ໝໍ້ໄຟ ແຕ່ລະຊະນິດ ຕ່າງກັນແນວໃດ?

ໝໍ້ໄຟລົດ ເຮັດໜ້າທີ່ຈ່າຍໄຟຟ້າ ໃນການຕິດຈັກ ລວມເຖິງລະບົບວົງຈອນໄຟຟ້າອື່ນໆ, ເຊິ່ງຜູ້ໃຊ້ລົດອາດຮູ້ດີວ່າ ໝໍ້ໄຟນັ້ນເມື່ອເລີ່ມພົບອາການຕ່າງໆ ເຊັ່ນ: ລົດເລີ່ມຕິດຍາກ, ຕາໄຟລົດບໍ່ຄ່ອຍແຈ້ງ, ແວ່ນໄຟຟ້າເລື່ອນຂຶ້ນ-ລົງຊ້າກວ່າປົກກະ ຕິ ແລະ ອື່ນໆ ກໍເປັນການສົ່ງສັນຍານເຕືອນ ວ່າ ໃກ້ຈະຮອດເວລາປ່ຽນໝໍ້ໄຟໜ່ວຍໃໝ່ແລ້ວ. ໝໍ້ໄຟລົດໃຫຍ່ ມີ 4 ຊະນິດ ດັ່ງນີ້:

1. ໝໍ້ໄຟນໍ້າ ຫຼື ໝໍ້ໄຟທຳມະດາ: ຄືໝໍ້ໄຟຊະນິດກົ່ວກົດ, ສ່ວນປະສົມໃນໝໍ້ໄຟຊະນິດນີ້ ລວມມີ ໂລຫະປະສົມ

ລະຫວ່າງ ກົ່ວກັບພວງ. ໝໍ້ໄຟຊະນິດນໍ້າ ເໝາະສຳລັບຄົນທີ່ມີເວລາໃນການເບິ່ງແຍງລົດພໍສົມຄວນ ເພາະຕ້ອງໝັ່ນກວດສອບເບິ່ງລະດັບນໍ້າກັ່ນ ແລະ ຕື່ມນໍ້າກັ່ນຢ່າງສະໝໍ່າສະເໝີ ເພື່ອໃຫ້ໝໍ້ໄຟ ພ້ອມໃຊ້ງານຕະຫຼອດເວລາ.

ຂໍ້ດີ: ທົນທານຕໍ່ການປະຈຸໄຟເກີນ ແລະ ຄາຍປະຈຸ, ມີອາຍຸການໃຊ້ງານຂ້ອນຂ້າງດົນ ແລະ ລາຄາຖືກ.

ຂໍ້ເສຍ: ຕ້ອງຄອຍກວດສອບລະດັບນໍ້າກັ່ນ ກ່ອນການໃຊ້ງານຢູ່ສະເໝີ ອາດຈະອາທິດໜຶ່ງລະຄັ້ງຂຶ້ນຢູ່ກັບການໃຊ້ງານ ແລະ ຖ້າມີການເຄື່ອນຍ້າຍໝໍ້ໄຟ ກໍຕ້ອງລະວັງສານລະລາຍທີ່ອາດຮົ່ວໄຫຼອອກມາໄດ້.

2. ໝໍ້ໄຟເຄິ່ງແຫ້ງ ຫຼື ແບັດ MF: ຍັງມີຮູໃຫ້ສາມາດຕື່ມນຳ້ກັ່ນໄດ້, ເປັນໝໍ້ໄຟທີ່ຍັງຕ້ອງເບິ່ງແຍງຢູ່ສະເໝີ ແຕ່ອາດບໍ່ຕ້ອງເບິ່ງແຍງຫຼາຍເທົ່າກັບໝໍ້ໄຟນໍ້າ ໂດຍໝັ່ນກວດສອບລະດັບນໍ້າກັ່ນປີລະ 1-2 ເທື່ອເທົ່ານັ້ນ ເນື່ອງຈາກນໍ້າກົດພາຍໃນໝໍ້ໄຟເຄິ່ງແຫ້ງນັ້ນ ຈະເຂັ້ມກວ່ານໍ້າກົດໃນໝໍ້ໄຟຊະນິດນໍ້າ ເຮັດໃຫ້ລະເຫີຍອາຍໄດ້ຊ້າກວ່າ.

