ຫຼາຍພາກສ່ວນເຂົ້າຊ່ວຍເຫຼືອເບື້ອງຕົ້ນ ແກ່ບັນດາບ້ານທີ່ຖືຜົນກະທົບຈາກໄພນ້ຳຖ້ວມ

ຈາກສະພາບໄພນ້ຳຖ້ວມ ຢູ່ 4 ເມືອງ ແຂວງ ອຸດົມໄຊ ຄື: ເມືອງ ໄຊ, ເມືອງງາ, ເມືອງຫລາ ແລະ ເມືອງນາໝໍ້ ໄດ້ສົ່ງຜົນກະທົບຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນເປັນຈຳນວນຫລວງຫລາຍ. ຕໍ່ກັບສະພາບການດັ່ງກ່າວ ຄະນະພັກ, ຄະນະນຳແຂວງອຸດົມໄຊ ກໍໄດ້ເອົາໃຈໃສ່ ປຸກລະດົມຫລາຍພາກສ່ວນເຂົ້າຊ່ວຍເຫລືອໃນເບື້ອງຕົ້ນ. ມາວັນທີ 27-28 ສິງຫານີ້

ອ່ານເພີ່ມ...

ສົ່ງມອບຄືນລົດຂອງລັດ ໃຫ້ ຫສນຍ ຕາມດຳລັດ 599/ລບ

ໃນວັນທີ 30 ສິງຫາ ຜ່ານມາ ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີສົ່ງມອບຄືນລົດຂອງລັດ ໂດຍມີກົມບໍລິຫານ ຫ້ອງວ່າການສູນກາງພັກ, ຫົວໜ້າກົມບໍລິຫານພິທີການ ແລະ ການເງິນ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ (ຫສນຍ) ແລະ ກົມຄຸ້ມຄອງຊັບສິນຂອງລັດ ກະຊວງການເງິນ ເຂົ້າຮ່ວມ, ໃນພິທີດັ່ງກ່າວ ໄດ້ມີການຖອນລົດຮັບໃຊ້ຂອງການນໍາຂັ້ນສູງ ທີ່ໄດ້ປະກອບໃຫ້ໃນໄລຍະຜ່ານມາ ຊຶ່ງບໍ່ສອດຄ່ອງກັບດຳລັດ ວ່າດ້ວຍລົດຂອງລັດ ສະບັບເລກທີ 599/ລບ,

ອ່ານເພີ່ມ...

ເກີດເຫດ​ ລົດຟໍຈຸນເນີ ຕົກລົງຮ່ອງໄກ່ແກ້ວ

ວັນທີ 31 ສິງຫາ 2022​ ນີ້,​ ເວລາປະມານ 9​ ໂມງ ມີຜູ້ໃຊ້ເຟສບຸກຄົນຫນຶ່ງຊື່ວ່າ​ Anouphon Phomhacsarໄດ້ໂພສເຖິງລົດຄັນໜຶ່ງ ທີ່ໄດ້ຕົກລົງຮ່ອງໄກ່ແກ້ວ ເມືອງ​ ຈັນທະບູລີ,​ ນະຄອນຫລວງ​ ວຽງຈັນ. ໃນຂະນະນີ້ເຈົ້າໜ້າທີ່ກຳລັງກວດສອບຫາສາເຫດ ແລະ ຊ່ວຍເຫຼືອເອົາລົດຂຶ້ນມາ (ຍັງບໍ່ມີລາຍງາຍຜູ້ໄດ້ຮັບບາດເຈັບ ຫຼື ເສຍຊີວິດ).​ ຂໍໃຫ້ປອດໄພ Cr.

ອ່ານເພີ່ມ...

ແຂວງ​ ອຸດົມໄຊ ປະມູນພາຫະນະທີ່ສານຕັດສິນຮີບເປັນຂອງລັດ

ແຫລ່ງຂ່າວຈາກ ແຂວງ​ ອຸດົມໄຊ ໃຫ້ຮູ້ວ່າ: ຄະນະກຳມະການຮັບຜິດຊອບການປະມູນ ຈັດພິທີເປີດຊອງປະມູນຂາຍພາຫະນະທີ່ສານຕັດສິນຮິບເປັນຂອງລັດ ໃນວັນທີ 30 ສິງຫາ 2022 ຟດຍປະຕິບັດຕາມກົດໝາຍ ວ່າດ້ວຍຊັບສິນຂອງລັດ, ແຈ້ງການປະມູນຂອງພະແນກການເງິນແຂວງອຸດົມໄຊ ໃນການປະມູນລົດທີ່ສານຕັດສິນຮິບເປັນຂອງລັດ ເຊິ່ງມີທັງໝົດ 19 ຄັນ, ໃນນັ້ນ ມີລົດໃຫຍ່ 4 ຄັນ ແລະ ລົດຈັກ 15

ອ່ານເພີ່ມ...

