ໂດຍ: ນາງ ສະຫວັນຄຳ ໃນປັດຈຸບັນນີ້, ພັກ-ລັດເຮົາ ໄດ້ໃຫ້ຄວາມສຳຄັນທີ່ສຸດໃນວຽກງານການທ່ອງທ່ຽວພາຍໃນປະເທດ ເພື່ອເຮັດແນວໃດຈະນຳສະເໜີໂຄສະນາການທ່ອງທ່ຽວລາວ ທີ່ຈະເຮັດໃຫ້ນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວລາວເຮົາໃຫ້ຫຼາຍຂຶ້ນກວ່າເກົ່າ ແລະ ອ່າງນ້ຳລີກຣີສອດ ກໍເປັນອີກໜຶ່ງສະຖານທີ່ໃນປັດຈຸບັນ ແລະ ອະນາຄົດທີ່ຈະດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດເຂົ້າມາຫຼາຍສົມຄວນ. ແຫຼ່ງທ່ອງທ່ຽວອ່າງນໍ້າລີກຣີສອດຫາກໍເປີດໃໝ່ໆບໍ່ເຖິງ 2 ອາທິດ ມີຄົນສັ່ງຈອງຫ້ອງຢ່າງໜາແໜ້ນເພື່ອສໍາຜັດກັບທໍາມະຊາດຄວາມເປັນສ່ວນຕົວກັບຄວາມເຊື່ອງຊ້ອນຄວາມສະຫງົບທີ່ໜ້າຄົ້ນຫາ, ຕັ້ງຢູ່ກາງນໍ້າໜ້າເຂື່ອນນໍ້າລີກເປັນໝູ່ເກາະດອນນ້ອຍ-ໃຫຍ່ສະຫຼັບສັບຊ້ອນມີປ່າໄມ້ສີຂຽວ, ນໍ້າສີມໍລະກົດ, ສາມາດຊົມຕາເວັນຂຶ້ນ-ຕາເວັນຕົກດິນໄດ້ສອງເບື້ອງ. ທ່ານ ນາງ
ທ່ອງທ່ຽວ
ສວນວັດທະນະທຳຊຽງຄວນ ກຽມຫຼາຍກິດຈະກຳ ຕ້ອນຮັບນັກທ່ອງທ່ຽວໄລຍະບຸນປີໃໝ່ລາວ
ໃນໂອກາດ ສົ່ງທ້າຍປີເກົ່າ ພສ 2565 ແລະ ຕ້ອນຮັບປີໃໝ່ລາວ ພສ 2566 ທີ່ໃກ້ຈະມາເຖິງນີ້, ສວນວັດທະນະທໍາຊຽງຄວນ ແມ່ນມີຄວາມພ້ອມຕ້ອນຮັບບັນດານັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງປະເທດ ທີ່ມີແຜນທ່ອງທ່ຽວ ໂດຍຈະຈັດໃຫ້ມີຫຼາຍກິດຈະກຳ ທີ່ຕິດພັນກັບການຮັກສາມູນເຊື້ອວັດທະນະນຳທຳ ແລະ ຮີດຄອງປະເພນີອັນດີງາມ ຂອງຊາດ ໃຫ້ມີຄວາມຍືນຍົງ. ທ່ານນາງ ສ້ອຍສຸດາ ອິນເມືອງໄຊ,
ວັດຖ້ຳພະ ຖ້ຳສັກສິດຄູ່ເມືອງ ຊຳເໜືອ
ວັດຖ້ຳພະ ເປັນສະຖານທີ່ທ່ອງທ່ຽວທາງວັດທະນະທຳອີກແຫ່ງໜຶ່ງຂອງແຂວງ ຫົວພັນ ເຊິ່ງຕັ້ງຢູ່ບ້ານ ຖ້ຳ, ເມືອງ ຊຳເໜືອ, ແຂວງ ຫົວພັນ ຫ່າງຈາກຕົວເມືອງ ຊຳເໜືອປະມານ 12 ກິໂລແມັດ. ໂດຍຖ້ຳແຫ່ງນີ້ ມີປະຫວັດຄວາມເປັນມາທີ່ເກົ່າແກ່ ອີງຕາມຂໍ້ມູນຈາກນາຍບ້ານ, ແນວໂຮມ ບ້ານ ຖໍ້າ ໃຫ້ຮູ້ວ່າ: ໃນປີ 1729 ຖໍ້າແຫ່ງນີ້ມີຄວາມໝາຍເລົ່າລືຕໍ່ໆກັນມາວ່າ ຮູຖໍ້າແມ່ນປ່ອງຊອດໃສ່
ບ້ານ ນາຍາງໃຕ້, ເມືອງ ນ້ຳບາກ, ແຂວງ ຫຼວງພະບາງ ໄດ້ຮັບ 2 ລາງວັນມາດຕະຖານທ່ອງທ່ຽວອາຊຽນ.
