9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາແລະ ທ່ອງທ່ຽວ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະພາແຫ່ງຊາດ ແລະ ບັນດາ ສະມາຊິກສະພາແຫ່ງຊາດ ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 6 ພະຈິກ 2023 ວ່າ: 9 ເດືອນຕົ້ນປີ 2023 ມີນັກທ່ອງທ່ຽວຕ່າງປະເທດ ມາທ່ອງທ່ຽວຢູ່ ສປປ ລາວ 2.498.691 ເທື່ອຄົນ, ຄາດວ່າໝົດປີ 2023 ຈະມີນັກທ່ອງທ່ຽວຕ່າງປະເທດເຂົ້າມາທ່ຽວປະມານ 2,9 ຫາ 3,3 ລ້ານເທື່ອຄົນ.

ສຳລັບປີ ໃນປີ 2024 ຈະສາມາດຮັບນັກທ່ອງທ່ຽວ ໄດ້ປະມານ 3,5 ລ້ານເທື່ອຄົນ. ຕໍ່ກັບສະພາບດັ່ງກ່າວ ລັດຖະບານໄດ້ຊຸກຍູ້ປຸກລະດົມຂະບວນການພັດທະນາ ແລະ ສົ່ງເສີມການທ່ອງທ່ຽວຂອງ ສປປ ລາວ ໂດຍຖືເອົາການທ່ອງທ່ຽວທາງທຳມະຊາດ, ວັດທະນະທຳ, ປະຫວັດສາດ ແລະ ກະສິກຳ ໃຫ້ມີການຂະຫຍາຍຕົວຢ່າງແຂງແຮງ, ຕໍ່ເນື່ອງ ແລະ ມີຄວາມຍືນຍົງ ໂດຍການມີສ່ວນຮ່ວມຂອງທົ່ວສັງຄົມ ແລະ ຂອງປະຊາຊົນບັນດາເຜົ່າ; ສຸມໃສ່ການຟື້ນຟູການທ່ອງທ່ຽວຢ່າງເປັນຮູບປະທໍາ, ປັບປຸງໂຄງລ່າງພື້ນຖານສິ່ງອຳນວຍຄວາມສະດວກ ແລະ ການບໍລິການ, ຍົກສູງຄຸນນະພາບ ຂອງການບໍລິການການທ່ອງທ່ຽວ ໃຫ້ໄດ້ມາດຕະຖານ, ພັດທະນາການທ່ອງທ່ຽວ ໃຫ້ກາຍເປັນຂະແໜງເສດຖະກິດໜຶ່ງ ທີ່ສາມາດແຂ່ງຂັນ ແລະ ເຊື່ອມໂຍງກັບການທ່ອງທ່ຽວ ຢູ່ບັນດາປະເທດໃນ ພາກພື້ນ ແລະ ສາກົນ; ດຶງດູດນັກທ່ອງທ່ຽວສາກົນເຂົ້າມາທ່ຽວລາວ ໃຫ້ນັບມື້ນັບຫລາຍຂື້ນ ແນໃສ່ສ້າງວຽກເຮັດງານທຳໃຫ້ແກ່ສັງຄົມ ແລະ ສ້າງລາຍຮັບເງິນຕາເຂົ້າສູ່ປະເທດ, ທັງກະຈາຍລາຍໄດ້ ລົງສູ່ທ້ອງຖິ່ນ; ສົ່ງເສີມ ແລະ ໂຄສະນາຜະລິດຕະພັນການທ່ອງທ່ຽວ ທີ່ເປັນທ່າແຮງ, ສົ່ງເສີມກິດຈະກຳບຸນປະເພນີ ອັນເປັນເອກະລັກ ຂອງປະຊາຊົນລາວບັນດາເຜົ່າ ໃນຂອບເຂດທົ່ວປະເທດ.

ທີ່ມາ: KPL

error: Content is protected !!