ຂໍ້ດີ: ບໍ່ຕ້ອງກວດເຊັກ ຫຼື ຕື່ມນໍ້າກັ່ນເປັນປະຈຳຄືກັບໝໍ້ໄຟນໍ້າ ເພາະມີການປ້ອງກັນ ການລະເຫີຍຂອງນໍ້າກັ່ນທີ່ແໜ້ນໜາ.

ຂໍ້ເສຍ: ຕ້ອງໝັ່ນກວດເຊັກຢູ່ສະໝໍ່າສະເໝີ ເພາະອາຍຸການໃຊ້ງານ ອາດບໍ່ດົນເທົ່າໝໍ້ໄຟນໍ້າ.

3. ໝໍ້ໄຟແຫ້ງ:  ເປັນໝໍ້ໄຟທີ່ໄດ້ຮັບຄວາມນິຍົມຫຼາຍໃນປັດຈຸບັນ ເນື່ອງຈາກວ່າ ບໍ່ຈຳເປັນຕ້ອງເບິ່ງແຍງຫຍັງ

ເລີຍ, ບໍ່ຕ້ອງຕື່ມນໍ້າກັ່ນ, ສາມາດປ່ອຍຖິ້ມໄວ້ໃນສະພາບບໍ່ມີປະຈຸໄຟ ໄດ້ດົນກວ່າໝໍ້ໄຟທຳມະດາ ໄດຍບໍ່ຕ້ອງສາກໄຟກະຕຸ້ນ.

ຂໍ້ດີ: ເໝາະສຳລັບຜູ້ທີ່ບໍ່ມັກເບິ່ງແຍງລົດ, ບໍ່ຕ້ອງກວດເຊັກຕະຫຼອດ, ບໍ່ໄດ້ຕື່ມນໍ້າກັ່ນ, ອາຍຸການໃຊ້ງານດົນ.

ຂໍ້ເສຍ: ລາຄາຂ້ອນຂ້າງສູງກວ່າໝໍ້ໄຟນໍ້າ ແລະ ໝໍ້ໄຟເຄິ່ງແຫ້ງ ແລະ ໂຕໝໍ້ໄຟ ຈະມີຮູລະບາຍອາກາດ (ຮູຫາຍໃຈ) ທີ່ຂ້ອນຂ້າງນ້ອຍ ເຊິ່ງອາດອຸດຕັນໄດ້ງ່າຍ ແລະ ສົ່ງຜົນເຮັດໃຫ້ເກີດບັນຫາພາຍໃນໝໍ້ໄຟໄດ້ອີກດ້ວຍ.

4. ໝໍ້ໄຟໄຮບຼິດ (hybrid battery): ຄືໝໍ້ໄຟທີ່ໄດ້ຮັບການພັດທະນາ ມາຈາກໝໍ້ໄຟນໍ້າ, ພາຍໃນໂຕໝໍ້ໄຟ ຈະປະກອບດ້ວຍໂລຫະປະສົມກົ່ວ ກັບ ແຄລຊ້ຽມ ສະເພາະແຜ່ນທາດລົບ ເພື່ອເປັນການແກ້ໄຂຂໍ້ເສຍຂອງໝໍ້ໄຟນໍ້າ ທີ່ມີການລະເຫີຍຂອງນໍ້າກັ່ນທີ່ສູງຫຼາຍ. ໝໍ້ໄຟຊະນິດນີ້ ຈະມີອັດຕາການລະເຫີຍຂອງນໍ້າກັ່ນໜ້ອຍກວ່າໝໍ້ໄຟທຳມະດາຫຼາຍ, ມັກໃຊ້ກັບລົດທີ່ໃຊ້ງານໜັກໆ ເຊັ່ນ: ລົດບັນທຸກ, ລົດໂດຍສານ.

ຂໍ້ດີ: ມີການລະເຫີຍຂອງນໍ້າກັ່ນໜ້ອຍກວ່າໝໍ້ໄຟລຸ້ນທຳມະດາຫຼາຍ ເຮັດໃຫ້ສາມາດໃຊ້ງານໄດ້ຢ່າງຍາວນານ.                       

ຂໍ້ເສຍ: ມີລາຄາສູງຫຼາຍ.

error: Content is protected !!