ສປປ ລາວ ສາມາດຍາດໄດ້ 4 ມາດຕະຖານ ລວມເປັນ 35 ລາງວັນມາດຕະຖານການທ່ອງທ່ຽວອາຊຽນປະຈໍາປີ 2023 ໃນນີ້ບ້ານນາຍາງໃຕ້ ເມືອງນໍ້າບາກ ແຂວງຫຼວງພະບາງໄດ້ຮັບ 2 ລາງວັນມາດຕະຖານເຮືອນພັກແຮມອາຊຽນ ແລະ ມາດຕະຖານການທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ຊຶ່ງ ມາດຕະຖານເຮືອນພັກແຮມອາຊຽນໃນຈໍານວນ 5 ແຫ່ງມີຄື: 1. ບ້ານ ນາຍາງໃຕ້, ເມືອງ
ເຈົ້າແຂວງສະຫວັນນເຂດຊຸກຍູ້ວຽກງານທ່ອງທ່ຽວທີ່ເມືອງໄຊພູທອງ.
ແຫລ່ງຂ່າວຈາກ ເມືອງໄຊພູທອງ ໃຫ້ຮູ້ວ່າ: ວັນທີ 8 ມີນາ 2023 ນີ້, ທ່ານ ບຸນໂຈມ ອຸບົນປະເສີດ ເຈົ້າແຂວງສະຫວັນນະເຂດ ພ້ອມຄະນະໄດ້ລົງເຄືອນໄຫວຕິດຕາມ-ຊຸກຍູ້ວຽກງານພັດທະນາການທ່ອງທ່ຽວ ຢູ່ເມືອງໄຊພູທອງ ໂດຍການຕ້ອນຮັບຂອງ ທ່ານນາງ ດາວວອນ ໄຊສຸລຽນ ເຈົ້າເມືອງໄຊພູທອງ.ການລົງເຄື່ອນໄຫວຄັ້ງນີ້, ທ່ານເຈົ້າແຂວງສະຫວັນນເຂດ ໄດ້ຮັບຟັງການລາຍງານຈາກເຈົ້າເມືອງ ໄຊພູທອງ ກ່ຽວກັບແຜນຈະພັດທະນາແຫລ່ງທ່ອງທ່ຽວຜາສາດເຮືອນຫີນ, ທີ່ເປັນອີກແຫລ່ງທ່ອງທ່ຽວໜຶ່ງສໍາຄັນທາງດ້ານປະຫວັດສາດຖັດຈາກວັດພູຈໍາປາສັກ
ງາມຫຼາຍ! ໂຄງການພັດທະນາ ສິ່ງອຳນວຍຄວາມສະດວກຢູ່ ອ່າງນໍ້າງື່ມ 1 ແຂວງ ວຽງຈັນ ຄາດຈະໄດ້ນຳໃຊ້ຕົວຈິງ ເດືອນ ມິຖຸນາ ປີນີ້
ຂ່າວສານແຂວງວຽງຈັນ ໄດ້ໃຫ້ຮູ້ວ່າ: ກະຊວງຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ເລີ່ມໂຄງການພັດທະນາພື້ນຖານໂຄງລ່າງພື້ນຖານເພື່ອສົ່ງເສີມການທ່ອງທ່ຽວອະນຸພາກພື້ນແມ່ນໍ້າຂອງ ໄລຍະ 2 ເຊິ່ງເປັນໂຄງການທິ່ຈະປັບປຸງເສັ້ນທາງ ແລະ ສິ່ງອຳນວຍຄວາມສະດວກແຫຼ່ງທ່ອງທ່ຽວເຂດອ່ານໍ້າງື່ມ 1 ຢູ່ແຂວງ ວຽງຈັນ.ໂຄງການດັ່ງກ່າວໄດ້ຮັບທຶນກໍ່ສ້າງຈາກ ທະນາຄານພັດທະນາອາຊີ Asia Development Bank ເຊິ່ງໄດ້ເລີ່ມກໍ່ສ້າງມາແລ້ວໃນວັນທີ 1 ກໍລະກົດ 2021
ລົງສໍາຫຼວດ ແລະ ສຶກສາຄວາມເປັນໄປໄດ້ ໃນການປັບປຸງສະຖານທີ່ທ່ອງທ່ຽວໃນ ແຂວງ ຫຼວງນໍ້າທາ.
