ວັນທີ 19 ມີນາ 2026 ພະແນກ ອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ອອກໜັງສືແຈ້ງການ ຫ້າມສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລໍາພັງໃຈ ໃນໄລຍະນີ້ຈົນຮອດບຸນປີໃໝ່ລາວ ພສ 2569. ເພື່ອເຮັດໃຫ້ການຄຸ້ມຄອງລາຄາສິນຄ້າ ແລະ ຄ່າບໍລິການ ເຂົ້າສູ່ລະບຽບກົດໝາຍ ບົນພື້ນຖານກົນໄກເສດຖະກິດຕະຫລາດ ທີ່ມີການຄຸ້ມຄອງ ແລະ ດັດສົມຂອງລັດ ພ້ອມທັງບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ຕາມລໍາພັງໃຈ ເຊິ່ງເປັນການເອົາລັດເອົາປຽບຜູ້ຊົມໃຊ້, ເຊິ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາ ຊົນບັນດາເຜົ່າ ໃນໄລຍະວັນສໍາຄັນຂອງຊາດ, ວັນບຸນ ຫລື ເທດສະການຕ່າງໆ ທີ່ມີຄວາມຕ້ອງການຊົມໃຊ້ສິນຄ້າ ແລະ ການບໍລິການເພີ່ມຂຶ້ນ.
ຫົວໜ້າ ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫລວງວຽງຈັນ ອອກແຈ້ງການ ດັ່ງນີ້ :
- ໃຫ້ຜູ້ປະກອບການທຸລະກິດ, ຊາວຄ້າຂາຍສິນຄ້ານໍາເອົາສິນຄ້າຂອງຕົນອອກມາຈໍາໜ່າຍ ແລະ ບໍລິການໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໃນໄລຍະຜ່ານມາ, ຫ້າມກັກຕຸນສິນຄ້າ ຫລື ສວຍໂອກາດຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການຕາມລໍາພັງໃຈ ແລະ ຂໍຄວາມຮ່ວມມືນໍາຜູ້ປະກອບການ, ຊາວຄ້າຂາຍ ຈົ່ງພ້ອມກັນຈັດຕັ້ງປະຕິບັດ ເພື່ອເຮັດໃຫ້ການສະໜອງສິນຄ້າພຽງພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້, ມີການບໍລິການດ້ວຍຄວາມຍິນດີ ແລະ ເປັນທຳ, ສັງຄົມມີຄວາມສະຫງົບ, ມີຄວາມຮັບປະກັນສະຖຽນລະພາບທາງດ້ານລາຄາ.
- ສິນຄ້າທີ່ນໍາມາວາງຈໍາໜ່າຍຕ້ອງຮັບປະກັນຄວາມປອດໄພທາງດ້ານຄຸນນະພາບ ແລະ ໃຫ້ຕິດລາຄາສິນຄ້າເປັນ ເງິນກີບ, ບໍ່ໃຫ້ນໍາເອົາສິນຄ້າເສຍຄຸນ ຫລື ໝົດອາຍຸ ແລະ ບໍ່ໄດ້ຕິດສະຫລາກເປັນພາສາລາວມາວາງຈໍາໜ່າຍ, ສ່ວນກະຕ່າຂອງຂວັນ, ກະຕ່າອວຍພອນ ໃຫ້ຜູ້ປະກອບການຂຽນທີ່ຢູ່ຂອງຮ້ານພ້ອມເບີໂທລະສັບຕິດຕໍ່ເພື່ອສະດວກໃນການປະສານງານຂອງເຈົ້າໜ້າທີ່;
- ການບໍລິການໂຮງແຮມ, ຮ້ານອາຫານ ແລະ ຜູ້ໃຫ້ບໍລິການຝາດລົດຈັກ-ລົດໃຫຍ່ ກໍ່ໃຫ້ບໍລິການໃນລາຄາເປັນ ປົກກະຕິ ຫລື ຕິດປ້າຍບອກລາຄາອາຫານ ແລະ ຄ່າບໍລິການ ໄວ້ຈຸດທີ່ຜູ້ຊົມໃຊ້ສາມາດເບິ່ງເຫັນໄດ້ງ່າຍ, ຫ້າມບໍ່ໃຫ້ສວຍໂອກາດຂຶ້ນລາຄາຕາມລໍາພັງໃຈ ໂດຍສະເພາະໃນໄລຍະນີ້ຈົນຮອດໄລຍະບຸນປີໃໝ່ລາວທີ່ຈະມາເຖິງນີ້;
- ຫ້າມນໍາເຂົ້າ ແລະ ຈໍາໜ່າຍໝາກກະໂພກ ແລະ ວັດຖຸທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ;
- ຕິດຕາມ, ກວດກາ ລາຄາລົດໄຟຟ້າ ໃນຊ່ວງໄລຍະນີ້ ບໍ່ໃຫ້ຜູ້ປະກອບການສວຍໂອກາດຂຶ້ນລາຄາ.
- ຖ້າເຈົ້າໜ້າທີ່ການຄ້າລົງກວດກາພົບເຫັນຫົວໜ່ວຍທຸລະກິດ, ຜູ້ປະກອບການ, ຊາວຄ້າຂາຍຜູ້ໃດທີ່ລະເມີດລະ ບຽບການ ແລະ ແຈ້ງການສະບັບນີ້ຈະຖືກປະຕິບັດມາດຕະການສຶກສາອົບຮົມ, ປັບໃໝ ຫຼື ອາຍັດສິນຄ້າຕາມ ແຕ່ລະກໍລະນີ;
- ມອບໃຫ້ຂະແໜງການຄ້າພາຍໃນ, ຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ, ເອົາໃຈໃສ່ໂຄສະນາ ເຜີຍແຜ່ແຈ້ງການສະບັບນີ້ ແລະ ເຮັດບົດບັນທຶກກັບຫົວໜ່ວຍວິສາຫະກິດທີ່ກ່າວມາຂ້າງເທິງ ເພື່ອບໍ່ໃຫ້ມີຜົນ ກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນໂດຍສະເພາະແມ່ນສິນຄ້າທີ່ລັດຄວບຄຸມ, ສິນຄ້າອຸປະໂພກ-ບໍລິໂພກ, ບໍ່ໃຫ້ມີການສວຍໂອກາດກັກຕູນສິນຄ້າ, ຂຶ້ນລາຄາສິນຄ້າ ແລະ ຄ່າບໍລິການ ໃນຊ່ວງໄລຍະນີ້ຈົນເຖິງບຸນປີໃໝ່ລາວ;
- ແຈ້ງການສະບັບນີ້ມີຜົນສັກສິດນັບແຕ່ມື້ລົງລາຍເຊັນເປັນຕົ້ນໄປ, ທຸກພາກສ່ວນຈົ່ງຮັບຮູ້ ແລະ ພ້ອມກັນຈັດ ຕັ້ງປະຕິບັດຢ່າງເຂັ້ມງວດ, ພາຍຫຼັງຈັດຕັ້ງປະຕິບັດແລ້ວໃຫ້ລາຍງານເປັນແຕ່ລະໄລຍະ. ດັ່ງນັ້ນ, ຈຶ່ງແຈ້ງມາຍັງທຸກພາກສ່ວນທີ່ກ່ຽວຂ້ອງເພື່ອຊາບ ແລະ ຈັດຕັ້ງປະຕິບັດຕາມເນື້ອໃນແຈ້ງ ການສະບັບນີ້ໃຫ້ມີປະສິດທິຜົນດີ.
