ພະແນກ ຍທຂ ແຂວງ ຜົ້ງສາລີ ລົງກວດກາເສັ້ນທາງເປ່ເພ ຍ້ອນໄພນໍ້າຖວມ

ດ້ວຍຄວາມເປັນຫ່ວງເປັນໃຍຂອງພັກ-ລັດ ກໍຄືອົງການປົກຄອງແຕ່ລະຂັ້ນທີ່ມີຕໍ່ປະຊາຊົນບັນດາເຜົ່າ ທີ່ປະສົບໄພທາງທຳມະຊາດນໍ້າຖ້ວມ ໃນຄັ້ງວັນທີ 26 ສິງຫາ 2022 ທີ່ຜ່ານມາ, ດັ່ງນັ້ນມາໃນວັນທີ 28 ສິງຫາ 2022 ນີ້ ທາງພະແນກໂຍທາທິການ ແລະ ຂົນສົ່ງແຂວງຜົ້ງສາລີ ນຳໂດຍທ່ານ ບຸນພະນິດ ແກ້ວຮຸ່ງ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ແລະ ທ່ານ ອຸເດດ ມະນີວົງ ກໍາມະການພັກເມືອງ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງ ພ້ອມດ້ວຍທີມງານຂັ້ນແຂວງ ແລະ ເມືອງ ໄດ້ລົງຕິດຕາມກວດກາສະພາບຜົນເສຍຫາຍທີ່ຖືກຜົນກະທົບນໍ້າຖວ້ມລຽບຕາມສັ້ນທາງ 2E ແລະ 1B.

ໃນການລົງຕິດຕາມຄັ້ງນີ້ ໄດ້ນໍາພາທີມງານ ແລະ ພາກສ່ວນທີ່ກ່ຽວຂ້ອງສໍາຫລວດຈຸດທີ່ເສຍຫາຍພ້ອມທັງເກັບກໍາຂໍ້ມູນເພື່ອປະເມີນຜົນເສຍຫາຍອັນໄດ້ເຮັດໃຫ້ຊີວິດ, ຊັບສິນຂອງປະຊາຊົນ ແລະ ພື້ນຖານໂຄງລ່າງເສຍຫາຍໜັກໜ່ວງ ແລະ ຖືໂອກາດນີ້ລົງຢື້ຢາມຖາມຂ່າວພ້ອມທັງໃຫ້ກໍາລັງໃຈແກ່ປະຊາຊົນບັນດາເຜົ່າກໍ່ຄືຄອບຄົວທີ່ໄດ້ຮັບຜົນກະທົບປະສົບເຄາະຮ້າຍໃນຄັ້ງນີ້ທັງ 3 ບ້ານຄື: ບ້ານ ລາດຊາງ, ບ້ານ ສິນໄຊ ແລະ ບ້ານ ຫາດນາງ.

ໃນການລົງຕິດຕາມກວດການີ້ທາງພະແນກໂຍທາທິການ ແລະ ຂົນສົ່ງ ແຂວງ ຜົ້ງສາລີ ໄດ້ໃຫ້ການຊ່ວຍເຫລືອ ມອບເງິນສົດຈໍານວນ 5,000,000 ກີບ ເຂົ້າໃນການຊ່ວຍເຫລືອແກ້ໄຂໄພທໍາມະຊາດທີ່ເກີດຂຶ້ນຄັ້ງນີ້ ກ່າວມອບໂດຍທ່ານ ບຸນພານິດ ແກ້ວຮຸ່ງ ຫົວໜ້າພະແນກ ໂຍທາທິການ ແລະ ຂົນສົ່ງ ແຂວງຜົ້ງສາລີ ກ່າວຮັບໂດຍ ທ່ານ ພອນທະວີ ໄຊມົນຕີ ກໍາມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງ ເມືອງຂວາ ພ້ອມທັງໄດ້ໃຫ້ທິດຊີ້ນໍາ ແລະ ຊຸກຍູ້ໃຫ້ຂະແໜງການທີ່ກ່ຽວຂ້ອງກໍ່ຄືບັນດາບໍລິສັດໃຫ້ສືບຕໍ່ແກ້ໄຂຢ່າງຮີບດ່ວນໂດຍສະເພາະແມ່ນການສັນຈອນໄປ-ມາໃຫ້ມີຄວາມສະດວກ, ບໍ່ໃຫ້ມີການຕິດຄັດໃນການເດີນທາງ.

ຂ່າວ,ພາບ: ນາງພວງມະນີ ວົງວິຈິດ ນັກຂ່າວເມືອງຂວາ

I seem to recall that when the iPod was first released it didn't have Windows support. Spherical flare torch with cam-lock burner, red finish. Excessive exercise, viral infections, some food sensitivities, medications and standing for long periods of time are thought to trigger the condition. The hydrogen ions play critical roles in the remainder of the light-dependent reactions. The FDA classifies stem cells taken from a person and expanded in large quantities as drugs, and requires long-term clinical trials before it will approve treatments with them. Often, the incision is simply covered with collodion a viscous liquid that, when applied, dries to form a thin transparent film and should be kept clean and dry. They are great live, although they play Doolittle too much GAZZA The last gasps of a great rock n roll band and i think the decline was beginning to show a little. At the World Junior Championships in Tallinn, Estonia, Medvedeva placed first after the short program and set a new world record of. What this gives you is a clear, high-contrast image from low to high light environments. Located just passed Paia on Hana Highway, its large waves and strong winds have made this beach a premier spot for windsurfing. They are more round in shape, may have an ergonomically shaped dai, a thick heel as in Western clogs, instead of separate teeth, and the thong at the side as in flip-flops.
error: Content is protected !!