ວັນທີ 26 ມັງກອນ ທີ່ຜ່ານມາ, ຫ້ອງການຖະແຫຼງຂ່າວ,ວັດທະນະທໍາ ແລະ ທ່ອງທ່ຽວ (ໜ່ວຍງານທ່ອງທ່ຽວ) ເມືອງ ຫຼວງນໍ້າທາ. ໂດຍອີງຕາມການສະເໜີຂອງບໍລິສັດ MS ພັດທະນາການລົງທຶນຈໍາກັດຜູ້ດຽວ ແລະ ບໍລິສັດທ່ອງທ່ຽວກຶມມຸ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຂອງເມືອງ ລົງສໍາຫຼວດ, ເກັບກໍາຂໍ້ມູນ ແລະ ສຶກສາຄວາມເປັນໄປໄດ້ ໃນການຈະປັບປຸງ,ຟື້ນຟູເຂດແຫຼ່ງທ່ອງທ່ຽວແກ້ງງົວ ບ້ານສົບຊີມເມືອງຫຼວງນໍ້າທາ ເພື່ອຈະພັດທະນາໃຫ້ກາຍເປັນສະຖານທີ່ທ່ອງທ່ຽວໃນຕໍ່ໜ້າ. Cr.
ຈຳປາສັກ – ອຸບົນຣາຊະທານີ ຮ່ວມຈັດກິດຈະກໍາສົ່ງເສີມກິລາ ແລະ ການທ່ອງທ່ຽວ
ໃນວັນທີ 15 ມັງກອນ ຜ່ານມາທີ່ສະຖານບູຮານວັດພູຈຳປາສັກ ມໍລະດົກໂລກ ແຫ່ງທີ 2 ຂອງລາວ ໄດ້ເປີດງານກິດຈະກຳສົ່ງເສີມກິລາ ແລະ ການທ່ອງທ່ຽວ ລະຫວ່າງ ແຂວງຈຳປາສັກ ສປປລາວ ກັບ ຈັງຫວັດອຸບົນຣາຊະທານີ ຣາຊາອານາຈັກໄທ ໂດຍເປັນປະທານກ່າວເປີດຂອງທ່ານ ສົມບູນ ເຮືອງວົງສາ ຮອງເຈົ້າແຂວງຈຳປາສັກ, ມີທ່ານ ສົມເພັດ ສ້ອຍສະຄູ
ມາເບິ່ງບັນຍາກາດ! ບຸນເກຼິ ຂອງຊົນເຜົ່າກຶມມຸ ປະຈໍາປີ 2023
ວັນທີ 4 ມັງກອນ 2023 ນີ້, ບ້ານໂພນໂຮມ ເມືອງ ຕົ້ນເຜິ້ງ ໄດ້ຈັດງານບຸນເກຼິ ຫຼື ບຸນເຕັຈນຶມຂອງເຜົ່າກຶມມຸ ປະຈໍາປີ 2023 ຂຶ້ນ ເພື່ອສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໃຫ້ກຽດເຂົ້າຮ່ວມງານມີ ທ່ານ ບຸນທັນ ບຸນທິໄຊ ປະທານແນວລາວສ້າງຊາດເມືອງ ຕົ້ນເຜິ້ງ, ທ່ານ ປອ
ເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ທີ່ເມືອງ ວັງວຽງ
