ພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການເຫັນຜົນໄວ ປະຈໍາ ປີ 2026 – 2027 ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ

ໃນຕອນບ່າຍຂອງວັນທີ 2 ກໍລະກົດ 2026 ທີ່ ກະຊວງການຕ່າງປະເທດ ໄດ້ມີພິທີລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ເພື່ອຈັດຕັ້ງປະຕິບັດໂຄງການເຫັນຜົນໄວ (Quick Impact Project ຫຼື QIP) ປະຈໍາປີ 2026 – 2027 ພາຍໃຕ້ຂອບການຮ່ວມມື ແມ່ນ້ຳຂອງ-ແມ່ນໍ້າຄົງຄາ (Mekong Ganga Cooperation ຫຼື MGC) ລະຫວ່າງ ລັດຖະບານ ແຫ່ງ ສປປ ລາວ ແລະ ສ. ອິນເດຍ.ໃຫ້ກຽດເຂົ້າຮ່ວມ ແລະ ລົງນາມໃນພິທີຄັ້ງນີ້ ໂດຍມີ ທ່ານ Yogeshwar Sangwan, ເອກອັກຄະລັດຖະທູດ ແຫ່ງ ສ.ອິນເດຍ ປະຈໍາ ສປປ ລາວ, ຕາງໜ້າໃຫ້ແກ່ ລັດຖະບານ ອິນເດຍ ແລະ ບັນດາທ່ານຕາງໜ້າຈາກ 10 ແຂວງ ທີ່ໄດ້ຮັບອະນຸມັດໂຄງການຂອງຝ່າຍ ສປປ ລາວ ຄື: ແຂວງ ຈຳປາສັກ, ຫຼວງນໍ້າທາ, ສາລະວັນ, ຊຽງຂວາງ, ຫົວພັນ, ສະຫວັນນະເຂດ, ບໍ່ແກ້ວ, ເຊກອງ, ອຸດົມໄຊ ແລະ ວຽງຈັນ ໂດຍມີ ທ່ານ ໄມທອງ ທຳມະວົງສາ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານ ຮ່ວມກັບ ຜູ້ຕາງໜ້າຈາກບັນດາກົມທີ່ກ່ຽວຂ້ອງ ຂອງ ກະຊວງການຕ່າງປະເທດ ແລະ ພະນັກງານຈາກສະຖານທູດອິນເດຍ ເຂົ້າຮ່ວມຢ່າງພ້ອມພຽງ.

ໃນສົກປີ 2026-2027 ນີ້, ສປປ ລາວ ໄດ້ຮັບການສະໜັບສະໜູນຈາກ ລັດຖະບານອິນເດຍ ສຳລັບ ໂຄງການເຫັນຜົນໄວ ພາຍໃຕ້ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ຈຳນວນ 10 ໂຄງການ ລວມເປັນມູນຄ່າ 498,387.37 ໂດລາສະຫະລັດ ຄື: 1). ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມ ແລະ ສິ່ງອໍານວຍຄວາມສະດວກທາງດ້ານສາທາລະນະສຸກ ບ້ານກາງໂຂງ, ແຂວງຈຳປາສັກ, ມູນຄ່າ 50,000 ໂດລາສະຫະລັດ; 2). ໂຄງການກໍ່ສ້າງອາຄານ ສຳລັບ ພະຍາດວັນນະໂລກໂຮງໝໍວຽງຄູຄຳ, ແຂວງຫຼວງນໍ້າທາ, ມູນຄ່າ 49,532 ໂດລາສະຫະລັດ; 3). ໂຄງການກໍ່ສ້າງອາຄານປະສູດ, ສຸກສາລາບ້ານແບ່ງອຸດົມ, ແຂວງສາລາວັນ, ມູນຄ່າ 49,906 ໂດລາສະຫະລັດ; 4). ໂຄງການກໍ່ສ້າງອາຄານໂຮງຮຽນມັດທະຍົມສາທິດ, ແຂວງຊຽງຂວາງ, ມູນຄ່າ 49,500 ໂດລາສະຫະລັດ; 5). ໂຄງການສົ່ງເສີມປູກຜັກອິນຊີ (ເຮືອນແກ້ວ) ເພື່ອເປັນສິນຄ້າໃນໄລຍະລະດູແລ້ງ ແລະ ລະດູຝົນ, ແຂວງຫົວພັນ, ມູນຄ່າ 49,906 ໂດລາສະຫະລັດ; 6). ໂຄງການກໍ່ສ້າງຫ້ອງການປົກຄອງຕາແສງຖິ່ນແກ້ວ, ແຂວງວຽງຈັນ, ມູນຄ່າ 50,000 ໂດລາສະຫະລັດ; 7). ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມສີສະຫວ່າງໃຕ້, ແຂວງສະຫວັນນະເຂດ, ມູນຄ່າ 50,000 ໂດລາສະຫະລັດ; 8). ໂຄງການກໍ່ສ້າງຫໍວາງສະແດງຜົນງານ ແລະ ສະໜອງອຸປະກອນຝຶກອົບຮົມວິຊາຊີບໃຫ້ແກ່ຜູ້ຖືກເຄາະຮ້າຍຈາກການໃຊ້ຄວາມຮຸນແຮງ, ແຂວງບໍ່ແກ້ວ, ມູນຄ່າ 49,991.37 ໂດລາສະຫະລັດ; 9). ໂຄງການກໍ່ສ້າງອາຄານໂຮງຮຽນປະຖົມກຳກອກ, ແຂວງເຊກອງ, ມູນຄ່າ 49,683 ໂດລາສະຫະລັດ; ແລະ 10). ໂຄງການກໍ່ສ້າງອາຄານສຸກສາລາບ້ານຫ້ວຍປອດ, ແຂວງ ອຸດົມໄຊ, ມູນຄ່າ 49,869 ໂດລາສະຫະລັດ.

