ ໃນຄັ້ງນີ້ ແມ່ນຕອບສະໜອງຕາມຄໍາເຊື້ອເຊີນຂອງ ພະນະທ່ານ ທອງລຸນ ສີສຸລິດ, ປະທານປະເທດ ແຫ່ງ ສປປ ລາວ ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 70 ປີ ກໍຄື ເພື່ອເສີມຂະຫຍາຍສາຍພົວພັນມິດຕະພາບ ອັນເປັນມູນເຊື້ອທີ່ດີງາມ ແລະ ການຮ່ວມມືອັນໃກ້ຊິດຖານປະເທດໃກ້ຄຽງ ລະຫວ່າງ ສອງປະເທດ ລາວ – ມຽນມາ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງຂຶ້ນ.

error: Content is protected !!