ໃນທ້າຍເດືອນ ທັນວາ ນີ້, ເມືອງ ວັງວຽງ,ແຂວງວຽງຈັນ ໄດ້ຈັດພິທີເປີດເທດສະການໝາກກ້ຽງຫວານປະຈຳປີ 2022 ໂດຍມີຂະບວນແຮ່ໝາກກ້ຽງຫວານຈາກວັດກາງສຸວັນນາຣາມຫາເດີ່ນຍົນ, ໂດຍການເປັນປະທານຂອງທ່ານຄໍາພັນສິດທິດໍາພາກໍາມະການສູນກາງພັກເລຂາພັກແຂວງເຈົ້າແຂວງວຽງຈັນ, ເປັນກຽດເຂົ້າຮ່ວມມີ ທ່ານບົວສອນບຸບຜາວັນອະດີດກຳມະການກົມການເມືອງສູນກາງພັກອະດີດນາຍົກລັດຖະມົນຕີ, ມີທ່ານເຈົ້າເມືອງວັງວຽງ,ບັນດາກຳມະການພັກແຂວງ, ບັນດາເຈົ້າເມືອງແລະຮອງເຈົ້າເມືອງອ້ອມຂ້າງ, ຫົວໜ້າພະແນກ, ຄະນະປະຈຳພັກເມືອງກຳມະການພັກເມືອງພ້ອມດ້ວຍຄະນະນໍາຂັ້ນເມືອງພໍ່ແມ່ປະຊາຊົນແຂກຖືກເຊີນແລະ ມວນຊົນເຂົ້າຮ່ວມຢ່າງຄຶກຄື້ນ. ໃນພິທີ, ທ່ານບຸນຈັນມາລາວົງກຳມະການພັກແຂວງເລຂາພັກເມືອງເຈົ້າເມືອງວັງວຽງຍັງໄດ້ໃຫ້ກຽດເປີດງານໝາກກ້ຽງຫວານປະຈຳປີ2022ຢ່າງເປັນທາງການ. ໂດຍທ່ານກ່າວຕື່ມວ່າຈຸດປະສົງກໍເພື່ອເປັນການສົ່ງເສີມຂະບວນການຜະລິດທາງດ້ານກະສິກຳເປັນສິນຄ້າຂອງເມືອງໃຫ້ມີຂະບວນຟົດຟື້ນແລະເພື່ອເປັນການດຶງດູດນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດເຂົ້າມາທ່ຽວຊົມສປປລາວກໍຄືເມືອງວັງວຽງໃຫ້ນັບມື້ຫຼາຍຂຶ້ນແລະໃນງານໄດ້ຈັດໃຫ້ມີຫຼາຍກິດຈະກຳລວມມີກິດຈະກຳທັງພາຍໃນແລະຕ່າງປະເທດຊຶ່ງແນໃສ່ບັນດາກິດຈະກຳໃນການສົ່ງເສີມບຸນປະເພນີແລະເທດສະການຕ່າງໆຂອງບັນດາແຂວງໃນຂອບເຂດທົ່ວປະເທດ. ພາຍໃນງານມີຕະຫຼາດນັດກະສິກຳເປັນຕົ້ນແມ່ນໝາກກ້ຽງແລະການບໍລິການທາງດ້ານການທ່ອງທ່ຽວເຮືອກາຍັກ,ກົງເບັງແລະອື່ນໆ. ຕອນທ້າຍພິທີຍັງໄດ້ມີການລັ່ນຄ້ອງ9ບາດພ້ອມຕັດແຖບຜ້າເປີດງານຢ່າງເປັນທາງການ ຊຶ່ງງານແມ່ນຈະເປີດຈົນຮອດວັນທີ3ມັງກອນ2023. (ຂ່າວ-ພາບ: ໝອນແກ້ວ)