ໃນໂອກາດດັ່ງກ່າວ, ທ່ານ ສົມບູນ ສີຫານາດ, ຫົວໜ້າກົມເສດຖະກິດ, ກະຊວງການຕ່າງປະເທດ, ໃນນາມກອງເລຂາແຫ່ງຊາດ ຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ ໄດ້ຕາງໜ້າໃຫ້ ສປປ ລາວ ກ່າວສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ລັດຖະບານ ແລະ ປະຊາຊົນອິນເດຍ ທີ່ໄດ້ສຶບຕໍ່ໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ສປປ ລາວ ຢ່າງຕໍ່ເນື່ອງ ໂດຍຜ່ານຂອບການຮ່ວມມືແມ່ນ້ຳຂອງ-ແມ່ນ້ຳຄົງຄາ, ເຊຶ່ງໄດ້ປະກອບສ່ວນອັນສຳຄັນເຂົ້າໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ X (2026-2030) ຂອງ ສປປ ລາວ ລວມທັງ ການເພິ່ມທະວີຮັດແໜ້ນສາຍພົວພັນມິດຕະພາບອັນຍາວນານ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອິນເດຍ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ. ໃນຄະນະດຽວກັນ, ທ່ານເອກອັກຄະລັດຖະທູດ ແຫ່ງ ສ.ອິນເດຍ ປະຈຳ ສປປ ລາວ ໄດ້ສະແດງຄວາມເຊື່ອໝັ້ນວ່າ ບັນດາໂຄງການເຫັນຜົນໄວເຫຼົ່ານີ້ ຈະຖືກຈັດຕັ້ງປະຕິບັດຢ່າງມີປະສິດທິຜົນ ແລະ ບັນລຸຄາດໝາຍທີ່ວາງໄວ້ ເພື່ອຮ່ວມກັນຊຸກຍູ້ການພັດທະນາແບບຍືນຍົງໃນອະນຸພາກພື້ນແມ່ນ້ຳຂອງ.

ສ. ອິນເດຍ ໃນນາມຄູ່ຮ່ວມພັດທະນາຂອບການຮ່ວມມືແມ່ນ້ຳຂອງ-ແມ່ນໍ້າຄົງຄາ ໄດ້ປະກາດສ້າງຕັ້ງໂຄງການເຫັນຜົນໄວ ໃນປີ 2012 ໂດຍມີຈຸດປະສົງ ເພື່ອສົ່ງເສີມການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດສະມາຊິກລຸ່ມແມ່ນ້ຳຂອງ ແລະ ສົ່ງເສີມສາຍພົວພັນອັນດີກັບອິນເດຍ, ເຊຶ່ງນັບຕັ້ງແຕ່ສ້າງຕັ້ງໂຄງການດັ່ງກ່າວ ສປປ ລາວ ໄດ້ຮັບອະນຸມັດໂຄງການ ຈຳນວນທັງໝົດ 36 ໂຄງການ ລວມມູນຄ່າ 1,763,678 ໂດລາສະຫະລັດ.

error: Content is protected !!