ບ້ານ ໂພນໄຊ, ເມືອ ງຫລາ ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມເສຍຫາຍຫລາຍສົມຄວນ

ບ້ານໂພນໄຊ ຫລື ບ້ານຫລັກ 17, ເມືອງຫລາ ແຂວງອຸດົມໄຊ ເປັນບ້ານໜຶ່ງທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ ໃນວັນທີ 26 ສິງຫາ 2022 ສົ່ງຜົນເຮັດໃຫ້ເຮືອນຊານ, ເຂົ້າຂອງເຄື່ອງໃຊ້ ຂອງປະຊາຊົນໄດ້ຮັບຄວາມເສຍຫາຍສົມຄວນ ທ່ານ ບຸນຕັງ ອົງການປົກຄອງ ບ້ານໂພນໄຊ ໄດ້ໃຫ້ຮູ້ວ່າ: ບ້ານໂພນໄຊ ເສຍຫາຍໜັກ ມີ 13 ຫລັງຄາເຮືອນ,

ອ່ານເພີ່ມ...

ນາຍົກລັດຖະມົນຕີ ຕ້ອນຮັບ ຄະນະຜູ້ແທນກອງທັບ ກຳປູເຈຍ

ໃນວັນທີ 30 ສິງຫາ 2022 ນີ້, ທ່ານ ພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ພົນໂທ ຮຸນ ມາແນດ ຮອງຜູ້ບັນຊາການທະຫານສູງສຸດ, ຜູ້ບັນຊາການທະຫານບົກ ກອງທັບ ແຫ່ງ ຣາຊະອານາຈັກ ກຳປູເຈຍ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ

ອ່ານເພີ່ມ...

ຜູ້ແທນແຂວງ ຈຳປາສັກ ຢ້ຽມຢາມພື້ນຖານຜະລິດຫັດຖະກຳ ການທ່ອງທ່ຽວ ແຂວງ ດົ່ງຖັບ

ໃນວັນທີ 27 ສິງຫາ ຜ່ານມານີ້, ທີ່ແຂວງ ດົ່ງຖັບ ສສ ຫວຽດນາມ ຄະນະຜູ້ແທນແຂວງ ຈຳປາສັກ ຊຶ່ງນຳໂດຍ ທ່ານ ວິໄລວົງ ບຸດດາຄຳ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງ ຈຳປາສັກ ໄດ້ເຄື່ອນໄຫວຢ້ຽມຢາມພື້ນຖານການຜະລິດຫັດຖະກຳ ແລະ ການທ່ອງທ່ຽວ ທີ່ເປັນທ່າແຮງຂອງແຂວງດົ່ງຖັບ ສສ ຫວຽດນາມ,

ອ່ານເພີ່ມ...

ຮອງນາຍົກ ຕິດຕາມ ກວດ​ກາ ຜົນ​ເສຍ​ຫາຍ​ຈາກນ້ຳຖ້ວມຢູ່ ແຂວງ ອຸດົມໄຊ

ວັນທີ 29 ສິງຫາ ນີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ປະທານຄະນະກຳມະການຄຸ້ມຄອງໄພພິບັດຂັ້ນສູນກາງ ພ້ອມຄະນະໄດ້ ເດີນທາງມາເຄື່ອນໄຫວຕິດຕາມສະພາບນ້ຳຖ້ວມຢູ່ແຂວງອຸດົມໄຊ ໂດຍ​ມີ ທ່ານ ບຸນຄົງ ຫຼ້າຈຽມພອນ ເຈົ້າແຂວງອຸດົມໄຊ ພ້ອມດ້ວຍການນຳຂອງແຂວງໃຫ້​ການ​ຕ້ອນ​ຮັບ. ທ່ານ ເຈົ້າແຂວງ ອຸດົມໄຊ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ

ອ່ານເພີ່ມ...

ພະແນກ ຍທຂ ແຂວງ ຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ

ອ່ານເພີ່ມ...
error: Content is protected !!