ພາກລັດ ແລະ ທຸລະກິດ ຫາລື ປັບຂຶ້ນຄ່າແຮງງານຂັ້ນຕ່ຳ ຢູ່ລະຫວ່າງ 2,831,000 ຫາ 4,100,000 ກີບ/ເດືອນ

ວັນທີ 19 ມີນາ 2026 ຄະນະກຳມະການແຮງງານແຫ່ງຊາດ (ຄກຊ) ຈັດກອງປະຊຸມ ຄັ້ງທີ III ປະຈຳປີ 2026 ໂດຍການເປັນປະທານຮ່ວມຂອງ ທ່ານ ພົງໄຊສັກ ອິນຖາລາດ, ຮອງລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ພ້ອມດ້ວຍ ທ່ານ ວິໄລ ວົງຂະເສີມ, ຮອງປະທານສູນກາງສະຫະພັນກຳມະບານລາວ ແລະ ທ່ານ ປອ ໄຊບັນດິດ ຣາຊະພົນ, ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ແລະ ພາກສວ່ນກ່ຽວຂ້ອງ ເຂົ້າຮ່ວມ.

ທ່ານ ພົງສະຫວັນ ໄຊໂກສີ ຫົວໜ້າກົມຄຸ້ມຄອງແຮງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ຂຶ້ນລາຍງານຜົນການຄົ້ນຄວ້າໄລຍະຜ່ານມາ ແລະ ທິດທາງການປັບປຸງຄ່າແຮງງານຂັ້ນຕ່ຳສຳລັບປີ 2026 ເພື່ອໃຫ້ແທດເໝາະກັບສະພາບເສດຖະກິດໃນປັດຈຸບັນ ວ່າ: ຍ້ອນສະພາບອັດຕາເງິນເຟີ້ ແລະ ລາຄາສິນຄ້າທີ່ເພີ່ມສູງຂຶ້ນ, ກົມຄຸ້ມຄອງແຮງງານໄດ້ປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຄິດໄລ່ຄ່າແຮງງານຂັ້ນຕ່ຳຄືນໃໝ່ ໂດຍອີງໃສ່ດັດຊະນີລາຄາຊົມໃຊ້ (CPI) ແຕ່ປີ 2018-2025. ເຊິ່ງໃນກອງປະຊຸມໄດ້ມີການສະເໜີຕົວເລກຄົ້ນຄວ້າຈາກ 3 ຝ່າຍ ດັ່ງນີ້:

– ຝ່າຍລັດຖະບານ (ກະຊວງ ຮສສ): ສະເໜີຕົວເລກຄິດໄລ່ຕາມ CPI ເຫັນດີປັບຂຶ້ນເປັນ 2,710,451 ກີບ/ເດືອນ. ຫາກລວມກັບເງິນອຸດໜູນຄ່າຄອງຊີບ 900,000 ກີບ, ຈະເຮັດໃຫ້ລາຍຮັບລວມຂອງຜູ້ອອກແຮງງານບັນລຸເຖິງ 3,610,451 ກີບ/ເດືອນ.

– ຝ່າຍຕົວແທນຜູ້ອອກແຮງງານ (ສູນກາງສະຫະພັນກຳມະບານລາວ): ໄດ້ສະເໜີໃຫ້ປັບຂຶ້ນສູງເຖິງ 4,100,000 ກີບ/ເດືອນ ໂດຍອີງໃສ່ການເກັບກຳຂໍ້ມູນຄ່າໃຊ້ຈ່າຍຕົວຈິງໃນທ້ອງຕະຫຼາດ ເພື່ອໃຫ້ກຸ້ມກິນໃນສະພາວະປັດຈຸບັນ.

– ຝ່າຍຜູ້ປະກອບການ (ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ): ສະເໜີຕົວເລກພື້ນຖານທີ່ 1,931,680 ກີບ/ເດືອນ. ເມື່ອລວມເງິນອຸດໜູນ 9 ແສນກີບ ຈະເທົ່າກັບ 2,831,680 ກີບ/ເດືອນ, ເພື່ອຮັກສາຄວາມສົມດຸນລະຫວ່າງລາຍຮັບກຳມະກອນ ແລະ ຂີດຄວາມສາມາດໃນການຈ່າຍຂອງທຸລະກິດ.

ກຽມສະເໜີລັດຖະບານຮັບຮອງ ແລະ ປະກາດໃຊ້ໃນປີ 2026.

error: Content is protected !!